



ໃນລະຫວ່າງວັນທີ 25-29 ມິຖຸນາ 2025 ທີ່ ສູນການຄ້າລາວ - ໄອເຕັກ, ຕາງໜ້າຄະນະບໍລິຫານງານຊາວໜຸ່ມກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເວົ້າລວມ ເວົ້າສະເພາະກໍ່ຄື ໜ່ວຍຊາວໜຸ່ມ ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ເຂົ້າຮ່ວມຈັດຫ້ອງວາງສະແດງໃນການໃຫ້ຂໍ້ມູນກ່ຽວກັບລະບົບປະກັນສັງຄົມຂອງລາວ ເພື່ອເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955–14 ເມສາ 2025) ແລະ ວັນສໍາຄັນຕ່າງໆຂອງຊາດ ໃນງານບຸນມະໂຫລານຊາວໜຸ່ມ, ເຍົາວະຊົນ ປະຈຳປີ 2025 ພາຍໃຕ້ຫົວຂໍ້ “ຊາວໜຸ່ມ, ເຍົາວະຊົນ ຍຸກໃໝ່ເສີມຂະຫຍາຍບົດບາດປະຈັນບານເຂົ້າໃນການປະດິດສ້າງຫັນເປັນດີຈີຕອນ” ພິເສດໃນປີນີ້ ທີ່ ບູດປະກັນສັງຄົມ ໄດ້ຮັບຄວາມສົນໃຈຈາກພໍ່ແມ່ພີ່ນ້ອງປະຊາຊົນຈໍານວນຫຼາຍທີ່ມາທ່ຽວຊົມພາຍໃນງານ ເນື່ອງຈາກ ອປຊ ໄດ້ຈັດໃຫ້ມີໜ່ວຍງານບໍລິການເຄື່ອນທີ່ສຳລັບຜູ້ປະກັນຕົນສະໝັກໃຈໄວ້ຄອຍບໍລິການຂື້ນທະບຽນກັບທີ່, ສືບຕໍ່ສັນຍາ, ຈ່າຍເງິນປະກັນ, ພີມບັດປະກັນສັງຄົມຟຼີ ກໍລະນີບັດເສຍ ບັດແຕກຫັກ, ສອບຖາມຂໍ້ມູນ ເປັນຕົ້ນ. ພາຍໃນງານດັ່ງກ່າວ ຍັງໄດ້ຮັບຟັງການບັນຍາຍວຽກງານປະກັນສັງຄົມ ພາຍໃຕ້ຫົວຂໍ້ "ລະບົບປະກັນສັງຄົມ ໃນ ສປປ ລາວ" ໂດຍສະຫາຍ ສັນນະຄອນ ບຽນທະນົງ ຮອງເລຂາໜ່ວຍຊາວໜຸ່ມ ອປຊ, ພ້ອມທັງມີກິດຈະກຳຕອບຄໍາຖາມ ເພື່ອຮັບຂອງລາງວັນດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.