ໃນລະຫວ່າງວັນທີ 17-18 ມັງກອນ 2022, ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2021 ແລະ ກໍານົດທິດທາງແຜນການ ປະຈໍາປີ 2022 ຜ່ານລະບົບທາງໄກ ທີ່ ຫ້ອງປະຊຸມໃຫຍ່ ຂອງ ອປຊ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ ທັງເປັນປະທານສະພາບໍລິຫານ ອປຊ, ມີຄະນະອົງການ, ຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງ ຮສສ, ບັນດາພະແນກການ, ຫ້ອງການປະກັນສັງຄົມແຂວງ, ພະແນກແຮງງານແລະສະຫວັດດີການສັງຄົມແຂວງ ພ້ອມດ້ວຍພະນັກງານວິຊາການ ອປຊ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ໃຫ້ກຽດຂື້ນກ່າວຄວາມໝາຍຄວາມສໍາຄັນ ພ້ອມທັງເປີດກອງປະຊຸມປະຈໍາປີ 2021 ຂອງ ອປຊ ຢ່າງເປັນທາງການ. ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໃນໄລຍະ 1 ປີ ທີ່ຜ່ານມາ ໂດຍທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຊຶ່ງທ່ານໄດ້ສະແດງໃຫ້ເຫັນເຖິງຜົນຂອງການປະຕິບັດຕົວເລກຄາດໝາຍສູ້ຊົນ ແລະ ບັນດາວຽກງານຈຸມສຸມຫຼາຍດ້ານທີ່ຍາດມາໄດ້ ເຊັ່ນ: ສໍາເລັດການປະກາດການຈັດຕັ້ງໃໝ່ຂອງຫ້ອງການປະກັນສັງຄົມ ນະຄອນຫຼວງ ແລະ 15 ແຂວງ, ໄດ້ລົງຕິດຕາມຊຸກຍູ້ທະນາຄານແຫ່ງ ສປປ ລາວ ເຂົ້າສູ່ລະບົບປະກັນສັງຄົມ ຊຶ່ງຈະເປັນພື້ນຖານສໍາຄັນໃຫ້ບັນດາທະນາຄານທຸລະກິດທັງສໍານັກງານໃຫຍ່ ແລະ ສາຂາເຂົ້າປະກັນສັງຄົມ; ໄດ້ຄົ້ນຄ້ວາ ແລະ ພັດທະນາໂປແກຣມ, ຖານຂໍ້ມູນໃນການພັດທະນາລະບົບເບີກຈ່າຍເງິນອຸດໜູນວ່າງງານສະເພາະໂຄວິດ-19 ແລະ ລະບົບເບີກຈ່າຍເງິນອຸດໜູນ ເພື່ອໃຫ້ການດຳເນີນການວຽກງານດັ່ງກ່າວມີຄວາມຄ່ອງຕົວ ແລະ ສາມາດເຊື່ອມໂຍງທັງຢູ່ສູນກາງ-ທ້ອງຖິ່ນ; ໄດ້ຄົ້ນຄ້ວາປັບປຸງລະບົບການເກັບເງິນສົມທົບ ແລະ ການຈ່າຍເງິນອຸດໜູນປະກັນສັງຄົມ ຊຶ່ງໄດ້ເຊັນສັນຍາຮ່ວມກັບບໍລິສັດລາວໂມບາຍມັນນີກ່ຽວກັບການສະໜອງບໍລິການເງິນອຸດໜູນປະກັນສັງຄົມຜ່ານການບໍລິການ ຂອງລະບົບການເງິນດີຈີຕອນ M-money; ໄດ້ເຂົ້າຮ່ວມກອງປະຊຸມທາງໄກຂອງສະມາຄົມປະກັນສັງຄົມອາຊຽນ ຫຼື ອາຊາ ຄັ້ງທີ 38 ໂດຍການເປັນເຈົ້າພາບຂອງປະກັນສັງຄົມປະເທດອິນໂດເນເຊຍ ແລະ ໃນປີ 2022 ອປຊ ຈະໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ອາຊາ ຄັ້ງທີ 39; ໄດ້ພິຈາລະນາ ແລະ ຄິດໄລ່ເງິນອຸດໜູນວ່າງງານສະເພາະໂຄວິດ-19 ໃນປີ 2021 ໄດ້ 623 ບໍລິສັດ ມີຜູ້ປະກັນຕົນໄດ້ຮັບນະໂຍບາຍ 32.056 ເທື່ອຄົນ ເປັນເງິນທັງໝົດ 25.25 ຕື້ກວ່າກີບ (ປະຈຸບັນໄດ້ປະຕິບັດນະໂຍບາຍອຸດໜູນວ່າງງານສະເພາະໂຄວິດ-19 ສະສົມທັງໝົດ 955 ເທື່ອຈ່າຍບໍລິສັດ, ມີຜູ້ອອກແຮງງານ 53.346 ເທື່ອຄົນ ລວມເປັນເງິນທັງໝົດ 45.13 ຕື້ກວ່າກີບ) ແລະອື່ນໆ. ກອງປະຊຸມໄດ້ມີການປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ແລະ ປຶກສາຫາລືໃນຫຼາຍບັນຫາຢ່າງກົງໄປກົງມາ ເພື່ອເປັນແນວທາງໃນປະກອບເຂົ້າໃນການພັດທະນາປັບປຸງວຽກງານທີ່ກ່ຽວຂ້ອງໃນຊຸມປີຕໍ່ໜ້າ ກໍ່ຄື ການຈັດຕັ້ງປະຕິບັດເພື່ອບັນລຸຕົວເລກຄາດໝາຍສູ້ຊົນໃນແຕ່ລະໄລຍະ.
