ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກຮາກຖານ ຂອງອົງການປະກັນສັງຄົມແຫ່ງຊາດ ໄດ້ໄຂຂື້ນ ໃນວັນທີ 15 ພຶດສະພາ 2025ທີ່ກະຊວງຮສສ ແລະ ພາຍໃຕ້ການເປັນປະທານຂອງ ສະຫາຍ ໂຈມແຍງ ແພງທອງສະຫວັດ ເລຂາໜ່ວຍພັກຮາກຖານ ຈໍານວນ 4 ໜ່ວຍພັກ, ມີບັນດາຜູ້ແທນສົມບູນຂອງໜ່ວຍພັກເຂົ້າຮ່ວມ ຈຳນວນ ສະຫາຍ,ຍິງ ສະຫາຍ, ສຳຮອງ ສະຫາຍ .
ກອງປະຊຸມດັ່ງກ່າວ, ໂດຍເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ນ. ໃບຄຳ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີບັນດາເລຂາໜ່ວຍພັກກະຊວງ , ສະມາຊິກພັກຂອງໜ່ວຍພັກຮາກຖານ ອປສ ແລະ ແຂກຖືກເຊີນເຂົ້າຮວ່ມ.
ກອງປະຊຸມໃຫຍ່ ຄັ້ງທີI ຂອງໜ່ວຍພັກໄດ້ເປັນເອກະພາບ ແລະ ຮັບຮອງເອົາເນື້ອໃນ ທີ່ສໍາຄັນດັ່ງນີ້: ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບຮັບຮອງເອົາບົດລາຍງານການເມືອງການຊີ້ນໍາ-ນໍາພາວຽກງານຂອງໜ່ວຍພັກ ໃນໄລຍະຜ່ານມາ (2021-2025) ແລະ ທິດທາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດໃນໄລຍະ 5 ປີຕໍ່ໜ້າ (2026-2030) ເຊິ່ງສະເໜີໂດຍສະຫຍາຍເລຂາໜ່ວຍພັກ; ເອກະພາບຮັບຮອງເອົາຮ່າງບົດສໍາຫຼວດການຊີ້ນໍາ-ນໍາພາວຽກຮອບດ້ານຂອງໜ່ວຍພັກຮາກຖານອົງການປະກັນສັງຄົມແຫ່ງຊາດ ໃນໄລຍະ 5 ປີຜ່ານມາ .
ພ້ອມນີ້,ຜູ້ແທນກອງປະຊຸມຍັງໄດ້ຜ່ານມະຕິຕົກລົງ ບົ່ງໂຕແຕ່ງຕັ້ງ ໜ່ວຍພັກຮາກຖານອົງການປະກັນສັງຄົມແຫ່ງຊາດ ຄັ້ງທີ I ເລຂາ, ຮອງເລຂາ ແລະ ກໍາມະການໜ່ວຍພັກຊຸດໃໝ່ ນຳນວນ 05 ສະຫາຍ ດັ່ງນີ້:
ສະຫາຍ ໂຈມແຍງ ແພງທອງສະຫວັດ ເປັນເລຂາໜ່ວຍພັກຮາກຖານ
ສະຫາຍ ນາງ ບົວຫອມ ພົມມະຈັນ ເປັນຮອງເລຂາໜ່ວຍພັກ ແລະ ປະທານກວດກາ
ສະຫາຍ ເພັດສະໝອນ ສຸກທະວີພອນ ເປັນກໍາມະການພັກຮາກຖານ
ສະຫາຍ ທອງພັນ ໄຊຍະລາດ ເປັນກໍາມະການພັກຮາກຖານ
ສະຫາຍ ນາງ ແວວມະນີ ຄຳຜາຍ ເປັນກຳມະການຄະນະພັກຮາກຖານ
4. ກອງປະຊຸມໃຫຍ່ ໄດ້ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ຈຳນວນ 4 ໜ່ວຍພັກ ຂື້ນກັບຄະນະພັກຮາກຖານອົງການປະກັນສັງຄົມແຫ່ງຊາດ ສະໄໝທີ 1 ເພື່ອສືບຕໍ່ຊີ້ນຳ- ນຳພາ ການຈັດຕັ້ງປະຕິວຽກງານ ໃນໄລຍະ 5 ປີຕໍ່ຫນ້າ (2026-2030) ບົນພື້ນຖານ ມາດຖານ ແລະ ເງື່ອນໄຂກຳນົດໄວ້ ດັ່ງລາຍຊື່ລຸ່ມນີ້:
