ກະຊວງການເງິນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດ ກອງປະຊຸມປຶກສາຫາລື ກ່ຽວກັບການເຊື່ອມຕໍ່ລະບົບບໍລິຫານຖານຂໍໍ້ມູນແຮງງານແບບທັນສະໄໝ ( LMIS) ແລະ ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ຂຶ້ນໃນວັນທີ 1 ມີນາ 2022ທີ່ ກະຊວງການເງິນ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນກະຊວງການເງິນ ແລະ ທ່ານ ນ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ, ຫົວໜ້າຫ້ອງການ-ຮອງຫ້ອງການ, ຫົວໜ້າອົງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງສອງກະຊວງ ເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ກ່ຽວກັບການເຊື່ອມຕໍ່ລະບົບບໍລິຫານຖານຂໍໍ້ມູນ ແຮງງານແບບທັນສະໄໝ ຄັ້ງນີ້, ຊຶ່ງມີຈຸດປະສົງຕົ້ນຕໍເພື່ອສ້າງຖານຂໍ້ມູນ ແລະ ຂື້ນທະບຽນ ຜູ້ອອກແຮງງານລາວ ທັງໝົດດ້ວຍລະບົບທັນສະໄຫມ ເພື່ອຕິດຕາມການເຄື່ອນໄຫວຂອງຕະຫຼາດແຮງງານ ໂດຍສະເພາະການປ່ຽນແປງສະພາບກ່ຽວກັບຄວາມຕ້ອງການ ແລະ ການສະໜອງແຮງງານ; ຕິດຕາມການມີລາຍຮັບຂອງແຮງງານລາວ ແລະ ແຮງງານຕ່າງປະເທດ ໃຫ້ເປັນໄປຕາມຄວາມຈິງຫຼາຍທີ່ສຸດ ເພື່ອໃຫ້ປະຕິບັດພັນທະດ້ານອາກອນລາຍໄດ້ຢ່າງເໝາະສົມ; ເປົ້າຫມາຍແມ່ນຜູ້ອອກແຮງງານລາວ ປະມານ 1,5 ລ້ານ (ໜຶ່ງລ້ານຫ້າແສນຄົນ) ຄົນໃນທົ່ວປະເທດ ທັງໃນ ແລະ ນອກລະບົບເສດຖະກິດ. ນອກລະບົບລວມມື: ແຮງງານໃນຄົວເຮືອນ, ຜູ້ປະກອບອາຊີບອິດສະຫຼະຄ້າຂາຍອອນລາຍ, ຜູ້ເຮັດວຽກແບບກິນຕາມຜະລິດຕະພັນ ແລະ ຜູ້ອອກແຮງງານຕ່າງປະເທດທີ່ຖືກຕ້ອງ ແລະ ຍັງບໍ່ຖືກຕ້ອງຕາມກົດໝາຍ. ພ້ອມກັນນີ້ໄດ້ມີທະບຽນ ແລະ ປະຫວັດການເຮັດວຽກພ້ອມລາຍລະອຽດທີ່ເຊື່ອຖືໄດ້; ມີປະຫວັດການຈ່າຍປະກັນສັງຄົມຂອງຕົນ, ປະຫວັດການຈ່າຍອາກອນລາຍໄດ້ຂອງຕົນ; ມີຄວາມສະດວກໃນການສ້າງ ຫລື ຍົກເລີກສັນຍາແຮງງານ; ມີຄວາມສະດວກໃນການສະຫມັກວຽກ ແລະ ເຂົ້າຖິງຂໍ້ມູນຂ່າວສານຕະຫລາດແຮງງານ; ມີເລກປະຈຳຕົວຜູ້ເສຍອາກອນ ເພື່ອຢັ້ງຢືນສະຖານະຢ່າງຖືກຕ້ອງ; ຜູ້ອອກແຮງງານໄດ້ຮັບການຄຸ້ມຄອງຕາມກົດຫມາຍແຮງງານ, ໄດ້ຮັບການຊ່ວຍເຫຼືອຢ່າງທັນການໃນກໍລະນີເກີດເຫດການຕ່າງໆ ທີ່ມີຜົນກະທົບຕໍ່ວຽກທີ່ຕົນເອງເຮັດ,ໄດ້ມີລະບົບຂໍ້ມູນຂ່າວສານຕະຫລາດແຮງງານທີ່ທັນສະໄຫມ; ມີຂໍ້ມູນກ່ຽວກັບຄວາມຕ້ອງການ ແລະ ການສະໜອງແຮງງານ ລວມທັງສະຖານະພາບຂອງຜູ້ອອກແຮງງານ ທີ່ມີຄວາມຊັດເຈນ ຖືກຕ້ອງ ແລະ ທັນເວລາ ສາມາດນຳໃຊ້ເຂົ້າໃນການແກ້ໄຂບັນຫາດ້ານແຮງງານໄດ້ໄວຂື້ນ; ສາມາດເກັບລາຍຮັບຈາກອາກອນເງິນເດືອນ, ອາກອນລາຍໄດ້ ດີຂື້ນກວ່າເກົ່າ; ມີຂໍ້ມູນເພື່ອນຳໃຊ້ໃຫ້ແກ່ການສ້າງກຳລັງແຮງງານທົດແທນໄດ້ໃນແຕ່ລະໄລຍະ, ແຮງງານທຸກຄົນໃນລະບົບເສດຖະກິດຂອງປະເທດໄດ້ຮັບການປົກປ້ອງ ແລະ ຄຸ້ມຄອງຕາມກົດໝາຍ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ປອດໄພ. ຈາກສະຖິຕິຜ່ານມາຄາດວ່າໃນ 2 ປີ ຈະສາມາດຂື້ນທະບຽນໃຫ້ຜູ້ອອກແຮງງານ ຈຳນວນ 1,5 ລ້ານຄົນ ມີຜູ້ທີ່ມີເງິນເດືອນ ສູງກວ່າ 1,3 ລ້ານກີບ ທີ່ຕ້ອງຈ່າຍອາກອນຈຳນວນຫລາຍກວ່າ 50% ຂອງຜູ້ອອກແຮງງານທັງຫມົດ.
ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮວ່ມກອງປະຊຸມຂອງສອງ ກະຊວງ ກໍ່ໄດ້ຂຶ້ນປະກອບຄຳຄິດຄຳເຫັນ ແລກປຽນບົດຮຽນຢ່າງເປັນເຈົ້າການ ແລະ ມີວິທະຍາສາດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມເປັນເອກະພາບສູງ, ພ້ອມກັນແກ້ໄຂບັນດາຂອດຂັ້ນດ້ານເອກະສານຕ່າງໆ ໃຫ້ມີຄວາມວອ່ງໄວໂດຍເນັ້ນການຕິດຕາມກວດກາ ໃຫ້ມີຄວາມຊັດເຈນ, ບັບປຸງນິຕິກຳໃຫ້ສອດຄ່ອງກັບຕົວຈິງ ແລະ ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ ຕາມລະດັບຄາດໝາຍທີ່ວາງໄວ້.