ໃນຕອນເຊົ້າຂອງວັນທີ 31 ມັງກອນ 2022 ທີ່ ອົງການປະກັນສັງຄົມແຫ່ງຊາດ ໄດ້ມີກອງປະຊຸມສະພາບໍລິຫານຄັ້ງທີ V ຂອງຕົນຂື້ນ ໂດຍການເປັນປະທານຂອງທ່ານ ນາງ ໃບຄຳ ຂັດທິຍະ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານສະພາບໍລິຫານ ຂອງອົງການປະກັນສັງຄົມແຫ່ງຊາດ, ເຂົ້າຮ່ວມມີຮອງປະທານສະພາບໍລິຫານ, ຄະນະກໍາມະການ, ຄະນະອົງການ ອປຊ ແລະ ພະແນກການທີ່ກ່ຽວຂ້ອງ.
ຈຸດປະສົງຂອງກອງປະຊຸມສະພາບໍລິຫານໃນຄັ້ງນີ້ ກໍ່ເພື່ອເປັນການທົບທວນຄືນຜົນຂອງກອງປະຊຸມສະພາບໍລິຫານ ຄັ້ງທີ IV ທັງເປັນການຮັບຮອງເອົາຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນກິດຈະກຳປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຂອງອົງການປະກັນສັງຄົມແຫ່ງຊາດ ໂດຍການລາຍງານຂອງ ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ເຊິ່ງທ່ານໃຫ້ຮູ້ວ່າ: ໃນປີ 2021 ການຂະຫຍາຍອັດຕາການປົກຄຸມປະກັນສັງຄົມ ໂດຍການຂຶ້ນທະບຽນໃໝ່ໄດ້ທັງໝົດ 34.824 ຄົນ ເທົ່າກັບ 110% ຂອງແຜນການປີ, ໃນນີ້ຂຶ້ນທະບຽນພະນັກງານ-ລັດຖະກອນໄດ້ 3.235 ຄົນ ເທົ່າກັບ 216% ຂອງແຜນການປີ, ຂຶ້ນທະບຽນຜູ້ອອກແຮງງານໃໝ່-ເກົ່າໃນຫົວໜ່ວຍວິສາຫະກິດໄດ້ 28.236 ຄົນ ເທົ່າກັບ 105% ຂອງແຜນການປີ, ຮັບຜູ້ສະໝັກໃຈເຂົ້າປະກັນສັງຄົມໄດ້ 3.353 ຄົນເທົ່າກັບ 112% ຂອງແຜນການປີ ແລະ ຂຶຶ້ນທະບຽນຫົວໜ່ວຍວິສາຫະກິດໃໝ່ໄດ້ທັງໝົດ 310 ຫົວໜ່ວຍ ເທົ່າກັບ 89% ຂອງແຜນການປີ, ໃນນີ້ມີວິສາຫະກິດຈ່າຍເງິນສົມທົບໃໝ່ໄດ້ 253 ຫົວໜ່ວຍ ເທົ່າກັບ 72% ຂອງແຜນການປີ; ໄດ້ຄົ້ນຄ້ວາ ແລະ ພັດທະນາໂປແກຣມ, ຖານຂໍ້ມູນໃນການພັດທະນາລະບົບເບີກຈ່າຍເງິນອຸດໜູນວ່າງງານສະເພາະໂຄວິດ-19 ສໍາລັບການລະບາດໃນປີ 2021 ແລະ ລະບົບເບີກຈ່າຍເງິນອຸດໜູນໄລຍະສັ້ນ ໂດຍການສະໜັບສະໜູນງົບປະມານຈາກລັດຖະບານເຢຍລະມັນ ໃຫ້ຜູ້ປະກັນຕົນທີ່ເຮັດວຽກຢູ່ໂຮງງານຕັດຫຍິບທີ່ໄດ້ຮັບຜົນກະທົບຈາກໂຄວິດ ເພື່ອຄຸ້ມຄອງການດຳເນີນວຽກງານດັ່ງກ່າວ ໃຫ້ມີຄວາມຄ່ອງຕົວກວ່າເກົ່າ ແລະ ສາມາດເຊື່ອມໂຍງທັງຢູ່ສູນກາງ-ທ້ອງຖິ່ນ; ສໍາເລັດ ການເຮັດໜັງສືລາຍງານໃນນາມລັດຖະມົນຕີກະຊວງ ຮສສ ເຖິງ ທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ກ່ຽວກັບການສືບຕໍ່ປະຕິບັດນະໂຍບາຍດ້ານປະກັນສັງຄົມ ຕໍ່ຜູ້ອອກແຮງງານ ແລະ ຫົວໜ່ວຍແຮງງານ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຊຶ່ງໄດ້ຮັບການຊີ້ນໍາເຫັນດີໃຫ້ຈັດຕັ້ງປະຕິບັດ ຮອດທ້າຍປີ 2021; ຮອດປະຈຸບັນນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໄດ້ປະຕິບັດນະໂຍບາຍອຸດໜູນວ່າງງານສະເພາະໂຄວິດ-19 ທັງໝົດ 955 ເທື່ອຈ່າຍບໍລິສັດ, ມີຜູ້ອອກແຮງງານ 53.346 ເທື່ອຄົນ ເປັນຍິງ 34.719 ເທື່ອຄົນ ຕົກເປັນເງິນທັງໝົດ 45,13 ຕື້ກວ່າກີບ ໃນນີ້ ຢູ່ສູນກາງ 607 ບໍລິສັດ ມີຈໍານວນ 34.027 ເທື່ອຄົນ ເປັນຍິງ 22.299 ເທື່ອຄົນ ເປັນເງິນ 29,19 ຕື້ກ່ວາກີບ, ຢູ່ທ້ອງຖິ່ນ 348 ບໍລິສັດ ມີຈໍານວນ 19.319 ເທື່ອຄົນ ເປັນຍິງ 12.420 ເທື່ອຄົນ ເປັນເງິນ 15,93 ຕື້ກ່ວາກີບ; ໃນປີ 2021 ໄດ້ປະຕິບັດນະໂຍບາຍໂຈະການມອບເງິນສົມທົບໃຫ້ 99 ຫົວໜ່ວຍວິສາຫະກິດ, ມີຜູ້ປະກັນຕົນ 8.155 ຄົນ, ເປັນເງິນ 2 ຕື້ກວ່າກີບ, ໄດ້ນະໂຍບາຍໃຫ້ຜູ້ປະກັນຕົນສະໝັກໃຈ ຈໍານວນ 12.282 ຄົນ ໂຈະການມອບເງິນສົມທົບ 2 ເດືອນ (ພຶດສາພາ ແລະ ພະຈິກ) ເປັນເງິນ 3 ຕື້ກວ່າກີບ ແລະ ເລື່ອນການມອບເງິນສົມທົບ 3 ຫົວໜ່ວຍວິສາຫະກິດ. ປະຈຸບັນມີຜູ້ປະກັນຕົນທີ່ຂຶ້ນທະບຽນ ແລະ ຈ່າຍເງິນສົມທົບທັງໝົດ 326.506 ຄົນ ເປັນຍິງ 152.551 ຄົນ (ບໍ່ລວມພາກສ່ວນ ປກຊ, ປກສ) ໃນນີ້ມີຜູ້ປະກັນຕົນຈາກພາກລັດ 178.550 ຄົນ, ເປັນຍິງ 83.765 ຄົນ, ພາກວິສາຫະກິດ 132.605 ຄົນ ເປັນຍິງ 60.814 ຄົນ ແລະ ຜູ້ສະໝັກໃຈ 15.351 ຄົນ ເປັນຍິງ 7.972 ຄົນ. ນອກນັ້ນ ອປຊ ສາມາດຍາດມາໄດ້ຜົນສໍາເລັດວຽກງານຈຸດສຸມຫຼາຍດ້ານ ເຊັ່ນ ສໍາເລັດການຈັດຕັ້ງປະຕິບັດໂຄງການອຸດໜູນໄລຍະສັ້ນ ແກ່ຜູ້ປະກັນຕົນໃນໂຮງງານຕັດຫຍິບທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການຊ່ວຍເຫລືອຈາກລັດຖະບານເຢຍລະມັນຜ່ານ ອົງການແຮງງານສາກົນ, ຮັບເອກະສານການຂໍການອຸດໜູນຈາກໂຮງງານຕັດຫຍິບເປົ້າໝາຍ, ກວດ ແລະ ພິຈາລະນາຈ່າຍເງິນອຸດໜູນດັ່ງກ່າວໃຫ້ແກ່ຜູ້ປະກັນຕົນທີ່ຂໍມາທັງໝົດ 47 ໂຮງງານ ມີຈໍານວນຜູ້ອອກແຮງງານ 20.698 ຄົນ ເປັນເງິນທັງໝົດ 18,62 ຕື້ກວ່າກີບ; ສໍາເລັດ ການປະກາດການຈັດຕັ້ງໃໝ່ຂອງຫ້ອງການປະກັນສັງຄົມ ນະຄອນຫຼວງ ແລະ 15 ແຂວງ (ປະຈຸບັນແຂວງທີ່ຍັງບໍ່ທັນໄດ້ປະກາດ 2 ແຂວງ ຄື: ແຂວງ ຄໍາມ່ວນ ແລະ ເຊກອງ), ໄດ້ປັບປຸງຕໍາແໜ່ງງານຢູ່ ອປຊ ໜຶ່ງຄັ້ງ ມີພະນັກງານທີ່ຖືກສັບຊ້ອນ 9 ສະຫາຍ, ໄດ້ຍົກຍ້າຍພະນັກງານຈາກສູນກາງໄປທ້ອງຖິ່ນ-ທ້ອງຖິ່ນມາສູນກາງ ຈໍານວນ 8 ສະຫາຍ; ໄດ້ສືບຕໍ່ການໂຄສະນາປະຊາສຳພັນໃຫ້ກັບຂະແໜງການຂອງລັດ ແລະ ຫົວໜ່ວຍວິສາຫະກິດ ແລະ ກຸ່ມບ້ານໃນຂອບເຂດທົ່ວປະເທດ ແລະ ຫັນການໂຄສະນາປະຊາສໍາພັນໃນຮູບແບບອອນລາຍຢູ່ຂັ້ນສູນກາງໃນໄລຍະມີການແຜ່ລະບາດໂຄວິດ, ພົ້ນເດັ່ນແມ່ນການຕິດຕາມຊຸກຍູ້ທະນາຄານແຫ່ງ ສປປ ລາວ ເຂົ້າປະກັນສັງຄົມ ຊຶ່ງຈະເປັນພື້ນຖານສໍາຄັນໃຫ້ບັນດາທະນາຄານທຸລະກິດທັງສໍານັກງານໃຫຍ່ ແລະ ສາຂາ ເຂົ້າປະກັນສັງຄົມ ແລະອື່ນໆ. ພາຍໃນກອງປະຊຸມ ຍັງໄດ້ມີການປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ໂດຍບັນດາຜູ້ແທນດ້ວຍຄວາມເປັນເຈົ້າການ ທັງນີ້ກໍ່ເພື່ອຮັບປະກັນທາງດ້ານເນື້ອໃນໃຫ້ມີຄວາມສົມບູນຍິ່ງຂື້ນ. ໃນໂອກາດດຽວກັນ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານສະພາບໍລິຫານຂອງອົງການປະກັນສັງຄົມແຫ່ງຊາດ ໄດ້ຕີລາຄາສູງຕໍ່ກັບການສະແດງຄໍາຄິດຄໍາເຫັນຂອງບັນດາຜູ້ແທນໃນກອງປະຊຸມ ຊຶ່ງຈະເປັນແນວທາງໃນການພັດທະນາປັບປຸງວຽກງານປະກັນສັງຄົມ ກໍ່ຄື ການຂະຫຍາຍອັດຕາການປົກຄຸມຂອງປະກັນສັງຄົມໃຫ້ນັບມື້ນັບຫຼາຍຂື້ນ ຄຽງຄູ່ກັບການຫັນການໃຫ້ບໍລິການໄປສູ່ລະບົບທີ່ທັນສະໄໝ, ນອກນັ້ນ ກອງປະຊຸມຍັງໄດ້ມີການຮັບຮອງເອົາຫຼາຍບັນຫາທີ່ເຫັນດີເປັນເອກະພາບ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ. ກອງປະຊຸມສະພາບໍລິຫານ ຂອງ ອປຊ ຄັ້ງທີ V ໄດ້ດໍາເນີນໄປດ້ວຍຜົນສໍາເລັດເປັນໄລຍະເວລາເຄິ່ງວັນ.
ພາບ-ຂ່າວໂດຍ: ພະແນກໂຄສະນາ-ປະຊາສໍາພັນ.