ເພື່ອເຮັດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວໄດ້ມີຄວາມຮັບຮູ້, ເຂົ້າໃຈເຫັນໄດ້ເຖິງມູນເຊື້ອ ແລະ ຜົນງານການປະກອບສ່ວນ ໃນພາລະກິດປະຕິວັດ ຂອງອົງການຈັດຕັ້ງກໍາມະບານລາວໃນໄລຍະ ປະຕິວັດຊາດປະຊາທິປະໄຕ, ໄລຍະແຫ່ງການປົກປັກຮັກສາ, ພັດທະນາປະເທດຊາດ ແລະ ເພື່ອສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໄດ້ຮູ້ເຖິງຄວາມຫມາຍ ແລະ ຄວາມສໍາຄັນກ່ຽວກັບພາລະບົດບາດ, ຫນ້າທີ່ຂອງອົງການຈັດຕັ້ງກໍາມະບານລາວ ໃນໄລຍະໃຫມ່ຂອງການປະຕິວັດ, ຊຶ່ງເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ. ໃນວັນທີ 12 ກຸມພາ 2020ນີ້, ທີ່ຫ້ອງປະຊຸມກອງທຶນປະກັນສັງຄົມແຫ່ງຊາດ. ກ່າວປາທັກກະຖາຄັ້ງນີ້ ໂດຍສະຫາຍ ປອ ປ້ານ ນ້ອຍມະນີ ປະທານ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ໂດຍມີບັນດາ ຄະນະກຳມະບານ, ພ້ອມດວ້ຍສະມາຊິກກຳມະບານ ອອ້ມຂ້າງກະຊວງ ຮສສ ເຂົ້າຮວ່ມຮັບຟັງ.
ໂອກາດດັ່ງກ່າວ, ສະຫາຍ ປອ ປ້ານ ນ້ອຍມະນີ ໄດ້ເລົ່າຄືນມູນເຊື້ອຄວາມເປັນມາ, ຄວາມໝາຍ, ຄວາມສໍາຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນ ກຳມະບານລາວ ທີ່ມີຜົນງານໂດດເດັ່ນປະກອບສ່ວນເຂົ້າໃນ ພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນ ປະຈຸບັນ, ສະຫະພັນກຳມະບານລາວເຮົາ ແມ່ນກ້ອນກຳລັງແຮງ ໜຶ່ງທີ່ມີນ້ຳໃຈເສຍສະຫຼະອັນພິລະອາດຫານ ເຂົ້າໃນການຕໍ່ ສູ້ກູ້ຊາດ, ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າຮ່ວມ ທຸກຂະບວນການຕໍ່ສູ້ ຂອງປະເທດຊາດທີ່ໄດ້ມອບໝາຍໃຫ້.
ນັບແຕ່ທ້າຍສະຕະວັດທີ 19 ພວກຈັກກະພັດລ່າເມືອງຂຶ້ນ ໄດ້ເຂົ້າມາຢືດຄອງ 3 ປະເທດອິນດູຈີນ ລາວ, ຫວຽດນາມ ແລະ ກໍາປູເຈຍ, ພວກເຂົາໄດ້ກອບໂກຍ ເອົາວັດຖຸສີ່ງຂອງອັນມີຄ່າ ຂອງພວກເຮົາໄປເປັນຂອງພວກເຂົາ, ກົດຂີ່ຂູດຮີດ, ທຸບຕີ, ທໍລະມານສາລະພັດ, ເຂັ່ນຂ້າປະຊາຊົນລາວ, ຊາວຜູ້ອອກແຮງງານບັນດາເຜົ່າຢ່າງ ໂຫດຮ້າຍປ່າເຖື່ອນ.
ມາຮອດ ວັນທີ 01 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງ ສ້າງຕັ້ງຫ້ອງການກໍາມະບານລາວຂຶ້ນຢ່າງເປັນທາງການ, ຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ ແຕ່ງຕັ້ງ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຊອບ, ໂດຍພາຍໃຕ້ການຊີ້ນໍາ-ນຳພາຂອງຄະນະສູນກາງພັກ, ຈຸດປະສົງ ເພື່ອປຸກລະດົມຂົນຂວາຍໂຄສະນາ, ເຕົ້າໂຮມ ເອົາກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າທົ່ວປະເທດ ໃຫ້ມີຄວາມຕື່ນຕົວ ເຂົ້າຮ່ວມຂະບວນການປະຕິວັດຕໍ່ສູ້ກູ້ຊາດ, ມີນໍ້າໃຈຮັກຊາດ ແລະ ເສຍສະຫຼະ, ມີ ທັດສະນະຊົນຊັ້ນກໍາມະກອນ, ສົ່ງເສີມການມີວຽກເຮັດງານທໍາ ແລະ ເປັນຕົວແທນໃຫ້ແກ່ ການປົກປ້ອງສິດຜົນປະໂຫຍດ ອັນຊອບທໍາໃຫ້ແກ່ກໍາມະກອນ, ຊາວຜູ້ອອກ ແຮງງານບັນດາເຜົ່າ, ເພື່ອເປັນກຳລັງແຮງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົນເຖິງປັດຈຸບັນ.
ໃນຕອນທ້າຍ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກກຳມະບານທຸກພາກສ່ວນເພີ່ມທະວີ ຈົ່ງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ -ແນວຄິດ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພາຍໃນກໍາມະບານຮາກຖານຂອງຕົນ ແລະ ນຳເອົາເນື້ອໃນຈິດໃຈຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງ ສະຫະພັນກໍາມະບານລາວວາງອອກເພື່ອນໍາໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍຢູ່ພາຍໃນ ກໍາມະບານຮາກຖານຂອງຕົນ ໃຫ້ນັບມື້ໄດ້ຮັບຜົນເປັນຢ່າງດີຂຶ້ນເພື່ອປະ ກອບ ສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຂຶ້ນເລື່ອຍໆ.
ມາຈາກເພທ໌: ຂ່າວສານແຮງງານແລະສະຫວັດດີການສັງຄົມ