ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພານີ້ ທີ່ກະຊວງດັ່ງກ່າວ,ໂດຍການເປັນປະທານຂອງທ່ານ ບຸນມາ ສິດທິໂສມ ປະທານສະຫະພັນກຳມະບານກະຊວງ ຮສສ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພົງໄຊສັກອິນຖາລາດ ຮອງລັດຖະມົນກະຊວງ ຮສສ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ, ທ່ານ ທອງຈັນ ພູມີພັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີບັນດາສະມາຊິກກຳມະບານພາຍໃນກະຊວງ ຮສສ ເຂົ້າຮ່ວມ.
ທ່ານ ບຸນມາ ສິດທິໂສມ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງທີ VI ຂອງສະຫະພັນກຳມະບານກະຊວງ ຮສສ ໄດ້ເປັນເອກະພາບ ແລະ ຮັບຮອງເອົາບັນດາເນື້ອໃນສໍາຄັນດັ່ງລຸ່ມນີ້: ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ເປັນເອກະພາບຮັບຮອງເອົາບົດລາຍງານການເມືອງກ່ຽວກັບ ສະພາບການຊີ້ນໍາໆພາ ຂອງຄະນະບໍລິຫານງານສະຫະພັນກຳມະບານສະໄໜທີ X ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດສະໃໝທີ VI ໃນໄລຍະ 5 ປີຕໍ່ໜ້າ ນັບແຕ່ປີ 2026-2030 ຊຶ່ງມີເນື້ອໃນ ລະອຽດມື:ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກກຳມະບານໃຫ້ມີຄວາມໜັກແໜ້ນທຸ່ນທ່ຽງ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ ແລະ ເຊື່ອໝັ້ນຕໍ່ແນວທາງການນໍາພາຂອງພັກ, ບຳລຸງ ແລະ ກໍ່ສ້າງສະມາຊິກກຳມະບານ-ພະນັກງານໃຫ້ມີຄວາມຮູ້ຄວາມສາມາດ, ຄຸນສົມບັດສິນທໍາປະຕິວັດເພື່ອເປັນກໍາລັງແຮງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ປະກົດຜົນເປັນຈິງ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມີການແບ່ງງານ ແລະ ຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ ທັງສູ້ຊົນຈັດຕັ້ງປະຕິບັດ ແຜນການຂອງສະຫະພັນກຳມະບານໃຫ້ເຂັ້ມແຂງ ໂດຍເອົາໃຈໃສ່ໃນການດໍາເນີນຊີວິດການເມືອງເປັນກົນໄກໃນການປັບປຸງກໍ່ສ້າງວຽກງານກຳມະບານໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ແລະ ສົ່ງເສີມ ໃຫ້ຄະນະບໍລິຫານງານສະຫະພັນກຳມະບານ ແລະ ບັນດາກຳມະບານຮາກຖານມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດສຳເລັດໜ້າທີ່ການເມືອງ ກໍຄືວຽກງານວິຊາສະເພາະໃຫ້ຖືກຕ້ອງຕາມລະບຽບ ກົດໝາຍ, ມີຄວາມທັນສະໄໝ, ປັບປຸງການຈັດຕັ້ງກຳມະບານຮາກຖານໃຫ້ມີຄວາມເຂັ້ມແຂງ ຂະຫຍາຍສະມາຊິກກຳມະບານ ແລະ ຕີລາຄາປະເມີນກຳມະບານ 5 ເປັນເຈົ້າໃຫ້ ໃຫ້ໄດ້ 80% ຂຶ້ນໄປຂອງຈຳນວນສະມາຊິກກຳມະບານທັງໝົດ, ຊຸກຍູ້ໃຫ້ສະມາຊິກກຳມະບານໄດ້ເຂົ້າຮຽນທິດສະດີ ຫຼື ການຝຶກອົບຮົມຕ່າງໆ ຕາມແຈ້ງການຂອງສູນກາງສະຫະພັນກຳມະບານລາວ;ຕັ້ງໜ້າເຄື່ອນໄຫວວຽກງານຕິດຕາມ, ກວດກາ ແລະ ເປັນເຈົ້າການສະກັດກັ້ນ ແລະ ຕ້ານບັນດາປະກົດການຫຍໍ້ທໍ້ ໃນຖັນແຖວສະມາກຳມະບານຢ່າງເປັນປະຈຳ ແລະ ທັນການ.
ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບຮັບຮອງເອົາບົດສຳຫຼວດການຊີ້ນຳໆ ພາວຽກງານຮອບດ້ານ ຂອງຄະນະບໍລິຫານງານສະຫະພັນກຳມະບານ ໃນໄລຍະຜ່ານມາ ແລະ ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານ ງານສະຫະພັນກຳມະບານຊຸດໃໝ່ ສະໄໝທີ VI ເພື່ອສືບຕໍ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານກຳມະບານ ໃນໄລຍະ 5 ປີຕໍ່ໜ້າ (2026-2030) ບົນພື້ນຖານມາດຖານ ແລະ ເງື່ອນໄຂກໍານົດໄວ້.
ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນກຳມະບານຊຸດໃໝ່ ສະໄໝທີ VI ດັ່ງນີ້: ທ່ານ ບຸນມາ ສິດທິໂສມ ປະທານສະຫະພັນກຳມະບານກະຊວງ ຮສສ, ທ່ານ ສຸລິຍາ ຄໍາວົງສາ ເປັນຮອງປະທານ ທັງເປັນປະທານກວດກາ, ທ່ານນາງ ບົວຫອມ ພົມມະຈັນ ເປັນຮອງກວດກາ.
ທ່ານ ທອງຈັນ ພູມີພັນ ໄດ້ໂອລົມຕໍ່ພິທີດັ່ງກ່າວວ່າ: ແນ່ໃສ່ເຮັດໃຫ້ສະມາຊິກທຸກຄົນເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກ, ກຳແໜ້ນບັນດາມະຕິຄຳສັ່ງຂອງພັກ, ກົດໝາຍ ແລະ ນິຕິກຳອື່ນໆຂອງລັດ, ຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ ໃນການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານ, ມີຄວາມຈົ່ງຮັກພັກດີ, ມີນ້ຳໃຈຊື່ສັດບໍລິສຸດຕໍ່ປະເທດຊາດ ແລະ ຈິງໃຈຮັບໃຊ້ປະຊາຊົນບັນດາເຜົ່າ;ສ້າງໃຫ້ພະນັກງານມີຄວາມຮູ້, ຄວາມສາມາດທີ່ເກັ່ງ, ກ້າຄິດ, ກ້າເຮັດ ແລະ ຮັບຜິດຊອບຕໍ່ການປະຕິບັດໜ້າທີ່ວຽກງານຂອງຕົນ ທີ່ຖືກມອບໝາຍ;ຄະນະບໍລິຫານງານສະຫະພັນກຳມະບານ, ຄະນະກຳມະບານຮາກຖານ ແລະ ສະມາຊິກກຳມະບານທຸກສະຫາຍ ຕ້ອງເປັນເຈົ້າການໃນການຜັນຂະຫຍາຍເນື້ອໃນແຜນການ ການເຄື່ອນໄຫວວຽກງານກຳມະບານ ເຂົ້າສູ່ການປະຕິບັດຕົວຈິງໃນຂົງເຂດວຽກງານທີ່ຕົນຮັບຜິດຊອບໃຫ້ມີຜົນສໍາເລັດ, ເອົາໃຈໃສ່ປັບປຸງວຽກງານກວດກາກໍາມະບານເຂົ້າສູ່ລວງເລິກເປັນຕົ້ນແມ່ນ ກວດກາການປະຕິບັດກົດໝາຍຂອງລັດ, ກົດໝາຍ ຂອງກໍາມະບານ ແລະ ລະບຽບການຕ່າງໆ; ຕັ້ງໜ້າປະກອບສ່ວນເຂົ້າໃນການຊອກຫາແຫຼ່ງລາຍຮັບເປັນຕົ້ນແມ່ນ: ການສ້າງເສດຖະກິດຄອບຄົວ, ວຽກງານກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຫຼື ສ້າງລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ, ມີສະຕິເປັນເຈົ້າຕົນເອງ ໃນການມອບເງິນບໍາລຸງ ຢ່າງເປັນປົກກະຕິຕາມລະບຽບການ;ເພີ່ມທະວີການພົວພັນຮ່ວມມືກັບ ສະຫະພັນກຳມະບານ ກະຊວງ-ອົງການ ແລະ ບັນດາປະເທດເພື່ອນມິດຍຸດທະສາດ ເພື່ອຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອເປັນຕົ້ນບົດຮຽນ, ເຕັກນິກ-ວິທະຍາສາດ, ທຶນຮອນ, ວັດຖຸ-ອຸປະກອນ ເພື່ອປະກອບສ່ວນພັດທະນາວຽກງານ ກໍຄືສະຫະພັນກຳມະບານ ໃຫ້ເຂັ້ມແຂງໄປສູ່ຄຸນະພາບໃໝ່.
(ຂ່າວສານຮສສ)