ເພື່ອເປັນການຮັດແໜ້ນຄວາມສາມັກຄີໃນພາກພື້ນ ແລະ ເພີ່ມທະວີການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ໃນຂົງເຂດວຽກງານປະກັນສັງຄົມ ເວົ້າລວມ ເວົ້າສະເພາະ ກໍ່ຄື ການຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລະບົບປະກັນສັງຄົມຫັນເປັນທັນສະໄໝ ແລະ ການປະຕິບັດອຸດໜູນໄລຍະຍາວ ໂດຍແນໃສ່ອຸດໜູນບໍານານ ແລະ ບັນດາສິ່ງທ້າທາຍຕ່າງໆ. ໃນລະຫວ່າງວັນທີ 22-25 ມິຖຸນາ 2025 ທີ່ ນະຄອນຫຼວງວຽງຈັນ, ອົງການປະກັນສັງຄົມແຫ່ງຊາດ ນໍາໂດຍທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະອົງການ, ຮອງຫົວໜ້າກົມແຜນການ ແລະ ການມືສາກົນ ແລະ ຄະນະພະແນກຈໍານວນໜຶ່ງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຂັມ ສຳ ອາດ ຮອງຫົວໜ້າ ກອງທຶນຊ່ວຍເຫຼືອສັງຄົມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ (NSAF) ພ້ອມຄະນະ, ເຊິ່ງຝ່າຍ ກໍາປູເຈຍ ກໍໄດ້ກ່າວຂອບໃຈໃນການຕ້ອນຮັບອັນອົບອຸ່ນຈາກຝ່າຍລາວ ໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບອົງການປະກັນສັງຄົມແຫ່ງຊາດໃນຄັ້ງນີ້. ຈາກນັ້ນ, ທັງສອງຝ່າຍໄດ້ດໍາເນີນກອງປະຊຸມປຶກສາຫາລືດ້ານວິຊາການຮ່ວມກັນຢ່າງເປັນທາງການ.

      ກອງປະຊຸມປຶກສາຫາລືໃນຄັ້ງນີ້, ໃຫ້ກຽດເປັນປະທານໂດຍ ທ່ານ ນ. ແວວມະນີ ຄໍາຜາຍ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ເຂົ້າຮ່ວມມີ ຄະນະກົມແຜນການແລະການຮ່ວມມື ກະຊວງ ຮສສ, ຄະນະພະແນກ ອປຊ ແລະ ວິຊາການທີ່ກ່ຽວຂ້ອງ. ຈາກນັ້ນ ຜູ້ຕາງໜ້າປະກັນສັງຄົມລາວ ກໍໄດ້ຜັດປ່ຽນກັນຂື້ນນໍາສະເໜີໃນຫົວຂໍ້ຕ່າງໆ ເຊິ່ງໄດ້ຍົກໃຫ້ເຫັນພາບລວມລະບົບປະກັນສັງຄົມ ຂອງ ສປປ ລາວ, ຂອບເຂດການນໍາໃຊ້ກົດໝາຍ, ກຸ່ມເປົ້າໝາຍເຂົ້າສູ່ລະບົບປະກັນສັງຄົມ, ການປະກອບສ່ວນເງິນສົມທົບ, ສິດແລະຜົນປະໂຫຍດທີ່ຈະໄດ້ຮັບການຄຸ້ມຄອງພາຍໃຕ້ກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54/ສພຊ (ສະບັບປັບປຸງ), ເຊິ່ງໃນປະຈຸບັນ ລະບົບປະກັນສັງຄົມ ມີຜູ້ປະກັນຕົນທັງໝົດ 372,374 ຄົນ, ຍິງ 181,233 ຄົນ (ບໍ່ກວມເອົາສອງກໍາລັງ), ພາກລັດຖະກອນ ມີ 169,442 ຄົນ, ພາກວິສາຫະກິດ 167,600 ຄົນ ແລະ ພາກສະໝັກໃຈ 35,332 ຄົນ, ມີຜູ້ເກີດສິດປິ່ນປົວສຸຂະພາບ ລວມທັງຄູ່ສົມຣົດ ແລະ ລູກ ທັງໝົດ 900,630 ຄົນ. ສໍາລັບວຽກງານຄຸ້ມຄອງລະບົບຫັນເປັນທັນສະໄໝ ໄດ້ຍົກໃຫ້ເຫັນໂຄງລ່າງພື້ນຖານດ້ານລະບົບໄອທີ, ລະບົບໂປຣແກຣມ (Web Application) ທີ່ມີຢູ່ໃນປັດຈຸບັນ ເຊັ່ນ: ລະບົບຄຸ້ມຄອງພະນັກງານ ແລະ ເບີກຈ່າຍເງິນເດືອນ, ລະບົບຫ້ອງການທັນສະໄໝ, ລະບົບບັນຊີການບັນທຶກລາຍຮັບ-ລາຍຈ່າຍ, ລະບົບການຈັດເກັບເອກະສານ, ລະບົບທະບຽນ & ເງິນສົມທົບ & ເງິນອຸດໜູນ ຂອງພາກລັດ, ລະບົບທະບຽນ & ເງິນສົມທົບ, ລະບົບການຄັດຂໍ້ມູນຜູ້ເກີດສິດປິ່ນປົ່ວສຸຂະພາບ ຂອງພາກວິສາຫະກິດ. ລະບົບເຊື່ອມຕໍ່ຖານຂໍ້ມູນ API ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສາທາລະນະສຸກ, ກະຊວງອຸດສະຫະກໍາ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານ ແລະ ກະເປົ່າເງິນອິເລັກໂທນິກ. ແຜນພັດທະນາລະບົບຖານຂໍ້ມູນ ໄລຍະ 05 ປີ 2026-2030 ເຊັ່ນ: ການພັດທະນາແອັບພິເຄເຊີນ ໃຫ້ສະໜອງການບໍລິການແບບອອນລາຍ ເປັນການຂຶ້ນທະບຽນ, ການຮ້ອງຂໍຮັບເງິນອຸດໜູນ, ການຈ່າຍເງິນສົມທົບ, ການເຊື່ອມໂຍງບັນດາຖານຂໍ້ມູນ ຂອງແອັບພິເຄເຊີນທັງໝົດ, ການພັດທະນາ ATD ( Admission Transfer Discharged ), ສ້າງລະບົບຖານຂໍ້ມູນກາງ ເພື່ອເຊື່ອມກັບພາກສ່ວນພາກນອກ, ການພັດທະນາລະບົບບັດປະກັນສັງຄົມໃຫ້ເປັນແບບອິເລັກໂທຼນິກ, ການພັດທະນາ ແລະ ປັບປຸງລະບົບຖານຂໍ້ມູນບັນຊີ ໃຫ້ແທດເໝາະກັບນິຕິກໍາແຕ່ລະໄລຍະ, ການໂອນຖ່າຍລະບົບຖານຂໍ້ມູນປະກັນສັງຄົມ ຈາກຖານຂໍ້ມູນ MySQL ມາເປັນ Oracle. ວຽກງານການຈັດຕັ້ງປະຕິບັດອຸດໜູນໄລຍະຍາວ ສະແດງໃຫ້ພາບລວມຂອງການຈັດສັນກອງທຶນ ແລະ ການຄຸ້ມຄອງອຸດໜູນໄລຍະຍາວຂອງພາກລັດຖະກອນ ເຊັ່ນ: ການຈັດຕັ້ງປະຕິບັດອຸດໜູນບໍານານ, ເສຍກໍາລັງແຮງງານ ແລະ ພະຍາດອາຊີບ, ອຸດໜູນສະມາຊິກຄອບຄົວ ພ້ອມທັງຍົກໃຫ້ເຫັນການປ່ຽນແປງເງື່ອນໄຂຂອງຜູ້ບໍານານພາກລັດ ໂດຍອີງໃສ່ ລັດຖະບັນຍັດ ຂອງ ປະທານປະເທດ ສະບັບເລກທີ 002/ປປທ ວ່າດ້ວຍການປັບປຸງ ມາດຕາ 34 ຂອງ ກົດໝາຍວ່າດ້ວຍການປະກັນສັງຄົມ ເຊິ່ງເລີ່ມຈັດຕັ້ງປະຕິບັດໃນວັນທີ 02 ມິຖຸນາ 2025 ເປັນຕົ້ນມາ ແລະ ມາດຕາ 38 ວີທີການຄິດໄລ່ບໍາເນັດເທື່ອດຽວສໍາລັບລັດຖະກອນ. ປະຈຸບັນ ມີຜູ້ຮັບອຸດໜູນໄລຍະຍາວທັງໝົດ 39,973  ຄົນ; ໃນນີ້ມີ: ອຸດໜູນບໍາເນັດເທື່ອດຽວ ໃນ 06 ເດືອນ ມີ 514 ຄົນ, ອຸດໜູນບໍານານ 34,300 ຄົນ, ອຸດໜູນເສຍກໍາລັງແຮງງານ 182 ຄົນ ແລະ ອຸດໜູນຜູ້ດູແລ 16 ຄົນ, ອຸດໜູນສະມາຊິກຄອບຄົວ 5,329 ຄົນ; ໃນນີ້ມີ ອຸດໜູນໝ້າຍ 2,990 ຄົນ, ອຸດໜູນລູກກໍາພ້າ 2,336 ຄົນ ແລະ ອຸດໜູນພໍ່-ແມ່ 3 ຄົນ. ພ້ອມດຽວກັນນັ້ນ ຍັງໄດ້ຍົກໃຫ້ເຫັນບັນດາສິ່ງທ້າຍຫຼາຍດ້ານທີ່ເປັນອຸປະສັກຕໍ່ການຈັດຕັ້ງປະຕິບັດວຽກງານ ເວົ້າລວມ ກໍ່ຄື ການຂະຫຍາຍອັດຕາການປົກຄຸມວຽກງານປະກັນສັງຄົມໃນຕໍ່ໜ້າ. ຕໍ່ຈາກນັ້ນ ຜູ້ຕາງໜ້າຈາກ NSAF ໄດ້ຂື້ນແລກປ່ຽນບົດຮຽນວຽກງານຄຸ້ມຄອງບໍລິຫານ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດອຸດໜູນບໍານານ ຂອງ ປະເທດກໍາປູເຈຍ, ເຊິ່ງໄດ້ຍົກໃຫ້ຮູ້ວ່າ: ປັດຈຸບັນລັດຖະບານຂອງກໍາປູເຈຍ ໄດ້ໃຫ້ບຸລິມະສິດວຽກງານສະຫວັດດີການສັງຄົມ ໃນຖານະເປັນກອງທຶນຊ່ວຍເຫຼືອສັງຄົມແຫ່ງຊາດ ມີໜ້າທີ່ຫຼັກໃນການຊ່ວຍເຫຼືອສັງຄົມ ແລະ ທ້ອນໂຮມງົບປະມານ ເພື່ອຊ່ວຍເຫຼືອຄອບຄົວຜູ້ທຸກຍາກ, ຜູ້ເຄາະຮ້າຍຕາມລະບົບປະກັນສັງຄົມຂອງພວກເຮົາ. ກອງທຶນຊ່ວຍເຫຼືອສັງຄົມ (NSAF) ເປັນສະຖາບັນຂອງລັດ ມີດຳລັດ ແລະ ສ້າງຕັ້ງຂື້ນໃນປີ 2022, ມີ 03 ສະຖາບັນ ຄື: ຄັງເງິນແຫ່ງຊາດຂອງນັກຮົບເກົ່າ, ຄັງເງິນຂອງພະນັກງານ ແລະ ກົມສະຫວັດດີການສັງຄົມ ທີ່ຂື້ນກັບ ກະຊວງແຮງງານ. ກອງທຶນມີໜ້າທີ່ຮັບໃຊ້ພົນລະເຮືອນ ແລະ ພົນທະຫານ, ມີຫົວໜ້າກົມໃຫຍ່ 01ທ່ານ ແລະ ຮອງຫົວໜ້າກົມໃຫຍ່ 05 ທ່ານ, ໃນນັ້ນມີ 05 ກົມ ແລະ 01 ອົງການ ຄື: 1) ກົມຄຸ້ມຄອງຊັບພະຍາກອນມະນຸດ, 2) ກົມບໍລິການ ແລະ ເງິນອຸດໜຸນ, 3) ກົມນະໂຍບາຍ ແລະ ນິຕິກຳ, 4)ກົມຄຸ້ມຄອງງົບປະມານການເງິນ ແລະ ບັນຊີ, 5) ກົມຄຸ້ມຄອງເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະ 6) ອົງການກວດກາ ທຽບເທົ່າກົມ. NSAF ປະກອບມີ ປະທານສະພາບໍລິຫານ 01 ທ່ານ ແລະ 09 ກະຊວງເຂົ້າຮ່ວມ ເປັນຕົ້ນ ກະຊວງເສດຖະກິດການເງິນ, ກະຊວງສະຫວັດດີການສັງຄົມ ແລະ ນັກຮົບເກົ່າ, ມີ 02 ກອງທຶນເຮັດວຽກປະກັນສັງຄົມ ຄື ກອງທຶນຊ່ວຍເຫຼືອສັງຄົມ ແລະ ກອງທຶນປະກັນສັງຄົມ ທີ່ຂື້ນກັບກະຊວງແຮງງານ. ສໍາລັບກອງທຶນປະກັນສັງຄົມ ມີໜ້າທີ່ຄ້າຍຄືກັບປະກັນສັງຄົມຂອງລາວ ເຮັດໜ້າທີ່ຂົນຂວາຍບັນດາຫົວໜ່ວຍແຮງງານຕ່າງໆ, ລະດົມທຶນ ແລະ ສະໜອງການອຸດໜູນ, ສ່ວນກອງທຶນຊ່ວຍເຫຼືອສັງຄົມ ແມ່ນໄດ້ງົບປະມານຈາກລັດຖະບານໂດຍກົງ ເຮັດໜ້າທີ່ຄຸ້ມຄອງເງິນບໍານານນັກຮົບເກົ່າ ແລະ ເງິນບໍານານພະນັກງານລັດ. ໃນເດືອນ 5/2025 ອາດີດນັກຮົບເກົ່າ ແລະ ຄອບຄົວ ມີ 01 ແສນກວ່າຄົນ ຈ່າຍເດືອນ 25 ລ້ານໂດລາຕໍ່ເດືອນ, ບໍານານ 05 ແສນຄົນ ຈ່າຍ 50 ລ້ານໂດລາຕໍ່ເດືອນ, ນອກນັ້ນຍັງມີໂຄງການຊ່ວຍເຫຼືອສັງຄົມໃຊ້ແບບຄອບຄົວ ມີ 05 ໂຄງການຍ່ອຍ ຄື: 1) ໂຄງການສະໜອງເງິນສົດໃຫ້ແມ່ມານຖືພາອອກລູກ ແລະ ເດັກນ້ອຍອາຍຸບໍ່ເກີນ12 ປີ ໃນຄອບຄົວທຸກຍາກ, 2) ໂຄງການເງິນສົດແກ່ຜູ້ພິການ, 3)ໂຄງການຜູ້ອາຍຸສູງ 60 ປີຂື້ນໄປ, 4) ໂຄງການມອບທຶນການສຶກສາຂັ້ນປະຖົມ-ມັດຖະຍົມ, 5) ໂຄງການມອບເງິນສົດໃຫ້ຜູ້ທີ່ຕິດເອດ (HIV) ເຊິ່ງທັງໝົດ 05 ໂຄງການມີບັດຮັບເງິນສົດ, ມາຮອດປັດຈຸບັນ ມີ 07 ແສນຄອບຄົວ, ມີຄອບຄົວຜູ້ພິການ 05 ແສນກວ່າຄົນ, ຜູ້ສູງອາຍຸ 03 ແສນຄົນ, ຕິດເຊື້ອເອດ 5 ພັນຄົນ, ການສຶກສາລູກຜູ້ທຸກຍາກ 04 ແສນຄົນ, ຖືພາ ແລະ ເດັກນ້ອຍຕ່ຳກວ່າ 12 ປີ ມີ 02 ແສນຄົນ. ມາຮອດທີ 26/5/2025 ໃຊ້ງົບປະມານທັງໝົດ 400.8 ລ້ານໂດລາ. ນອກນັ້ນຍັງມີ ໂຄງການຝຶກອົບຮົມລູກທີ່ທຸກຍາກຈັດໂດຍກະຊວງແຮງງານ ແຕ່ລະເດືອນຈະໄດ້ເງິນເດືອນ. ປັດຈຸບັນ ພວມເລີ່ມໂຄງການຈ່າຍເງິນສົດໃຫ້ແມ່ມານ  ແລະ ເດັກນ້ອຍອາຍຸບໍ່ເກີນ 12 ປີ ທີ່ຕິດຄຸກ ແລະ ໂຄງການຫຼຸດພົ້ນຄວາມທຸກຍາກ ເພື່ອໃຫ້ໂອກາດຜູ້ທຸກຍາກໄດ້ສຶກສາຮ່ຳຮຽນ ແລະ ໄດ້ຮັບສະຫວັດດີການສັງຄົມ ກໍ່ຄືການຊ່ວຍເຫຼືອຈາກລັດຖະບານ. ກອງປະຊຸມ ໄດ້ມີການແລກປ່ຽນໃນຫຼາຍບັນຫາສໍາຄັນ ໂດຍແນໃສ່ຫົວຂໍ້ທີ່ຍົກຂື້ນມາສົນທະນາ ເຊິ່ງຕໍ່ມາໄດ້ສ້າງຄວາມເຂົ້າໃຈເລິກເຊິ່ງຍິ່ງຂື້ນກ່ຽວກັບລະບົບການຄຸ້ມຄອງປະກັນສັງຄົມຂອງສອງປະເທດ ແລະ ແຜນພັດທະນາວຽກງານສະຫວັດດີການສັງຄົມໃນຕໍ່ໜ້າ ໃຫ້ກັບບັນດາຜູ້ແທນທີ່ເຂົ້າຮ່ວມ ເຊິ່ງຈະເປັນບົດຮຽນທີ່ດີໃຫ້ແກ່ສອງອົງກອນໄດ້ນໍາໄປພັດທະນາປັບປຸງລະບົບປະກັນສັງຄົມຂອງຕົນໃຫ້ດີຍິ່ງຂື້ນໃນຕໍ່ໜ້າ.

      ໃນໂອກາດພິເສດດັ່ງກ່າວ, ປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນກໍາປູເຈຍ ເຊິ່ງໄດ້ສະແດງອອກເຖິງສາຍພົວພັນທີ່ດີລະຫວ່າງສອງປະເທດ ກໍ່ຄື ສອງອົງກອນ ລະຫວ່າງ ກອງທຶນຊ່ວຍເຫຼືອສັງຄົມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ອົງການປະກັນສັງຄົມແຫ່ງຊາດ ແຫ່ງ ສປປ ລາວ ທີ່ຍາມໃດກໍຍົກສູງການຮ່ວມມືເພື່ອພັດທະນາວຽກງານປະກັນສັງຄົມ ແລະ ສອງຝ່າຍພ້ອມຈະສືບຕໍ່ຮັດແໜ້ນການຮ່ວມມືທີ່ດີ ເພື່ອຜົນປະໂຫຍດຂອງສະມາຊິກປະກັນສັງຄົມຂອງສອງຊາດ.

      ການມາຢ້ຽມຢາມໃນຄັ້ງນີ້ ຖືເປັນເຫດການສຳຄັນໃນການເສີມຂະຫຍາຍການພົວພັນໃນຖານະເປັນຄູ່ຮ່ວມມືຂອງສອງອົງກອນ ໂດຍສະເພາະການຮ່ວມມືແລກປ່ຽນ ແລະ ພັດທະນາການໃຫ້ບໍລິການໃນວຽກງານສະຫວັດດີການສັງຄົມ, ບັນດາບົດຮຽນ ແລະ ປະສົບການທີ່ນຳມາຖອດຖອນຄັ້ງນີ້ ຈະເປັນການເພີ່ມທະວີການຮ່ວມມື ແລະ ຍົກສູງວຽກງານປະກັນສັງຄົມໃນທາມກາງເສດຖະກິດຂອງສອງປະເທດພວມເຕີບໃຫຍ່ຂະຫຍາຍຕົວ ແລະ ຫັນເປັນທັນສະໄໝ ຮັບປະກັນໃຫ້ວຽກງານມີຜົນສໍາເລັດ ແລະ ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມຂອງສອງປະເທດ.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)