



ທີ່ນະຄອນຫຼວງວຽງຈັນ, ວັນທີ 14-18 ກັນຍາ 2026 ອົງການປະກັນສັງຄົມແຫ່ງຊາດລາວ ໄດ້ຕ້ອນຮັບການມາຢ້ຽມຢາມແລກປ່ຽນ ຂອງ ຄະນະຜູ້ແທນຈາກອົງການປະກັນສັງຄົມ ຫວຽດນາມ (VSS) ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU) ໄລຍະປີ 2026–2028 ເພື່ອສົ່ງເສີມວຽກງານ 3 ເສົາຄໍ້າຂອງລັດຖະບານ ກໍ່ຄື ວຽກງານປົກປ້ອງທາງສັງຄົມ ເຮັດໃຫ້ປະຊາຊົນໄດ້ຮັບການຄຸ້ມຄອງທາງດ້ານປະກັນສັງຄົມ, ການປະກັນສຸຂະພາບ ແລະ ວຽກງານແຮງງານແລະສະຫວັດດີການສັງຄົມ, ໂດຍການຕ້ອນຮັບຂອງ ທ່ານ ນ. ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ, ຝ່າຍຜູ້ແທນຫວຽດນາມນຳໂດຍ ທ່ານ Dương Tuấn Đức ຫົວໜ້າຄະນະກຳມະການຈັດຕັ້ງປະຕິບັດນະໂຍບາຍປະກັນສຸຂະພາບ ຂອງ VSS ພ້ອມດ້ວຍຄະນະ, ໃຫ້ກຽດເຂົ້າຮ່ວມມີ ຕາງໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ຮສສ, ບັນດາຮອງຫົວໜ້າ ອປຊ ແລະ ພະແນກການ.
ໃນການພົບປະແລກປ່ຽນຄັ້ງນີ້, ທ່ານ Dương Tuấn Đức ຕາງໜ້າປະກັນສັງຄົມຫວຽດນາມ ໄດ້ຍົກໃຫ້ເຫັນວຽກງານພົ້ນເດັ່ນ ແລະ ຍຸດທະສາດ ໃນການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບຂອງຫວຽດນາມ ພາຍໃຕ້ລະບົບປະກັນສັງຄົມ, ທ່ານໃຫ້ຮູ້ວ່າ: ອົງການປະກັນສັງຄົມຫວຽດນາມ ໄດ້ມີກົນໄກການຈັດຊື້ແບບມີຍຸດທະສາດ (Strategic Purchasing) ໄດ້ຫັນປ່ຽນຈາກການຈັດຊື້ແບບຕັ້ງຮັບ (Passive) ມາເປັນການຈັດຊື້ແບບມີຍຸດທະສາດ ໂດຍການກຳນົດລາຍການບໍລິການ, ການເລືອກຜູ້ສະໜອງທີ່ມີຄຸນນະພາບສູງ ແລະ ເຊື່ອມໂຍງວິທີການຊຳລະເງິນເຂົ້າກັບຜົນໄດ້ຮັບ ເພື່ອປະສິດທິພາບສູງສຸດຂອງງົບປະມານ; ອົງການປະກັນສັງຄົມຫວຽດນາມ ໄດ້ປະຕິບັດ 3 ວິທີການຊຳລະຄ່າໃຊ້ຈ່າຍ ປະກອບດ້ວຍ ການຊຳລະຕາມລາຄາບໍລິການ (FFS), ການຊຳລະແບບເໝົາຈ່າຍ (Capitation) ແລະ ການຊຳລະຕາມກຸ່ມພະຍາດ (DRG) ເຊິ່ງຊ່ວຍເພີ່ມຄວາມສາມາດໃນການຄາດເດົາ ແລະ ຄວບຄຸມແຫຼ່ງງົບປະມານຂອງກອງທຶນ; ການຫັນເປັນດິຈິຕອນ ໄດ້ນຳໃຊ້ລະບົບຖານຂໍ້ມູນ ແລະ ການກວດສອບດ້ວຍລະບົບເອເລັກໂຕຣນິກ ເພື່ອຄວບຄຸມຄວາມສ່ຽງ ປ້ອງກັນການສວຍໃຊ້ຜົນປະໂຫຍດ ແລະ ຍົກສູງຄວາມໂປ່ງໃສໃນການບໍລິຫານຈັດການກອງທຶນປະກັນສຸຂະພາບ; ການປະສານສົມທົບພາກລັດ ແລະ ເອກະຊົນ ໄດ້ດຶງເອົາສະຖານພະຍາບານພາກເອກະຊົນ ເຂົ້າມາຮ່ວມໃນລະບົບປະກັນສຸຂະພາບ ເຊິ່ງໃນປີ 2025 ທົ່ວປະເທດມີສະຖານພະຍາບານເອກະຊົນເຂົ້າຮ່ວມ 1,333 ແຫ່ງ ຊ່ວຍຫຼຸດຜ່ອນຄວາມແອອັດຢູ່ໂຮງໝໍລັດ ແລະ ເພີ່ມທາງເລືອກທີ່ມີຄຸນນະພາບໃຫ້ແກ່ປະຊາຊົນ. ພິເສດ ຜົນສໍາເລັດໃນການຂະຫຍາຍການຄຸ້ມຄອງການປະກັນສຸຂະພາບທົ່ວປວງຊົນ (UHC) ເຊິ່ງຮອດປີ 2025 ສາມາດບັນລຸອັດຕາການເຂົ້າຮ່ວມສູງເຖິງ 95.17% ຂອງປະຊາກອນທົ່ວປະເທດ ມີຜູ້ເຂົ້າຮ່ວມກວ່າ 97.3 ລ້ານຄົນ, ພ້ອມທັງວາງເປົ້າໝາຍບັນລຸການປົກຄຸມ 100% ພາຍໃນປີ 2030 ຕາມທິດທາງຍຸດທະສາດຂອງລັດຖະບານ ສສ ຫວຽດນາມ.
ໃນການດໍາເນີນກອງປະຊຸມ, ຜູ້ແທນລາວ-ຫວຽດນາມ ໄດ້ແລກປ່ຽນກັນນໍາສະເໜີພາບລວມລະບົບປະກັນສັງຄົມ ແລະ ການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບ ຂອງສອງປະເທດ, ພ້ອມທັງມີການປຶກສາຫາລືແລກປ່ຽນ ຖາມ-ຕອບ ບົດຮຽນຢ່າງເລິກເຊິ່ງ ເພື່ອພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍ ແລະ ພັດທະນາວຽກງານປະກັນສຸຂະພາບຂອງສອງປະເທດ ໃຫ້ກ້າວຂຶ້ນສູ່ລະດັບສາກົນຢ່າງໝັ້ນຄົງ. ການມາພົບປະແລກປ່ຽນຄັ້ງນີ້ ບໍ່ພຽງແຕ່ເປັນການຖອດຖອນບົດຮຽນດ້ານວິຊາການເທົ່ານັ້ນ, ແຕ່ຍັງຢັ້ງຢືນເຖິງສາມັກຄີພິເສດອັນຮັດແໜ້ນຂອງສອງຊາດ ລາວ-ຫວຽດນາມ, ທັງເປັນການຮ່ວມມືດ້ານຍຸດທະສາດ ເພື່ອຍົກລະດັບຄຸນນະພາບຊີວິດ ແລະ ສົ່ງເສີມໃຫ້ປະຊາຊົນສອງຊາດ ໄດ້ເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກຢ່າງທົ່ວເຖິງ. ການມາຢ້ຽມຢາມຄັ້ງນີ້ ຄະນະຜູ້ແທນຫວຽດນາມ ຍັງໄດ້ລົງເຄື່ອນໄຫວເຮັດວຽກຢູ່ຂັ້ນທ້ອງຖິ່ນ ທີ່ ແຂວງຫຼວງພະບາງ ຕື່ມອີກ.

