ໃນລະຫວ່າງເດືອນ ກໍລະກົດ ຫາ ສິງຫາ 2024, ທີມງານເຄື່ອນທີ່ ຂອງ ອົງການປະກັນສັງຄົມແຫ່ງຊາດ (ອປຊ) ຮ່ວມກັບ ຫ້ອງການປະກັນສັງຄົມ ນະຄອນຫຼວງວຽງຈັນ (ຫປສ) ນໍາພາໂດຍທ່ານ ສົມຫວັງ ອິນທະວົງ ຫົວໜ້າຫ້ອງການປະກັນສັງຄົມ ນະຄອນຫຼວງວຽງຈັນ ພ້ອມດ້ວຍທີມງານ ໄດ້ລົງໃຫ້ບໍລິການຂຶ້ນທະບຽນເຄື່ອນທີ່ແກ່ປະຊາຊົນ ຢູ່ 17 ບ້ານ ຄື: ບ້ານດົງສ້າງຫີນ, ບ້ານທົ່ງມັງ, ບ້ານແສນອຸດົມ, ບ້ານທ່າສົ້ມມໍ, ບ້ານຂຸດສາມບາດ, ບ້ານບໍ່ເຫຼັກ ໃນເມືອງໄຊທານີ; ບ້ານນາໂນ ເມືອງໄຂເສດຖາ; ບ້ານໂຄກຊາຍ, ບ້ານຫາດຊາຍຟອງເໜືອ, ບ້ານນາລ້ອງ, ບ້ານໜອງແປນເໜືອ ເມືອງຫາດຊາຍຟອງ; ບ້ານໂພນສະຫວັນ, ບ້ານນໍ້າກ້ຽງ ເມືອງນາຊາຍທອງ; ບ້ານໜອງທາໃຕ້ ເມືອງຈັນທະບູລີ; ບ້ານໄຮ່ໃຕ້, ບ້ານອ່າງນ້ອຍ, ບ້ານປາກແຖບ ເມືອງສັງທອງ ມີຜູ້ຂື້ນທະບຽນ ແລະ ສືບຕໍ່ຈ່າຍທັງໝົດ 80 ຄົນ, ຍິງ 61 ຄົນ.
ການລົງເຄື່ອນໄຫວໃນຄັ້ງນີ້ ນອກຈາກເປັນການລົງໃຫ້ບໍລິການຕົວຈິງແກ່ຜູ້ປະກອບອາຊີບອິດສະລະ ແລະ ປະຊາຊົນທົ່ວໄປ ເຊັ່ນ ການເຜີຍແຜ່ຄວາມສໍາຄັນວຽກງານປະກັນສັງຄົມ ແລະ ສິດຜົນປະໂຫຍດ 07 ອຸດໜູນ, ແນະນໍາການຂື້ນທະບຽນ, ຮັບເງິນ-ມອບບິນຮັບເງິນ ແລະ ອອກບັດປະກັນສັງຄົມ ພ້ອມວິທີການຊໍາລະຄ່າປະກັນສັງຄົມໃນຄັ້ງຕໍ່ໆໄປ; ພ້ອມດຽວກັນນັ້ນ ຍັງເປັນການຖອດຖອນບົດຮຽນ, ກະກຽມສ້າງຄວາມພ້ອມໃຫ້ກັບທີມງານເຄື່ອນທີ່ ຂອງ ຫປສ ນະຄອນຫຼວງວຽງຈັນ ໃນການລົງເຄື່ອນທີ່ດ້ວຍຕົນເອງໃນຄັ້ງຕໍ່ໄປຢ່າງມີປະສິດທິພາບ ຮັບປະກັນການໃຫ້ບໍລິການທີ່ສະດວກ ວ່ອງໄວ ໃນເວລາທີ່ປະຊາຊົນມາໃຊ້ບໍລິການ.
“ປັດຈຸບັນ, ກົດໝາຍວ່າດ້ວຍການປະກັນສັງຄົມ ໄດ້ຂະຫຍາຍການຄຸ້ມຄອງໄປເຖິງຜູ້ປະກອບອາຊີບອິດສະລະ ແລະ ປະຊາຊົນທົ່ວໄປ ທີ່ມີສຸຂະພາບແຂງແຮງ ອາຍຸລະຫວ່າງ 14-60ປີ ສາມາດສະໝັກໃຈນໍາປະກັນສັງຄົມໄດ້ທີ່ອົງການປະກັນສັງຄົມແຫ່ງຊາດ ບ້ານທົ່ງສ້າງນາງ ເມືອງຈັນທະບຸລີ ຫຼື ຫ້ອງການປະກັນສັງຄົມແຂວງໃນຂອບເຂດທົ່ວປະເທດ ເຊິ່ງຜູ້ປະກັນຕົນສະໝັກໃຈ ຈະໄດ້ຮັບການຄຸ້ມຄອງ 07 ອຸດໜູນ ຄື: 1) ການປະກັນສຸຂະພາບ, 2) ອອກລູກ, 3) ປ່ວຍການ, 4) ເສຍກໍາລັງແຮງງານ, 5) ບໍານານ, 6) ເສຍຊີວິດ, 7) ອຸດໜູນສະມາຊິກຄອບຄົວ. ສອບຖາມຂໍ້ມູນເພີ່ມຕືີ່ມ: 1508 ໃນໂມງລັດຖະການ”