ໃນລະຫວ່າງວັນທີ 07-13 ກໍລະກົດ 2025 ທີ່ ສູນການຄ້າລາວ-ໄອເຕັກ, ສະຫະພັນແມ່ຍິງ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ເຂົ້າຮ່ວມປະກອບສ່ວນໃນການວາງສະແດງສິນຄ້າທີ່ຫຼາກຫຼາຍຂອງບັນດາໜ່ວຍແມ່ຍິງ ທີ່ຂື້ນກັບ ກະຊວງ ຮສສ ໃນນັ້ນ ໜ່ວຍແມ່ຍິງ ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດໃຫ້ມີການບໍລິການຂື້ນທະບຽນແບບເຄື່ອນທີ່ ສໍາລັບຜູ້ປະກັນຕົນສະໝັກໃຈ ທີ່ມີອາຊີບອິດສະລະ ແລະ ປະຊາຊົນທົ່ວໄປ ເພື່ອເປັນການຄໍ້າປະກັນສິດຜົນປະໂຫຍດຂັ້ນພື້ນຖານໃນການດໍາລົງຊີວິດ ທັງນີ້ກໍໍເພື່ອເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955– 20 ກໍລະກົດ 2025) ພາຍໃຕ້ຫົວຂໍ້: “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ”. ພາຍໃນງານມີຫຼາກຫຼາຍກິດຈະກໍາ ເຊັ່ນ: ການນໍາສະເໜີບົດບາດຄວາມສໍາຄັນຂອງແມ່ຍິງລາວໃນວຽກງານຂະແໜງຕ່າງໆ, ການສະແດງສິລະປະ, ເດີນແບບ, ກິດຈະກໍາຖາມ-ຕອບ ເພື່ອຮັບລາງວັນ.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)