



ໃນວັນທີ 28/8/2025 ຫ້ອງການປະກັນສັງຄົມແຂວງຊຽງຂວາງ ໄດ້ລົງໃຫ້ບໍລິການເຄື່ອນທີ ແລະ ປະຊາສຳພັນໃຫ້ພໍ່ແມ່ປະຊາຊົນບ້ານໂພສີ ເມືອງຜາໄຊ ເຫັນໄດ້ເຖິງຄວາມສໍາຄັນວຽກງານປະກັນສັງຄົມ, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ພອນສະໄຫມ ພວງຄຳຫວັງ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງຜູ້ຊີ້ນຳວຽກງານວັດທະນະທຳສັງຄົມເມືອງຜາໃຊ ແລະ ທ່ານ ຫວ່າງ ເລຂາພັກບ້ານນາຍບ້ານໆໂພສີ ເມືອງຜາໄຊ ແຂວງຊຽງຂວາງ ມີຜູ້ເຂົ້າຮ່ວມທັງໝົດ 60 ຄົນ, ຍິງ 40 ຄົນ. ມີຜູ້ຂື້ນທະບຽນສະໝັກໃຈໃໝ່ 14 ຄົນ, ຍິງ 13 ຄົນ.