ໃນວັນທິ 05 ມີຖຸນາ 2025 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງ ເມືອງສາມັກຄີໄຊ, ຫ້ອງການປະກັນສັງຄົມແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ທີ່ ຫ້ອງວ່າການເມືອງ ສາມັກຄີໄຊ ໂດຍເປັນຄະນະປະທານຮ່ວມ ຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ແຂວງອັດຕະປື ແລະ ທ່ານ ຈິດປະສົງ ສີງສະຫວັດ ຫົວໜ້າ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ມີພະແນກການອ້ອມຂ້າງແຂວງ ແລະ ຫົວໜ່ວຍທຸລະກິດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 82 ທ່ານ ຍິງ 43 ທ່ານ. ທ່ານ ຈິດປະສົງ ສີງສະຫວັດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອັດຕະປື ໄດ້ມີຄຳເຫັນວ່າ ການເຜີຍແຜ່ກົດໝາຍ ວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ແມ່ນເພື່ອເສີມສ້າງຄວາມເຂົ້າໃຈໃນສິດທິ ແລະ ໜ້າທີ່ຂອງຜູ້ປະກັນຕົນທັງພາກລັດ ແລະ ພາກວິສະຫາກິດ ໂດຍມີເປົ້າໝາຍໃຫ້ແຮງງານທັງໃນລະບົບ ແລະ ນອກລະບົບລວມເຖິງນາຍຈ້າງ ແລະ ຜູ້ປະກອບການຮັບຮູ້ເຖີງຄວາມສຳຄັນຂອງລະບົບປະກັນສັງຄົມ ໃນການຄຸ້ມຄອງ ແລະ ສ້າງຫຼັກປະກັນຄວາມໝັ້ນຄົງໃນຊີວີດ ແລະ ເພື່ອຮັບປະກັນສິດຜົນປະໂຫຍດດ້ານສະຫວັດດີການສັງຄົມໃຫ້ແກ່ສະມາຊິກປະກັນສັງຄົມ ແລະ ຄອບຄົວ ແນ່ໃສ່ປົວແປງຊີວີດການເປັນຢູ່ຂອງພະນັກງານລັດຖະກອນ ກໍ່ຄື ຜູ້ອອກແຮງງານ ແລະ ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ໃຫ້ດີຂື້ນເປັນກ້າວໆ ປະກອບສ່ວນໃນການສ້າງສາພັດທະນາເສດຖະກິດ-ສັງຄົມ.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)