ໃນວັນທີ 28 ເມສາ 2026 ໄດ້ມີພິທີ ມອບ-ຮັບ ໂຄງການກໍ່ສ້າງຫ້ອງການປະກັນສັງຄົມ ແຂວງສາລະວັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນ ແກ້ວ ຈັນທະວີໄຊ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ໃຫ້ກຽດຕັດແຖບຜ້າ ແລະ ເປີດນໍາໃຊ້ອາຄານໃໝ່ ຢ່າງເປັນທາງການ, ມີຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຫົວໜ້າພະແນກແຮງງານແລະສະຫວັດດີການສັງຄົມແຂວງ; ມີບັນດາຕາງໜ້າຫົວໜ້າພະແນກການອ້ອມຂ້າງແຂວງ, ບໍລິສັດຮັບເໜົາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
 
ໃນພິທີຍັງໄດ້ເຊັນບົດບັນທຶກມອບ-ຮັບ ລະຫວ່າງ ທ່ານ ທອງມະນີ ເພັດສະຫວັນ ຕາງໜ້າບໍລິສັດ MLT ກໍ່ສ້າງ ແລະ ສ້ອມ ແປງເຄຫາສະຖານ ຈໍາກັດຜູ້ດຽວ ແລະ ທ່ານ ນ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ.
 
ອາຄານຫຼັງໃໝ່ນີ້, ຈະກາຍເປັນສູນລວມໃນການໃຫ້ບໍລິການແກ່ຜູ້ປະກັນຕົນພາຍໃນແຂວງສາລະວັນ ເວົ້າລວມກໍ່ຄື ພະນັກງານ-ລັດຖະກອນ, ພະນັກງານວິສາຫະກິດ ແລະ ຜູ້ປະກັນຕົນໃນລະບົບສະໝັກໃຈ ໃນການຂື້ນທະບຽນ, ການຊໍາລະຄ່າປະກັນສັງຄົມ, ການຮ້ອງຂໍເງິນອຸດໜູນຕ່າງໆ ລວມໄປເຖິງການສະໜອງຂໍ້ມູນສິດແລະຜົນປະໂຫຍດ ກໍຄື ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ເພື່ອຮັບປະກັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃນວຽກງານດັ່ງກ່າວ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ.
 
ໂຄງການກໍ່ສ້າງຫ້ອງການປະກັນສັງຄົມແຂວງ ສາລະວັນ ແມ່ນໄດ້ເລີ່ມລົງມື ຈັດຕັ້ງປະຕິບັດມາຕັ້ງແຕ່ວັນທີ 04 ພະຈິກ 2024 ແລະ ດໍາເນີນການກໍ່ສ້າງເລັດ 100% ໃນຄັ້ງວັນທີ 31 ມີນາ 2026, ໃຊ້ເວລາ ດໍາເນີນການກໍ່ສ້າງຕົວຈິງທັງໝົດ 16 ເດືອນ; ໂດຍອີງຕາມສັນຍາ ທີ່ໄດ້ຕົກລົງກັນ ແມ່ນມີໄລຍະເວລາກໍ່ສ້າງທັງໝົດ 24 ເດືອນ, ເຫັນໄດ້ວ່າ ການກໍ່ສ້າງສາມາດປະຕິບັດໄດ້ລື່ນຄາດໝາຍ. ຕຶກຫ້ອງການປະກັນສັງຄົມ ແຂວງສາລະວັນ ຕັ້ງຢູ່ບ້ານຫຼັກສອງ ເມືອງສາລະວັນ, ມີເນື້ອທີ່ທັງໝົດ 5,624 ຕາແມັດ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)