



ເພື່ອເປັນການຕອບສະໜອງຕາມການເຊື່ອເຊີນຂອງທະນາຄານຊາຄອມແບັງລາວ. ໃນຕອນແລງຂອງວັນສຸກທີ 11 ກໍລະກົດ 2025 ໄດ້ມີການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ທີມອົງການປະກັນສັງຄົມແຫ່ງຊາດ ພົບກັບ ທີມທະນາຄານຊາຄອມແບັງລາວ ທີ່ ເດີ່ນທະນົງອາດ, ໃຫ້ກຽດເຂົ້າຮ່ວມ ແລະ ແລກທຸງມິດຕະພາບໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ຟານ ແທັງ ຕວັນ ຜູ້ອໍານວຍການໃຫຍ່ ຂອງ ທະນາຄານຊາຄອມແບັງລາວ, ມີບັນດາຮອງຫົວໜ້າ ອປຊ, ຮອງຜູ້ອໍານວນການທະນາຄານ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ທາງທະນາຄານຍັງໄດ້ມອບເສື້ອກິລາ ຈໍານວນ 25 ຜືນ ໃຫ້ກຽດຮັບໂດຍ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ.
ຈຸດປະສົງການແຂ່ງຂັນໃນຄັ້ງນີ້ ກໍເພື່ອເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025) ໃຫ້ມີບັນຍາກາດຟົດຟື້ນ, ທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ສົ່ງເສີມສຸຂະພາບທີ່ດີ ໃຫ້ແກ່ພະນັກງານຂອງທັງສອງຫ້ອງການ. ການແຂ່ງຂັນແມ່ນເຕັມໄປດ້ວຍໄມຕຼີຈິດມິດຕະພາບ ແລະ ບັນຍາກາດຟົດຟື້ນຂອງກອງເຊຍທັງສອງຝ່າຍ, ເຊິ່ງຜົນການແຂ່ງຂັນປະກົດວ່າ ທີມ ອປຊ ແລະ ທີມ ທະນາຄານຊາຄອມແບັງລາວ ສະເໝີກັນໄປດ້ວຍ 03 : 03.