ໃນວັນທີ 8 ພຶດສະພາ 2025 ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XVII ຂອງຕົນຂື້ນ, ໃຫ້ກຽດເປັນປະທານໂດຍທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນປະທານສະພາບໍລິຫານ ຂອງ ອປຊ, ເຂົ້າມີຮອງປະທານສະພາບໍລິຫານ, ຄະນະກໍາມະການ, ຄະນະອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະພະແນກເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງກໍ່ເພື່ອຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດບັນດາທິດຊີ້ນໍາຂອງກອງປະຊຸມສະພາບໍລິຫານຄັ້ງທີ XVI ແລະ ທົບທວນຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງ ອປຊ ປະຈໍາໄຕມາດ I ປີ 2025 ແລະ ກໍານົດທິດທາງແຜນການປະຈໍາໄຕມາດ II ໂດຍການລາຍງານຂອງທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານໄດ້ລາຍງານໃຫ້ຮູ້ວ່າ: ອປຊ ໄດ້ສໍາເລັດການປັບປຸງ ແລະ ຮັບຮອງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງ ອປຊ ຕາມທິດຊີ້ນໍາຂອງກອງປະຊຸມ, ສືບຕໍ່ແກ້ໄຂບັນຫາການຈັດຕັ້ງປະຕິບັດອຸດໜູນປະກັນສຸຂະພາບທີ່ຕິດພັນກັບວຽກງານປະກັນສັງຄົມ ມາຮອດປະຈຸບັນ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການກ່ຽວກັບການຈັດຕັ້ງປະຕິບັດລະບົບປະກັນສຸຂະພາບ ທີ່ຕິດພັນກັບລະບົບປະກັນສັງຄົມ ສະບັບເລກທີ 732/ຫສນຍ, ລົງວັນທີ 29 ເມສາ 2025 ພ້ອມທັງມອບໃຫ້ທ່ານຮອງນາຍົກ ຜູ້ຊີ້ນໍາວຽກງານຂົງເຂດວັດທະນາທໍາ-ສັງຄົມ ເຊີນ 4 ກະຊວງເຂົ້າຮ່ວມປຶກສາຫາລືຄວາມເປັນເອກະພາບກັນ ເພື່ອຄົ້ນຄ້ວາຄວາມເປັນໄປໄດ້ໃນການໂຮມລະບົບປະກັນສຸຂະພາບ ແລະ ລະບົບປະກັນສັງຄົມເຂົ້າກັນ. ສຳລັບວຽກງານປິ່ນອ້ອມ ອປຊ ແມ່ນໄດ້ສືບຕໍ່ລົງປະຊາສໍາພັນໃຫ້ບັນດາອົງການຈັດຕັ້ງລັດ, ຫົວໜ່ວຍວິສາຫະກິດໃນຂອບເຂດທົ່ວປະເທດ ລວມທັງພາກສະໝັກໃຈໄດ້ທັງໝົດ 306 ຄັ້ງ ເທົ່າກັບ 112 % ຂອງແຜນການງວດ, ໃນນັ້ນສໍາໜັກງານໃຫຍ່ 70 ຄັ້ງ ແລະ ທ້ອງຖິ່ນ 236 ຄັ້ງ; ໄດ້ສືບຕໍ່ປະຊາສໍາພັນທາງສື່ຕ່າງໆຕາມເນື້ອໃນກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ແກ່ບັນດາກຸ່ມເປົ້າໝາຍໄດ້ເຂົ້າໃຈຢ່າງຖືືກຕ້ອງ ໂດຍສະເພາະແມ່ນສິດຜົນປະໂຫຍດທີ່ຈະໄດ້ຮັບຈາກການເຂົ້າເປັນສະມາຊິກປະກັນສັງຄົມ, ຊຶ່ງໃນງວດ I ປີ 2025 ສາມາດຂຶ້ນທະບຽນໃຫ້ກັບຫົວໜ່ວຍແຮງງານວິສາຫະກິດໃໝ່ 389 ຫົວໜ່ວຍ, ຂື້ນທະບຽນຜູ້ປະກັນຕົນເກົ່າ ແລະ ໃໝ່ໄດ້ທັງໝົດ 14,018 ຄົນ ເທົ່າກັບ 91%ຂອງແຜນການງວດ, ຂື້ນທະບຽນພະນັກງານລັດຖະກອນໃໝ່ 246 ຄົນ ເທົ່າກັບ 66%, ພາກວິສາຫະກິດໄດ້ 11,709 ຄົນ ເທົ່າກັບ 94% ແລະ ພາກສະໝັກໃຈໃໝ່ 2,063 ຄົນ ເທົ່າກັບ 83% ຂອງແຜນການງວດ. ມີຜູ້ປະກັນຕົນ ທີ່ໄດ້ຈ່າຍເງິນສົມທົບທັງໝົດ 377.005 ຄົນ (ບໍ່ລວມພາກສ່ວນ ປກຊ, ປກສ); ໃນນີ້ ມີຜູ້ປະກັນຕົນພາກລັດ 168,171 ຄົນ, ພາກວິສາຫະກິດ 171,421 ຄົນ, ຜູ້ສະໝັກໃຈ 37,413 ຄົນ. ປັດຈຸບັນມີຫົວໜ່ວຍແຮງງານວິສາຫະກິດ ທີ່ເຂົ້າເປັນສະມາຊິກປະກັນສັງຄົມໄດ້ຈ່າຍເງິນສົມທົບ 5,174 ຫົວໜ່ວຍ. ວຽກງານອຸດໜູນ ໄດ້ດໍາເນີນການພິຈາລະນາ ແລະ ຄິດໄລ່ເງິນອຸດໜູນຕ່າງໆທັງໝົດ 67,675 ເທື່ອຄົນ, ໃນນີ້ ພາກລັດມີ 52,489 ເທື່ອຄົນ, ພາກວິສາຫະກິດ ແລະ ສະໝັກໃຈ 15,186 ເທື່ອຄົນ, ໄດ້ໂອນເງິນອຸດໜູນປະກັນສຸຂະພາບ ໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດ ຈຳນວນ 7,206.23 ຕື້ກວ່າກີບ ພາຍໃນງວດ I. ສໍາລັບວຽກງານຈຸດສຸມ ໄດ້ສຶກສາອົບຮົມດ້ານການເມືອງແນວຄິດ ໃຫ້ພະນັກງານແຕ່ລະຂັ້ນມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ສາມາດປະຕິບັດໜ້າທີ່ວຽກງານທີ່ຖຶກມອບໝາຍດ້ວຍຄວາມຮັບຜິດຊອບສູງ; ສຳເລັດ ການຄົ້ນຄ້ວາກວດກາຮ່າງເນື້ອໃນກົດໝາຍວ່າດ້ວຍການປະກັນສັງຄົມ ກ່ອນຈັດກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍດັ່ງກ່າວ ຮ່ວມກັບທີມງານວິຊາການຂອງ ກະຊວງ ຍຸຕິທຳ ຈຳນວນ 02 ຄັ້ງ ຜູ້ເຂົ້າຮ່ວມ 27 ຄົນ ຍິງ 12 ຄົນ; ສຳເລັດ ການປັບປຸງລະບົບຖານຂໍ້ມູນເງິນອຸດໜູນປະກັນສັງຄົມພາກລັດ ເພື່ອຮອງຮັບການປັບເງິນເດືອນໃໝ່ ແລະ ຖານຂໍ້ມູນພາກວິສາຫະກິດ ໃຫ້ເບີກຈ່າຍເງິນເດືອນໄລຍະຍາວ ຕາມເງິນເດືອນປະກັນຕົນສະເລ່ຍຄາດຄະເນ ປີ 2025; ສຳເລັດການສະຫຼຸບຜົນການກວດສອບພາຍໃນ ປະຈຳປີ 2024 ແລະອື່ນໆ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕີລາຄາສູງຕໍ່ການປະກອບຄໍາຄິດຄໍາເຫັນຂອງບັນດາຄະນະສະພາບໍລິຫານເຂົ້າໃນບັນຫາສໍາຄັນຕ່າງໆ ດ້ວຍຄວາມຮັບຜິດຊອບຕໍ່ພາລະບົດບາດ ແລະ ໜ້າທີ່ຂອງຕົນ, ສ່ອງແສງໃຫ້ເຫັນເຖິງພຶດຕິກຳຕົວຈິງຈາກຜົນຂອງການປະຕິບັດວຽກງານໃນໄລຍະຜ່ານມາ ທີ່ຍາດມາໄດ້ຜົນສໍາເລັດຢ່າງຕັ້ງໜ້າ ແລະ ພ້ອມກັນມີຄໍາເຫັນເຂົ້າໃນການກໍານົດທິດທາງແຜນວຽກງານຈຸດສຸມປະຈໍາໄຕມາດ II ປີ 2025. ທ່ານປະທານກ່າວຕື່ມວ່າ: ໃນປີ 2025 ແມ່ນເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ກໍ່ຄື ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ VI ແລະ ກ້າວເຂົ້າສູ່ການກຳນົດແຜນ 5 ປີ (ປີ 2026-2030), ບົນພື້ນຖານການຈັດຕັ້ງປະຕິບັດວຽກງານປະກັນສັງຄົມຕະຫຼອດໄລຍະເກືອບ 5 ປີຜ່ານມາ ມີຫຼາຍດ້ານທີ່ມີຜົນສໍາເລັດຢ່າງຕັ້ງໜ້າ ແລະ ສິ່ງທ້າທາຍທີ່ຈະຕ້ອງໄດ້ພ້ອມກັນສືບຄົ້ນຄ້ວາແກ້ໄຂ ເພື່ອໃຫ້ບັນລຸຄາດໝາຍສູ້ຊົນອັດຕາການປົກຄຸມປະກັນສັງຄົມ ທຽບໃສ່ປະຊາກອນລາວໃຫ້ໄດ້ 50% ໃນປີ 2030 ເຊິ່ງປັດຈຸບັນກວມພຽງ 23% ຂອງພົນລະເມືອງລາວທັງໝົດ.