ກອງປະຊຸມທາບທາມຮອບເປີດກວ້າງ (ຮອບທີ 1) ເພື່ອເຂົ້າຮວ່ມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ແລະ ບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານ ສສຍລ ສະໄໝທີ IX ໃນວັນທີ 30 ກໍລະກົດ 2025 ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເປັນກຽດເຂົ້າຮວ່ມ ຂອງ ສະຫາຍ ນາງ ແກ້ວ ຈັນທະວີໄຊ ຄະນະພັກ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະຫາຍ ນາງ ມອນທອງ ອິນທະວົງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຮສສ , ບັນດາສະຫາຍ ຄະນະບໍລິຫານສະຫະພັນແມ່ຍິງ, ບັນດາຄະນະໜ່ວຍ ແລະ ສະມາຊິກແມ່ຍິງທັງໝົດເຂົ້າຮວ່ມ.
 
ກອງປະຊຸມທາບທາມຮອບເປີດກວ້າງ (ຮອບທີ 1) ຄັ້ງນີ້, ແມ່ນເພື່ອກະກຽມເຂົ້າສູ່ການດໍາເນີນກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ 9 ໃຫ້ສອດຄ່ອງກັບຄໍາສັ່ງເລກທີ 411 ຂອງ ຄະນະເລຂາທິການສູນກາງພັກ, ບົດແນະນໍາເລກທີ 211 ຂອງຄະນະຈັດຕັ້ງສູນກາງພັກ ແລະ ຄໍາແນະນໍາຂອງສູນກາງສະຫະພັນແມ່ຍິງລາວ ເລກທີ 503/ສສຍລ ລົງວັນທີ 03 ມິຖຸນາ 2025 ແລະ ເລກທີ 501/ສສຍລ ລົງວັນທີ 03 ມິຖຸນາ 2025. ການທາບທາມເນື້ອໃນເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນ ຈະໄດ້ດຳເນີນທັງໝົດ 3 ຮອບ, ໃນນັ້ນ ການທາບທາມຮອບທີ 1 (ຮອບເປີດກວ້າງ) ສູນກາງສະຫະພັນແມ່ຍິງ ໄດ້ມອບຄວາມຮັບຜິດຊອບໃຫ້ແກ່ສະຫະພັນແມ່ຍິງບັນດາກະຊວງເປັນຜູ້ຈັດຕັ້ງ ແລະ ດຳເນີນການທາບທາມ ພາຍໃຕ້ການຊີ້ນໍາໂດຍກົງຂອງຄະນະພັກ-ຄະນະນໍາກະຊວງຂອງແຕ່ລະພາກສ່ວນ.
ສໍາລັບກອງປະຊຸມມື້່ນີ້ ແມ່ນ ຈະໄດ້ທາບທາມ ແລະປະກອບຄໍາເຫັນ ຕໍ່ (ຮ່າງ) ບັນດາເນື້ອໃນເອກະສານ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ 9ເພື່ອພິຈາລະນາ ແລະຮັບຮອງ, ໃນນີ້ ປະກອບມີ 3 ເອກະສານຕົ້ນຕໍ ຄື: (ຮ່າງ) ລາຍງານການເມືອງ ;(ຮ່າງ) ແຜນພັດທະນາແມ່ຍິງລາວ ໄລຍະ 5 ປີ (2026-2030);(ຮ່າງ) ກົດລະບຽບສະຫະພັນແມ່ຍິງລາວ (ສະບັບປັບປຸງ) ແລະ ທາບທາມບຸກຄະລາກອນ ເພື່ອຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ 9 .
ຕອນທາ້ຍກອງປະຊຸມ ສະຫາຍ ນາງ ມອນທອງ ອິນທະວົງ ປະທານ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍ ຫົວໜ້າໜວ່ຍພ້ອມສະມາຊິກຈົ່ງໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ສຸມສະຕິປັນຍາ ແລະຫົວຄິດປະດິດສ້າງຂອງຕົນເຂົ້າໃນການຄົ້ນຄວ້າ ແລະປະກອບຄໍາເຫັນ ຕໍ່ 03 (ຮ່າງ) ເອກະສານຂອງກອງປະຊຸມໃຫຍ່ ຢ່າງກົງໄປກົງມາ, ສ້າງສັນ ແລະໃຊ້ສິດປະຊາທິປະໄຕຂອງຕົນ ຄົ້ນຄວ້າບຸກຄະລາກອນ ທີ່ມີເງື່ອນໄຂມາດຖານ ເຂົ້າເປັນຜູ້ສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານສູນກາງສະພັນແມ່ຍິງລາວ, ຊຶ່ງຜົນການທາບທາມຄັ້ງນີ້ ຈະໄດ້ນໍາໄປສັງລວມກັບຜົນການທາບທາມໃນຂອບເຂດທົ່ວປະເທດກ່ອນຈະນໍາໄປສູ່ການທາບທາມ ຮອບທີ 2 ຕໍ່ໄປ.
(ຂ່າວສານຮສສ)
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)