ໃນວັນທີ 03/09/2025 ຫ້ອງການປະກັນສັງຄົມແຂວງຄໍາມ່ວນ ໄດ້ເຂົ້າຮ່ວມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54/ສພຊ ໃນກອງປະຊຸມເຜີຍແຜ່ກົດໝາຍ ວຽກງານຮອບດ້ານ ຂອງ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ທີ່ ເມືອງຫີນບູນ ແຂວງຄໍາມ່ວນ, ໃຫ້ກຽດເປັນປະທ່ານ ໂດຍ ທ່ານ ປ.ອ ສິນນະສອນ ແສງຈັນທະວົງ ຫົວໜ້າ ພະແນກ ຮສສ ແຂວງ ແລະ ທ່ານ ນິຄົມ ສຸຂະມົນຕີ ຄະນະພັກເມືອງ ຮອງປະທານປົກຄອງເມືອງຫີນບູນ. ໃຫ້ກຽດຂື້ນບັນຍາຍສິດຜົນປະໂຫຍດປະກັນສັງຄົມໂດຍ ທ່ານ ນາງ ອ້ອມສ້ອຍ ເກື້ອມະລິແດງ ຫົວໜ້າຫ້ອງການປະກັນສັງຄົມແຂວງຄໍາມ່ວນ, ມີບັນດາຫ້ອງການອ້ອມຂ້າງພາຍໃນເມືອງ, ຫົວໜ່ວຍທຸລະກິດ ແລະ ບ້ານ ພາຍໃນເທດສະບານ, ມີຜູ້ເຂົ້າຮ່ວມທັງໝົດ 64 ທ່ານ, ຍິງ 37 ທ່ານ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)