ໃນໂອກາດດັ່ງກ່າວ, ທີ່ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ, ທ່ານກ່າວວ່າ: ໃນໄລຍະໜຶ່ງປີຜ່ານມາ ເຫັນໄດ້ວ່າພະນັກງານຂອງອົງການປະກັນສັງຄົມແຫ່ງຊາດ ໄດ້ມີຄວາມຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໂດຍສະເພາະກໍ່ແມ່ນກົດໝາຍວ່າດ້ວຍການປະກັນສັງຄົມຢ່າງເປັນເຈົ້າການ, ເອົາໃຈໃສ່ໃນການຫັນເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄື ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນແຕ່ລະໄລຍະມາເປັນແຜນວຽກຈຸດສຸມ ແລະ ຄາດໝາຍສູ້ຊົນຂອງວຽກງານປະກັນສັງຄົມໃນແຕ່ລະດ້ານ, ໄດ້ເຮັດສຳເລັດໜ້າທີ່ການເມືອງໂດຍພື້ນຖານ ສະແດງອອກໄດ້ໃນການສໍາເລັດການປັບປຸງກົງຈັກການຈັດຕັ້ງຂັ້ນທ້ອງຖິ່ນ ຢູ່ 16 ແຂວງ ກໍ່ຄື ກົນໄກການຄຸ້ມຄອງບໍລິຫານ ແລະ ບໍລິຫານລະບົບປະກັນສັງຄົມໃຫ້ມີຄວາມຄ່ອງຕົວ, ພະນັກງານທຸກຄົນມີຄວາມອຸ່ນອຽນທຸ່ນທ່ຽງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນໄດ້ຢ່າງຕໍ່ເນື່ອງ; ຄຽງຄູ່ກັບສະພາບການແຜ່ລະບາດໂຄວິດ-19 ທາງອົງການປະກັນສັງຄົມ ກໍ່ໄດ້ປະກອບສ່ວນອັນໃຫຍ່ຫຼວງຕໍ່ພັກ-ລັດ ກໍ່ຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນການຍົກສູງບົດບາດການນຳພາ ກໍ່ຄືຄວາມເປັນຫ່ວງຕໍ່ຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ດ້ວຍການສືບຕໍ່ໃຫ້ນະໂຍບາຍການສະໜອງເງິນອຸດໜູນວ່າງງານສະເພາະໃຫ້ແກ່ຜູ້ປະກັນຕົນທີ່ພັກວຽກຍ້ອນການລະບາດຂອງພະຍາດດັ່ງກ່າວ, ພ້ອມທັງສະໜອງເງິນອຸດໜູນປ່ວຍການໃຫ້ແກ່ສະມາຊິກຜູ້ຕິດເຊື້ອພະຍາດດັ່ງກ່າວ, ແລະ ເພື່ອເປັນການປົກປ້ອງສິດຕ່າງໆຂອງສະມາຊິກປະກັນສັງຄົມ ໃນໄລຍະທີ່ມີການແຜ່ລະບາດ ທາງອົງການປະກັນສັງຄົມ ໂດຍສະເພາະຢູ່ຂັ້ນສູນກາງກໍໄດ້ມີທິດທາງແກ້ໄຂ ດ້ວຍການເປີດໃຫ້ບໍລິການແກ່ສະມາຊິກຂອງຕົນດ້ວຍຮູບແບບການໃຫ້ບໍລິການຮັບເອກະສານຕ່າງໆຜ່ານທາງອອນລາຍ ແລະ ການເບີກຈ່າຍເງິນອຸດໜູນຜ່ານລະບົບທະນາຄານ ແລະ ລະບົບການຈ່າຍຜ່ານມືຖື ທີ່ເປັນຮູບການຈ່າຍທີ່ວ່ອງໄວ ແລະ ທັນສະໃໝ ຊຶ່ງເຫັນວ່າສອດຄ່ອງກັບສະພາບການໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງຂັ້ນທອງຖິ່ນ ແລະ ການສະໜອງການບໍລິການ ໃນໄລຍະການແຜ່ລະບາດ ໂຄວິດ ລວມໄປເຖິງການຈັດຕັ້ງປະຕິບັດວຽກງານວິຊາສະເພາະອື່ນໆ ໂດຍສະເພາະບັນດາໂຄງການຈຸດສຸມ, ຕົວເລກຄາດໝາຍສູ້ຊົນ ແລະ ກິດຈະກຳລະອຽດໃນແຕ່ລະດ້ານ ກໍ່ເຫັນວ່າໄດ້ຮັບການຈັດຕັ້ງປະຕິບັດ ແລະ ບັນລຸຄາດໝາຍໄດ້ຕາມແຜນການ ເຊິ່ງສະແດງອອກມີຫລາຍກິດຈະກຳທີ່ມີຜົນສຳເລັດ ເປັນຕົ້ນບັນດາຕົວເລກຊີ້ວັດດ້ານລາຍຮັບ-ລາຍ ຈ່າຍ ແລະ ການຂຶ້ນທະບຽນຜູ້ອອກແຮງງານ ການຮັບຜູ້ປະກັນຕົນສະໝັກໃຈໃໝ່ ແມ່ນບັນລຸເກີນແຜນການທີ່ວາງໄວ້ ແລະ ຕົວເລກການຂື້ນທະບຽນວິສາຫະກິດໃໝ່ ກໍ່ເຫັນໄດ້ວ່າເປັນໂຕເລກທີ່ສູງ ເຖິງຈະບໍ່ໄດ້ຕາມແຜນການຮ້ອຍເປີເຊັນ ແຕ່ກໍເປັນເປີເຊັນທີ່ສູງເມື່ອທຽບກັບປີຜ່ານໆມາ, ວຽກງານການອຸດໜູນ ແລະ ວຽກງານອື່ນໆ ກໍ່ສາມາດປະຕິບັດໄດ້ເຖິງ 70% ຂອງແຜນການຂຶ້ນໄປ ຖືວ່າຢູ່ໃນເກນທີ່ດີ ເຖິງແມ່ນວ່າຈະມີຜົນກະທົບຈາກການແຜ່ລະບາດຈາກໂຄວິດ-19. ນອກນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານທຸກຄົນ ຈົ່ງພ້ອມກັນເພີ່ມທະວີການນໍາໃຊ້ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການພັດທະນາປັບປຸງວຽກງານທີ່ກ່ຽວຂ້ອງໃຫ້ມີໃບໜ້າໃໝ່ ທັນສະໄທ ຖືກຕ້ອງ ແລະ ສອດຄ່ອງກັບສະພາບການ, ພ້ອມທັງດຽວກັນນັ້ນ ທ່ານຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນເປັນເຈົ້າການໃຫ້ການຮ່ວມມືແລະຊ່ວຍເຫຼືອໃນການໂຄສະນາເພື່ອສ້າງຄວາມຮັບຮູ້ແລະຄວາມເຂົ້າໃຈໃຫ້ແກ່ສັງຄົມ ທັງນີ້ກໍ່ເພື່ອຮັບປະກັນໃຫ້ການຂະຫຍາຍອັດຕາການປົກຄຸມລະບົບປະກັນສັງຄົມໃຫ້ກວ້າງຂວາງທົ່ວເຖິງ ຕາມແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ, ຊຶ່ງການທີ່ຈະບັນລຸການຂະຫຍາຍອັດຕາການປົກຄຸມຂອງລະບົບປະກັນສັງຄົມຕໍ່ເປົ້າໝາຍວິສາຫະກິດໃຫ້ໄດ້ 27.000 ຄົນ ແລະ ຜູ້ສະໝັກໃຈ 3.000 ຄົນໃນປີ 2022 ໃນສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຍັງເປັນສິ່ງທ້າທາຍຂອງອົງການປະກັນສັງຄົມແຕ່ລະຂັ້ນ ນັບທັງສູນກາງລົງຮອດທ້ອງຖິ່ນ ທີ່ຈະຕ້ອງໄດ້ເປັນເຈົ້າການເຊີດຊູຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍແຜນການທີ່ວາງໄວ້, ສືບຕໍ່ເອົາໃຈໃສ່ໃນການໂຄສະນາປະຊາສໍາພັນ ແລະ ເຜີຍແຜ່ວຽກງານປະກັນສັງຄົມໃນຮູບແບບໃໝ່ໆໃຫ້ຫຼາຍຍິ່ງຂຶ້ນ ໂດຍມີການວາງແຜນ, ກຳນົດຮູບແບບທີ່ຫຼາກຫຼາຍ ແລະ ເປົ້າໝາຍໃນການໂຄສະນາທີ່ສອດຄ່ອງເໝາະສົມ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ສັງຄົມຢ່າງກ້ວາງຂວາງທົ່ວເຖິງ ຄຽງຄູ່ກັບການສ້າງກົນໄກການຕິດຕາມກວດກາພາຍໃຕ້ກົດໝາຍຢ່າງເຂັ້ມງວດ ຈິ່ງຈະສາມາດຂະຫຍາຍອັດຕາການປົກຄຸມລະບົບປະກັນສັງຄົມໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້. ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2021 ແລະ ກໍານົດທິດທາງແຜນການ ປະຈໍາປີ 2022 ຂອງ ອົງການປະກັນສັງຄົມແຫ່ງຊາດ ໄດ້ສໍາເລັດລົງໃນຕອນແລງຂອງມື້ດຽວກັນ.
ພາບ-ຂ່າວ: ພະແນກໂຄສະນາ-ປະຊາສໍາພັນ