ໃນຕອນເຊົ້າຂອງວັນທີ 04 ມິຖຸນາ 2025 ທີ່ ຫ້ອງປະຊຸມໃຫຍ່ ຂອງ ອປຊ, ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂື້ນເປັນສົມບຸນ 06 ສະຫາຍ ຂອງໜ່ວຍພັກຮາກຖານ ອປຊ, ໂດຍການເປັນປະທານຂອງ ສະຫາຍ ໂຈມແຍງ ແພງທອງສະຫວັດ ເລຂາໜ່ວຍພັກຮາກຖານ ອົງການປະກັນສັງຄົມແຫ່ງຊາດ, ທັງເປັນຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ, ມີສະຫາຍຄະນະໜ່ວຍພັກຮາກຖານ, ຜູ້ຕາງໜ້າກົມກວດກາ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ, ສະມາຊິກພັກ ອປຊ ແລະ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
      ໃນພິທີ ຜູ້ຕາງໜ້າໜ່ວຍພັກ ໄດ້ຂື້ນຜ່ານມະຕິຕົກລົງສະບັບເລກທີ 79/ຄພ.ຮສສ, ລົງວັນທີ 06 ພຶດສະພາ 2025 ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບຸນ ຂອງ ພັກປະຊາຊົນປະຕິວັດລາວ. ຈາກນັ້ນສະຫາຍ ສະຫາຍ ໂຈມແຍງ ແພງທອງສະຫວັດ ເລຂາໜ່ວຍພັກຮາກຖານ ອປຊ ກໍ່ໄດ້ໃຫ້ຄໍາໂອວາດຕັກເຕືອນສະມາຊິກພັກສົມບູນໃໝ່ ໃຫ້ຮັບຮູ້ສິດໜ້າທີ່ ແລະ 11 ຂໍ້ຫ້າມສໍາລັບສະມາຊິກພັກສົມບູນ, ເພີ່ມທະວີຄວາມສາມັກຄີພາຍໃນພັກໃຫ້ແໜ້ນແຟ້ນ, ຍົກສູງລະດັບຄວາມຮູ້, ຄວາມສາມາດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບການມອບໝາຍ, ອອກແຮງຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອເປັນແບບຢ່າງອັນດີງາມໃຫ້ແກ່ມະຫາຊົນ ແລະ ປະກອບສ່ວນສ້າງໜ່ວຍພັກໃຫ້ເຂັ້ມແຂງ, ປະຕິບັດຕາມກົດລະບຽບຕ່າງໆຂອງພັກວາງອອກ ແລະ ບັນດາຂໍ້ຫ້າມຢ່າງເຂັ້ມງວດ, ເຂົ້າຮ່ວມດຳເນີນຊີວິດພັກ ແລະ ມີທັດສະນະຕໍ່ແນວທາງການນໍາພາພັກຢ່າງໜັກແໜ້ນ.
      ສໍາລັບພິທີດັ່ງກ່າວ ໄດ້ຮັບຮອງເອົາ ສະຫາຍ ນາງ ມະນີວັນ ວັນດີ, ສະຫາຍ ນາງ ນວນສີ ຫອມສົມບັດ, ສະຫາຍ ຫວ່າງໃຈ ບົວເພັງສີ, ສະຫາຍ ນາງ ຄຳບາງ ຫີດອາສາ, ສະຫາຍ ນາງ ລັດດາວັນ ແສງວໍລະວົງ, ສະຫາຍ ວົງສະຫວັນ ລາສະສານ ສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບຸນ ຂອງ ໜ່ວຍພັກຮາກຖານ ອົງການປະກັນສັງຄົມແຫ່ງຊາດ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)