



ໃນວັນທີ 26 ມິຖຸນາ 2025 ຜ່ານມາ ທີ່ ສະໂມສອນຫ້ອງວ່າການເມືອງທ່າແຂກ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານຮອບດ້ານ ແລະ ເຜີຍແຜ່ນິຕິກຳກ່ຽວກັບວຽກງານແຮງງານ ແລະ ສະຫວັດດີການສັງຄົມ ແຂວງຄຳມ່ວນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຄຳມ່ວນ ແລະ ທ່ານ ສັກດາ ແກ້ວມະນີໄຊ ຮອງເຈົ້າເມືອງທ່າແຂກ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ພະແນກ ຮສສແຂວງ, ຫ້ອງການ ຮສສ ເມືອງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ຄະນະກຳມະການຄົ້ນຄວ້າປະຕິບັດນະໂຍບາຍຕາມດຳລັດ 57/ລບ, ຫົວໜ້າ ກໍ່ສ້າງຮາກຖານການເມືອງທັງ 07 ເຂດ, ນາຍບ້ານ 03 ເຂດໃນເທສະບານເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ແມ່ນໄດ້ເຜີຍແຜ່ບັນດາເອກະສານທີ່ສຳຄັນຄື: ເຜີຍແຜ່ນິຕິກຳການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຮັດວຽກຊົ່ວຄາວ ໃຫ້ແຮງງານຕ່າງປະເທດທີ່ມາເຄື່ອນໄຫວເຮັດວຽກແບບບໍ່ຖືກຕ້ອງ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກົດໝາຍວ່າດ້ວຍການປະກັນສັງຄົມ 54/ສພຊ, ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ນິຕິກຳ 57/ລບ ວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ. ພາຍຫຼັງສຳເລັດການເຜີຍແຜ່ບັນດາເອກະສານ ຄະນະປະທານ ໄດ້ມີຄຳເຫັນເຊິ່ງທ່ານ ໄດ້ຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງ ກໍ່ຄື ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໃຫ້ເປັນເຈົ້າການ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ໃນ ການເກັບກໍາຂໍ້ມູນ, ການຄຸ້ມຄອງແຮງງານຄົນຕ່າງປະເທດ ທີ່ມາເຄື່ອນໄຫວພາຍໃນເມືອງ ເຂົ້າສູ່ລະບຽບການຖືກຕ້ອງຕາມກົດໝາຍແຮງງານທີ່ກຳນົດໄວ້, ສືບຕໍ່ເກັບກຳຂໍ້ມູນ, ຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ເອົາໃຈໃສ່ກະກຽມຮັບມືໄພພິບັດ ລົມພະຍຸ ທີ່ອາດຈະເກີດຂຶ້ນໃນລະດູຝົນ ໃຫ້ທັນຕາມສະພາບການຕົວຈິງ ແລະ ການຂະຫຍາຍອັດຕາການປົກຄຸມຂອງປະກັນສັງຄົມໃຫ້ກ້ວາງຂວາງທົ່ວເຖິງທົ່ວສັງຄົມ.