ອົງການປະກັນສັງຄົມແຫ່ງຊາດ ເຂົ້າຮ່ວມເຜີຍແຜ່ວຽກງານປະກັນສັງຄົມ ໃນພິທີປາຖະກະຖາເລົ່າຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ຂອງ ສະຫະພັນກໍາມະບານລາວ ຄົບຮອບ 66 ປີ ທີ່ ສະໂມສອນໃຫຍ່ ຂອງ ສະຖາບັນຂົ້ງຈື້ ມ.ຊ ຄັ້ງວັນທີ 28 ມັງກອນ 2022.
ເພື່ອສ້າງຄວາມຮັບຮູ້ ແລະຄວາມເຂົ້າໃຈກ່ຽວກັບວຽກງານປະກັນສັງຄົມໃຫ້ ຄະນະບໍລິຫານງານສະຫະພັນກໍາມະບານ ມະຫາວິທະຍາໄລແຫ່ງຊາດ, ຄະນະກຳມະບານລາວຮາກຖານ, ສະມາຊິກກໍາມະບານ, ພະນັກງານຄູອາຈານ ເຫັນໄດ້ເຖິງຄວາມສໍາຄັນວຽກງານປະກັນສັງຄົມຫຼາຍຂື້ນ ໂດຍການເປັນປະທານຂອງທ່ານ ຮອງສາດສະດາຈານປະລິນຍາເອກ ຮຸ່ງເພັດ ຈັນທະວົງ ຄະນະພັກກະຊວງສຶກສາທິການ ແລະ ກິລາ ຮອງເລຂາຄະນະພັກ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.
ໃນພິທີ ໄດ້ຮັບຟັງການເລົ່າຄືນມູນເຊື້ອ ການເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນກໍາມະບານລາວ ໂດຍທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ເຊິ່ງທ່ານໄດ້ສະແດງໃຫ້ເຫັນປະຫວັດຄວາມເປັນມາຂອງວຽກງານກໍາມະບານລາວໃນແຕ່ລະໄລຍະ, ຄວາມໝາຍຄວາມສໍາຄັນ, ສິດ ແລະ ພາລະບົດບາດຂອງສູນກາງສະຫະພັນກໍາມະບານລາວ. ຈາກນັ້ນ ໃນພິທີປາຖະກະຖາ ຍັງໄດ້ຮັບຟັງການການເຜີຍແຜ່ວຽກງານປະກັນສັງຄົມ ກ່ຽວກັບພັນທະ, ສິດ ແລະ ຜົນປະໂຫຍດ ຂອງ ພະນັກງານລັດຖະກອນໃນການເຂົ້າເປັນສະມາຊິກປະກັນສັງຄົມ ໂດຍທ່ານ ນາງ ດວງເດືອນ ຈັນທະວົງ ຫົວໜ້າພະແນກໂຄສະນາ-ປະຊາສໍາພັນ ຂອງ ອົງການປະກັນສັງຄົມແຫ່ງຊາດ. ໃນໂອກາດດຽວກັນ ຍັງໄດ້ມີເວທີແລກປ່ຽນສະແດງຄໍາຄິດຄໍາເຫັນ ແລະ ຮັບເອົາບັນດາຂໍ້ສະເໜີໃນຫຼາຍບັນຫາ ເປັນຕົ້ນ ການເລືອກໂຮງໝໍເພື່ອໃຊ້ບໍລິການປິ່ນປົວສຸຂະພາບ, ຂອດການປະສານງານລະຫວ່າງປະກັນສັງຄົມກັບໂຮງໝໍ, ການເຈັບສຸກເສີນ, ສະເໜີການຂື້ນທະບຽນປະກັນສັງຄົມ ພ້ອມດຽວກັບການຂື້ນທະບຽນພະນັກງານລັດຖະກອນ 95%, ການປ່ຽນແປງຂໍ້ມູນ ແລະອື່ນໆ.