



ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ພະນັກງານຫຼັກແຫຼ່ງ ອປຊ ກ່ຽວກັບການຂື້ນແຜນວາງແຜນ ເພື່ອຮັບໃຊ້ເຂົ້າໃນວຽກງານປິ່ນອ້ອມ ຂອງ ອົງການປະກັນສັງຄົມແຫ່ງຊາດ ໃຫ້ແທດເໝາະ ແລະ ຖືກຕ້ອງຕາມລະບຽບຫຼັກການ. ໃນລະຫວ່າງວັນທີ 28-30/07/2025 ອົງການປະກັນສັງຄົມແຫ່ງຊາດ (ອປຊ) ຮ່ວມກັບ ສູນຝຶກອົບຮົມການພັດທະນາອົງກອນ (Organization Development Center-ODC) ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການວາງແຜນວຽກງານປະກັນສັງຄົມ ສຳລັບອົງການປະກັນສັງຄົມແຫ່ງຊາດ (ຊຸດທີ 01) ທີ່ ເມືອງວັງວຽງ ແຂວງວຽງຈັນ, ໃຫ້ກຽດເປັນປະທານກ່າວເປີດພິທີໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີຮອງຫົວໜ້າອົງການ, ບັນດາຄະນະພະແນກ, ຫົວໜ້າ ຫປສ ແຂວງວຽງຈັນ, ຂະແໜງ, ວິຊາການ ແລະ ຜູ້ຕາງໜ້າຈາກສູນປະກັນສັງຄົມເມືອງວັງວຽງ ເຂົ້າຮ່ວມ ແລະ ໄດ້ຮັບການບັນຍາຍໂດຍອາຈານ ສົມສັກ ແສນທະວີສຸກ ຜູ້ອໍານວຍການ ຂອງ ສູນຝຶກອົບຮົມ ODC.
ຈຸດປະສົງຂອງການຝຶກອົບຮົມ ກໍ່ເພື່ອຮັບປະກັນໃຫ້ພະນັກງານ ອປຊ ສາມາດກໍາໄດ້ທັງໃນດ້ານທິດສະດີ ເປັນຫຼັກການພື້ນຖານ ແລະ ການປະຕິບັດຕົວຈິງ ໃນການຂື້ນແຜນວາງແຜນວຽກງານທີ່ຕິດພັນກັບວິຊາສະເພາະຂອງຕົນ. ໃນຊຸດຝຶກອົບຮົມ ວິທະຍາກອນ ໄດ້ອະທິບາຍ ແລະ ລົງເລິກໃນຫຼາຍຫົວຂໍ້ສໍາຄັນ ເຊັ່ນ: ຂໍ້ດີຂອງການວາງແຜນທີ່ດີ ຊ່ວຍກຳນົດທິດທາງທີ່ຊັດເຈນ ເຊິ່ງຈະຊ່ວຍເພີ່ມປະສິດທິພາບໃນການນຳໃຊ້ຊັບພະຍາກອນ, ບັນລຸເປົ້າໝາຍໄດ້ງ່າຍຂຶ້ນ, ການຕັດສິນໃຈງ່າຍ, ຊ່ວຍໃນການຄາດຄະເນ ແລະ ຈັດການຄວາມສ່ຽງ, ສ້າງຄວາມສາມັກຄີ ແລະ ການປະສານງານທີ່ດີ, ຊ່ວຍກະຕຸ້ນ ແລະ ສ້າງຂວັນກຳລັງໃຈໃຫ້ພະນັກງານ; ພ້ອມດຽວກັນນັ້ນ ຍັງໄດ້ສະແດງໃຫ້ເຫັນບັນຫາສໍາຄັນຕ່າງໆ ເຊັ່ນ: ໂຄງປະກອບຂອງແຜນ, ຫຼັກການ ແລະ ວິທີຂຽນແຜນ ແລະ ໂຄງສ້າງແຜນທີ່ຖຶກຕ້ອງ, ຄວາມເປັນເອກະພາບໃນແບບຟອມ ຫລື ໂຄງສ້າງແຜນ, ການສົນທະນາທີ່ມີປະສິດທິພາບ ແລະ ບັນລຸເປົ້າໝາຍ, ທັກສະການສະແດງຄຳຄິດເຫັນ ເປັນຕົ້ນ. ຊຸດຝຶກອົບຮົມ ຍັງໄດ້ເປີດໂອກາດໃຫ້ສໍາມະນາກອນເຮັດວຽກເປັນກຸ່ມ ເພື່ອເປັນການລະດົມສະໝອງ ໃນຫົວຂໍ້ທີ່ໄດ້ຮັບມອບໝາຍ ແລະ ຕາງໜ້າກຸ່ມຂື້ນນໍາສະເໜີແລກປ່ຽນດ້ວຍຄວາມເປັນເຈົ້່າການ.
ໃນໂອກາດດັ່ງກ່າວ, ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ຕາງໜ້າປະທານ ໄດ້ຕີລາຄາສູງຕໍ່ການສິດສອນຂອງວິທະຍາກອນໃນການຖ່າຍທອດຄວາມຮູ້ກ່ຽວກັບການວາງແຜນ ໃຫ້ບັນດາສໍາມະນາກອນ ກໍ່ຄື ພະນັກງານ ອປຊ ໃຫ້ມີຮັບຮູ້ ແລະ ຄວາມເຂົ້າໃຈໂດຍພື້ນຖານໃນການຂື້ນແຜນວາງແຜນບົນພື້ນຖານລະບຽບການ ແລະ ຫຼັກການທີ່ຖືກຕ້ອງ, ເຊິ່ງຈະເປັນປະໂຫຍດໃຫ້ແກ່ບັນດາສໍາມະນາກອນ ໃນການນໍາເອົາຄວາມຮູ້ດັ່ງກ່າວໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນຢ່າງມີຜົນສໍາເລັດ.