ເພື່ອເປັນການສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານການເງິນ ແລະ ວຽກງານໂຄສະນາປະຊາສໍາພັນ ຢູ່ ແຂວງໄຊສົມບູນ ໃຫ້ເຂົ້າເຖິງກຸ່ມເປົ້າໝາຍນັບມື້ນັບຫຼາຍຂຶ້ນ ລວມໄປເຖິງການປະຕິບັດຕົວເລກຄາດໝາຍສູ້ຊົນໃນປີ 2025 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ໃນວັນທີ 19 ພຶດສະພາ 2025 ອົງການປະກັນສັງຄົມແຫ່ງຊາດ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການເງິນ ແລະ ວຽກງານໂຄສະນາປະຊາສໍາພັນ ໂດຍການນໍາພາຂອງທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ.
 
ໃນການລົງເຄື່ອນໄຫວຄັ້ງນີ້ ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ເຮີ່ທາວ ດາເພຍຫຼວງ ຮອງຫົວໜ້າ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ທັງເປັນຜູ້ຊີ້ນໍາວຽກງານປະກັນສັງຄົມ ເພື່ອລາຍງານຈຸດປະສົງ ແລະ ຮຽກຮ້ອງໃຫ້ ພະແນກ ຮສສ ແຂວງ ຊ່ວຍຊຸກຍູ້ໃຫ້ມີການຈັດກອງປະຊຸມເຜີຍແຜ່ວຽກງານປະກັນສັງຄົມໃນວາລະຕ່າງໆຂອງ ພະແນກ ຮ່ວມໄປເຖິງບັນດາຫົວໜ່ວຍວິສາຫະກິດ ທີ່ເປັນສະມາຊິກປະກັນສັງຄົມ ແລະ ກໍາລັງຈະເຂົ້າເປັນສະມາຊິກປະກັນສັງຄົມ ໃຫ້ໄດ້ຮັບຮູ້ຂໍ້ມູນກ່ຽວກັບກົດໝາຍປະກັນສັງຄົມ ແລະ ການຄຸ້ມຄອງໃນລະບົບປະກັນສັງຄົມ ຕາມແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານ.
 
ຕໍ່ຈາກນັ້ນ ໃນວັນທີ 21 ພຶດສະພາ 2025 ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບ ຫ້ອງການປະກັນສັງຄົມ ແຂວງໄຊສົມບູນ ໄດ້ລົງເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ທີ່ ບໍລິສັດລາວໂທລະຄົມ ສາຂາແຂວງໄຊສົມບູນ ນອກນັ້ນຍັງມີພະນັກງານ ຂອງ ລັດວິສາຫະກິດນໍ້າປະປາລາວ ແລະ ບໍລິສັດຢຸນິທິວລາວ ເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 07 ທ່ານ. ໃນການເຜີິຍແຜ່ ທ່ານ ນາງ ໄມ່ລີ ເຊຍປໍວ່າງ ຮອງຫົວໜ້າຫ້ອງການປະກັນສັງຄົມ ແຂວງໄຊສົມບູນ ໄດ້ຂຶ້ນບັນຍາຍກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ພ້ອມທັງລົງເລິກບັນດາສິດຜົນປະໂຫຍດທີ່ປະກັນສັງຄົມໃຫ້ການຄຸ້ມຄອງ 9 ປະເພດການອຸດໜູນ ຄື: ການປະກັນສຸຂະພາບ, ອຸບັດຕິເຫດແຮງງານ ຫຼື ພະຍາດອາຊີບ, ອອກລູກ, ປ່ວຍການ, ເສຍກຳລັງແຮງງານ, ບຳນານ, ເສຍຊີວິດ, ອຸດໜູນສະມາຊິກຄອບຄົວ ແລະ ອຸດໜູນວ່າງງານ ຕາມເງື່ອນໄຂທີ່ກົດໝາຍໄດ້ກຳນົດ. ຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ມີການແລກປ່ຽນຄໍາຄິດເຫັນເພື່ອສ້າງຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບບັນຫາຕ່າງໆ ລວມໄປເຖິງມາດຖານເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກການເຂົ້າເປັນສະມາຊິກປະກັນສັງຄົມ.
 
ຜ່ານການລົງເຄື່ອນໄຫວຊຸກຍູ້ວຽກໂຄສະນາປະຊາສໍາພັນ ແລະ ການເງິນ ໃນຄັ້ງນີ້ ເຫັນໄດ້ວ່າຫ້ອງການປະກັນສັງຄົມແຂວງ ເຫັນໄດ້ເຖິງຄວາມສໍາຄັນວຽກງານດັ່ງກ່າວ ໃນການຖອດຖອນບົດຮຽນນໍາທີມງານຂັ້ນສູນກາງ ເພື່ອນໍາມາພັດທະນາ ແລະ ປັບປຸງວຽກງານຕ່າງໆຂອງຕົນໃຫ້ສອດຄ່ອງເໝາະສົມ ຖືກຕ້ອງຊັດເຈນດ້ານວຽກງານການເງິນ ແລະ ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຍິ່ງຂື້ນ ທັງນີ້ກໍເພື່ອຮັບປະກັນໃນການຂະຫຍາຍອັດຕາການປົກຄຸມລະບົບປະກັນສັງຄົມ ເວົ້າລວມ ເວົ້າສະເພາະ ກໍຄື ປະຕິບັດຕົວເລກຄາດໝາຍສູ້ຊົນໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້ໃນແຕ່ລະໄລຍະ.
 
ປະຈຸບັນ ຫ້ອງການປະກັນສັງຄົມແຂວງ ໄຊສົມບູນ ມີພະນັກງານທັງໝົດ 11 ທ່ານ, ຍິງ 07 ທ່ານ.

 

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)