

ໃນວັນທີ 16/09/2025 ຫ້ອງການປະກັນສັງຄົມແຂວງອຸດົມໄຊ ມອບເງິນອຸດໜູນຜູ້ປະກັນຕົນສະໝັກໃຈເສຍຊີວິດ ຈໍານວນ 63,600,000 ກີບ, ຕາງໜ້າມອບໂດຍ ທ່ານ ນາງ ດວງແພງ ແກ້ວວັນຄໍາ ຫົວໜ້າຫ້ອງການປະກັນສັງຄົມແຂວງອຸດົມໄຊ. (ຜູ້ເສຍຊີວິດເປັນຜູ້ປະກັນຕົນສະໝັກໃຈ ມີປີປະກັນຕົນ 8ປີ 2ເດືອນ, ໄດ້ສົມທົບເງິນເຂົ້າປະກັນສັງຄົມທັງໝົດ 20,358,000 ກີບ)