1. ໜ່ວຍພັກການເງິນ, ບໍລິການ ແລະ ປະຊາສຳພັນ ປະກອບມີ 3 ສະຫາຍ ຍິງ 01 ສະຫາຍ ດັ່ງນີ້:
ສະຫາຍ ເພັດສະໝອນ ສຸກທະວີພອນ ເປັນເລຂາໜ່ວຍພັກ;
ສະຫາຍ ນາງ ຄໍາແພງ ວໍລະສິງ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາ;
ສະຫາຍ ນັນທະກີ ກອງໄຊສີ, ເປັນກຳມະການໜ່ວຍພັກ,
2. ໜ່ວຍພັກທະບຽນ, ນິຕິກຳ ແລະ ກວດສອບ ປະກອບມີ 3 ສະຫາຍ ຍິງ 01 ສະຫາຍ ດັ່ງນີ້::
ສະຫາຍ. ທອງພັນ ໄຊຍະລາດ ເປັນເລຂາໜ່ວຍພັກ,
ສະຫາຍ ນາງ ດວງເດືອນ ຈັນທະວົງ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາ;
ສະຫາຍ ດາວອນ ຜ່າມີໄຊ ເປັນກຳມະການໜ່ວຍພັກ,
3. ໜ່ວຍພັກບັນຊີ ແລະ ອຸດໜູນ ປະກອບມີ 3 ສະຫາຍ ຍິງ 03 ສະຫາຍ ດັ່ງນີ້::
ສະຫາຍ ນາງ ແວວມະນີ ຄຳຜາຍ ເປັນເລຂາໜ່ວຍພັກ;
ສະຫາຍ ນາງ ແຕ ເພັງລາວົງ..ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາ;
ສະຫາຍ ນາງ ວຽງສະຫວັນ ຄົມດາລາ ເປັນກຳມະການໜ່ວຍພັກ,
4. ໜ່ວຍພັກບໍລິຫານ, ແຜນການ ແລະ ຂໍ້ມູນຂ່າວສານ ປະກອບມີ 3 ສະຫາຍ ຍິງ 02 ສະຫາຍ ດັ່ງນີ້:
ສະຫາຍ, ນາງ ບົວຫອມ ພົມມະຈັນ ເປັນເລຂາໜ່ວຍພັກ;
ສະຫາຍ ນາງ ທຽນທອງ ແກ້ວບົວ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາ;
ສະຫາຍ ສອນເພັດ ວົງໄຊ ເປັນກຳມະການໜ່ວຍພັກ,
ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ເລືອກປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ I ໃນຕໍ່ໜ້າ ຕາມລະບຽບຂອງພັກມີທັງໝົດ 21 ສະຫາຍ, ຍິງ ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ, ຍິງ 1 ສະຫາຍ.
ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍ ນ. ໃບຄຳ ຂັດທິຍະ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊີ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກຊຸດເກົ່າ ຕະຫຼອດໄລຍະ 5 ປີຜ່ານມາທີ່ໄດ້ນໍາພາປະຕິບັດໜ້າທີ່ການເມືອງຂອງຕົນທີ່ຍາດໄດ້ຜົນສໍາເລັດ,ຖືໄດ້ວ່າເປັນຜົນງານລວມຂອງໜວ່ຍພັກຮາກຖານ ອປສ ກໍຄືໃນຄະແໜງ ຮສສ .
