
| ກອງປະຊຸມເຜີຍແຜ່ວຽກງານປະກັນສັງຄົມໃຫ້ບັນດາຫົວໜ່ວຍແຮງງານຂະແໜງການຕັດຫຍິບ ພາຍໃນນະຄອນຫຼວງວຽງຈັນ ໄດ້ມີຂື້ນໃນຕອນເຊົ້າຂອງວັນທີ 17 ພະຈິກ 2020 ທີ່ຫ້ອງປະຊຸມໃຫຍ່ຂອງອົງການປະກັນສັງຄົມແຫ່ງຊາດ |
  ໂດຍການຮ່ວມມືລະຫວ່າງ ອົງການປະກັນສັງຄົມແຫ່ງຊາດ ແລະ ອົງການແຮງງານສາກົນ ຫຼື ILO, ພາຍໃຕ້ການເປັນປະທານ ຂອງທ່ານ ດຣ ນາງ ວັນໄຊ ສຸວັນນະເມທີ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີຜູ້ຕາງຈາກສະມາຄົມອຸດສາຫະກໍາ ຕັດຫຍິບລາວ ແລະ ຫົວໜ່ວຍແຮງງານຂະແໜງການຕັດຫຍິບຈາກ 30 ຫົວໜ່ວຍ ພ້ອມດ້ວຍພະນັກງານ ອປຊ ເຂົ້າຮ່ວມຢ່າງພ້ອມພຽງ.
  ທ່ານ ດຣ ນາງ ວັນໄຊ ສຸວັນນະເມທີ ປະທານກອງປະຊຸມໄດ້ກ່າວວ່າ: ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍ່ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຕໍ່ກັບວຽກງານປະກັນສັງຄົມ ໂດຍສະເພາະຂະແໜງການຕັດຫຍິບຂອງພວກເຮົາ ເພື່ອ ຮັບປະກັນໃນສິດຜົນປະໂຫຍດ ຂອງຕົນກໍ່ຄື ການຄູ້ມຄອງ 9 ປະເພດການອຸດໜູນພາຍໃຕ້ກົດໝາຍ ພ້ອມທັງເປັນການປຸກລະດົມ ຂົນຂວາຍບັນດາຫົວໜ່ວຍວິສາຫະກິດ ທີ່ຍັງບໍ່ທັນເຂົ້າເຖິງລະບົບປະກັນສັງຄົມ ໃຫ້ເຫັນໄດ້ເຖີງຄວາມສໍາຄັນວຽກງານດັ່ງກ່າວ, ພ້ອມທັງ ເປັນການແລກປ່ຽນ ປະກອບຄໍາຄິດຄໍາເຫັນ ແລະ ຖອດຖອນບົດຮຽນເພື່ອພັດທະນາວຽກງານດັ່ງກ່າວ ໃຫ້ເປັນທີເພິ່ງພໍໃຈຂອງ ສະມາຊິກຫຼາຍຂື້ນໄປເລື້ອຍໆ.
ກອງປະຊຸມ ໄດ້ຮັບຟັງບົດບັນຍາຍວິດີໂອທີ່ລົງເລິກກ່ຽວກັບພັນທະ ສິດ ແລະ ຜົນປະໂຫຍດທີ່ຈະໄດ້ຮັບໃນການເຂົ້າເປັນສະມາຊິກ ປະກັນສັງຄົມ ແລະ ວິທີການຄິດໄລ່ໃນອຸດໜູນແຕ່ລະປະເພດ ພາຍໃຕ້ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ເລກທີ 54/ສພຊ ໂດຍການນໍາສະເໜີຂອງທ່ານ ນາງ ດວງເດືອນ ຈັນທະວົງ ຫົວໜ້າພະແນກໂຄສະນາ-ປະຊາສໍາພັນ ຂອງ ອປຊ ພ້ອມທັງມີການ ແລກປ່ຽນຖາມ-ຕອບ ຮ່ວມກັບບັນດາແຂກທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ດ້ວຍຄວາມຈິງໃຈແລະກົງໄປກົງມາ, ເຊິ່ງເຫັນໄດ້ວ່າ ບັນຫາພົ້ນເດັ່ນທີ່ຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈ ແມ່ນການຄຸ້ມຄອງອຸດໜູນວ່າງງານສະເພາະໂຄວິດ-19 ໃນໄລຍະທີ່ ໄດ້ຮັບຜົນກະທົບ ການວ່າງງານ, ບັນຫາການລະບຸຂໍ້ມູນໃນເອກະສານຂອງແພດໝໍທີ່ບໍ່ຊັດເຈນ ສົ່ງຜົນໃຫ້ຜູ້ປະກັນຕົນບໍ່ສາມາດຮ້ອງຂໍເງິນອຸດໜູນ ນໍາປະກັນສັງຄົມໄດ້ຢ່າງທັນການ, ການໃຫ້ບໍລິການຂອງແພດໝໍ ແລະອື່ນໆ.
ພາບ-ຂ່າວໂດຍ: ພະແນກໂຄສະນາ-ປະຊາສໍາພັນ