



ໃນວັນທີ 24 ກໍລະກົດ 2025 ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XVIII ຂອງຕົນຂື້ນ, ໃຫ້ກຽດເປັນປະທານໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນປະທານສະພາບໍລິຫານ ຂອງ ອປຊ, ມີຮອງປະທານສະພາບໍລິຫານ, ຄະນະກໍາມະການ, ຄະນະອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະພະແນກເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດໄລຍະ 6 ເດືອນຕົ້ນປີ ກໍ່ຄືຜົນຂອງກອງປະຊຸມສະພາບໍລິຫານຄັ້ງທີ XVII, ກໍານົດທິດທາງແຜນການ 6 ເດືອນທ້າຍປີ 2025. ພ້ອມນີ້, ຍັງໄດ້ຄົ້ນຄ້ວາ ແລະ ກໍານົດທິດທາງແຜນງົບປະມານປະຈໍາປີ 2026.
ໃນໄລຍະ 6 ເດືອນ ຕົ້ນປີ 2025, ອົງການປະກັນສັງຄົມແຫ່ງຊາດ ໄດ້ລົງເຄື່ອນໄຫວໂຄສະນາ-ປະຊາສໍາພັນໃຫ້ບັນດາອົງການຈັດຕັ້ງຂອງລັດ, ຫົວໜ່ວຍແຮງງານ ແລະ ເປົ້າໝາຍສະໝັກໃຈໄດ້ 645 ຄັ້ງ ເທົ່າກັບ 59% ຂອງແຜນການປີ, ສາມາດຂຶ້ນທະບຽນໃຫ້ກັບຫົວໜ່ວຍແຮງງານວິສາຫະກິດໃໝ່ 764 ຫົວໜ່ວຍ, ຂື້ນທະບຽນຜູ້ປະກັນຕົນເກົ່າ ແລະ ໃໝ່ໄດ້ທັງໝົດ 29,384 ຄົນ ເທົ່າກັບ 47.7% ຂອງແຜນການປີ, ຂື້ນທະບຽນພະນັກງານລັດຖະກອນໃໝ່ 455 ຄົນ ເທົ່າກັບ 30%, ພາກວິສາຫະກິດໄດ້ 24,392 ຄົນ ເທົ່າກັບ 48.7% ແລະ ພາກສະໝັກໃຈໃໝ່ 4,537 ຄົນ ເທົ່າກັບ 45%. ມີຜູ້ປະກັນຕົນ ທີ່ໄດ້ຈ່າຍເງິນສົມທົບທັງໝົດ 387,762 ຄົນ (ບໍ່ລວມພາກສ່ວນ ປກຊ, ປກສ); ໃນນີ້ ມີຜູ້ປະກັນຕົນພາກລັດ 166,543 ຄົນ, ພາກວິສາຫະກິດ 181,428 ຄົນ, ຜູ້ສະໝັກໃຈ 39,791 ຄົນ. ປັດຈຸບັນມີຜູ້ເກີດສິດປິ່ນປົວສຸຂະພາບພ້ອມດ້ວຍຄອບຄົວທັງໝົດ 910,350 ຄົນ, ໃນນີ້ ພາກລັດ 483,276 ຄົນ, ວິສາຫະກິດ ແລະ ສະໝັກໃຈ 427,074 ຄົນ. ຫົວໜ່ວຍແຮງງານວິສາຫະກິດ ທີ່ເຂົ້າເປັນສະມາຊິກປະກັນສັງຄົມໄດ້ຈ່າຍເງິນສົມທົບ 5,546 ຫົວໜ່ວຍ. ວຽກງານອຸດໜູນ ໄດ້ດໍາເນີນການພິຈາລະນາ ແລະ ຄິດໄລ່ເງິນອຸດໜູນຕ່າງໆທັງໝົດ 76,996 ເທື່ອຄົນ, ໃນນີ້ ພາກລັດມີ 54,828 ເທື່ອຄົນ, ພາກວິສາຫະກິດ ແລະ ສະໝັກໃຈ 22,168 ເທື່ອຄົນ, ໄດ້ໂອນເງິນອຸດໜູນປະກັນສຸຂະພາບ ໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດ ຈຳນວນ 71,254.86 ຕື້ກວ່າກີບ ໃນໄຕມາດ II. ສໍາລັບວຽກງານຈຸດສຸມ ໄດ້ສຶກສາອົບຮົມດ້ານການເມືອງແນວຄິດ ໃຫ້ພະນັກງານແຕ່ລະຂັ້ນມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ສາມາດປະຕິບັດໜ້າທີ່ວຽກງານທີ່ຖຶກມອບໝາຍດ້ວຍຄວາມຮັບຜິດຊອບສູງ; ໄດ້ສຳເລັດ ການຈັດກອງປະຊຸມວິຊາການ ຮ່ວມກັບກົມກົດໝາຍ, ກົມສັງຄົມ ຂອງສະພາແຫ່ງຊາດ ໃນການຮຽບຮຽງຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54/ສພຊ ແລະ ເອກະສານທີ່ກ່ຽວຂ້ອງ, ສຳເລັດການເຮັດວຽກຮ່ວມກັບທີມງານວິຊາການຂອງກະຊວງຍຸດຕິທຳ ເພື່ອຄົ້ນຄ້ວາກວດກາຄວາມຖືກຕ້ອງທາງດ້ານເນື້ອໃນຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ, ປັບປຸງເນື້ອໃນ ມາດຕາ 34 ແລະ 38 ຂອງກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ຈັດຕັ້ງປະຕິບັດລັດຖະບັນຍັດເລກທີ 02/ປທ; ສຳເລັດ ການພັດທະນາແອັບປະກັນສັງຄົມ ແລະ ລະບົບເຊື່ອມໂຍງຂໍ້ມູນພາຍໃນ-ພາຍນອກ ໂດຍພື້ນຖານ; ສໍາເລັດ ການກວດສອບຂໍ້ມູນຂອງຜູ້ຮັບອຸດໜູນໄລຍະຍາວ ໃນການຂຶ້ນທະບຽນປະກັນສັງຄົມ 12 ຕົວເລກ ໄດ້ 12 ແຂວງ, ພິທີປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ່ຂອງ ທ່ານຫົວໜ້າອົງການປະກັນສັງຄົມແຫ່ງຊາດ ຜູ້ເກົ່າ ແລະ ຜູ້ໃໝ່; ສໍາເລັດ ການດໍາເນີນການກວດສອບ ການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ປະຈໍາປີ 2024 ຂອງຄະນະກວດສອບແຫ່ງລັດ ແລະອື່ນໆ.
ນອກຈາກຜົນສໍາເລັດ, ກອງປະຊຸມຍັງໄດ້ເອກະພາບໃຫ້ມີການແກ້ໄຂບັນຫາປະກັນສຸຂະພາບ, ການຂະຫຍາຍອັດຕາປົກຄຸມ, ປັບປຸງກົນໄກການປະສານງານ ໃຫ້ມີປະສິດທິຜົນ ແລະ ບັນດາບັນຫາທີ່ຈະນໍາສະເໜີໃນກອງປະຊຸມສະພາບໍລິຫານໃນໄຕມາດ III ຂອງ ປີ 2025.