ພ້ອມກັນນັ້ນ, ສະຫາຍເລຂາຄະນະພັກດະຊວງ ຍັງໄດ້ຍົກໃຫ້ເຫັນເຖີງບັນຫາສິ່ງທ້າທາຍຕໍ່ສະພາບການຂອງໂລກ ເປັນຕົ້ນທາງດາ້ນການເມືອງ, ເສດຖະກິດທັງພາຍໃນ ແລະ ຂອງໂລກ, ທາງດ້ານການທະຫານ , ທັງໝົດນັ້ນລວ້ນແຕ່ຕິດພັນກັບວຽກງານປະກັນສັງຄົມແຫ່ງຊາດ, ຜູ້ປະກັນຕົນ ແມ່ນບັນຫາທີ່ພວກເຮົາຕ້ອງໄດ້ພ້ອມກັນກຽມພ້ອມແກ້ໄຂໃນຕໍ່ໜ້າ.
ສະນັ້ນ, ຄະນະໜ່ວຍພັກຮາກຖານຊຸດໃໝ່ ກໍຄືສະມາຊິກພັກ ຈະຕ້ອງໄດ້ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນໃຫ້ມີຜົນງານໃຫຍ່ຫຼວງກ່ວາເກົ່າ ໂດຍ ປັບປຸງວຽກງານການບໍລີການປະກັນສັງຄົມໃຫ້ເຂົ້າເຖິງທຸກເປົ້າໝາຍ ຍໍລີການສັງຄົມຢ່າງມີຄວາມຄ່ອງຕົວ, ວ່ອງໄວ ແລະ ເຂັ້ມແຂງຂຶ້ນກ່ວາເກົ່າ , ກຳໜົດແຜນການ, ແຜນງານ ເປັນອັນລະອຽດ ລົງເລິກບັນດານິຕິກຳລວມ ຄົ້ນຄວ້າ ລົງເລິກບັນຫາເປັນອັນລະອຽດ, ຮັກອາຊີບ ແຜນພັດທະນາສ້າງບຸກຄະລາກອນກຳນົດຕຳແໜ່ງງານດ້ວຍມີຫົວຄິດປະດິດສ້າງຕົວຈິງ. , ທັງໝົດກໍລວ້ນແມ່ນບົຍພື່ນຖານເອກະພາບທາງດ້ານການເມືອງແນວຄິດ ດ້ວຍຫຼັກການລວມສູນປະຊາທິປະໄຕ ຂອງພັກ. ແບ່ງວຽກແບ່ງງານເປັນອັນລະອຽດ ດ້ວຍລັກສະນະຕໍ່ສູ້ຂອງພັກ ດ້ວຍຄວາມເອກະພາບສູງ. ການປະຕິບັດນະໂຍບາຍທາງດາ້ນສະຫວັດດີການສັງຄົມ ຕ່າງໆ ຂອງພະນັກງານລັດຖະກອນ ໃຫ້ຖືເປັນສຳຄັນ ແລະ ເທົ່າທຽມກັນ ນັບແຕ່ສູນກາງຮອດທ້ອງຖີ່ນ. ພ້ອມທັງຕັ້ງໜ້າຊຸກຍູ້ວຽກງານອົງການຈັດຕັ້ງມະຫາຊົນໃຫ້ມີຄວາມສາມະຄີ ພາຍໃນ-ພາຍນອກ ຢ່າງເປັນປຶກແຜ່ນ
ກອງປະຊຸມໄດ້ຮຽກຮ້ອງມາຍັງສະມາຊິກພັກ,ພະນັກງານລັດຖະກອນພາຍໃນໜ່ວຍພັກຫ້ອງການກະຊວງ ຈົ່ງພ້ອມກັນເຊີດຊູສະຕິປັນຍາ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂື້ນເລື້ອຍໆ ເພື່ອປັບປຸງວຽກງານຕາມທີ່ໄດ້ຮັບມອບໝາຍໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຮັດໃຫ້ໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໝັກແໜ້ນ,ບໍລິການດວ້ຍຄວາມປະທັບໃຈໃຫ້ກັບສັງຄົມຍີ່ງຂື້ນ.
(ຂ່າວສານຮສສ)