
| ເພື່ອເປັນການປະກອບສ່ວນເຂົ້າໃນວາລະການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຜົ້ງສາລີ ຄັ້ງທີ XI ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ແລະ ມີບັນຍາກາດຟົດຟື້ນ.
|
ໃນລະຫວ່າງວັນທີ 05-06 ຕຸລາ 2020 ນີ້ ທີ່ ສະໂມສອນໃຫຍ່ເມືອງບຸນເໜືອ, ຫ້ອງການປະກັນສັງຄົມແຂວງຜົ້ງສາລີ ໄດ້ເຂົ້າຮ່ວມຈັດວາງສະແດງແລະໃຫ້ຂໍ້ມູນວຽກງານປະກັນສັງຄົມຕໍ່ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ດັ່ງກ່າວ, ເຊິ່ງນອກຈາກການວາງສະແດງວຽກງານປະກັນສັງຄົມແລ້ວ ຍັງມີການວາງສະແດງພາບການເຄື່ອນໄຫວຜົນງານໃນໄລຍະ 5 ປີ (2016-2020) ທີ່ສໍາຄັນຕ່າງໆໃນຫຼາຍວຽກງານຂອງແຂວງຜົ້ງສາລີ ນໍາອີກ ເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສານປະຊາຊົນແຂວງ, ຫ້ອງວ່າການແຂວງ, ບັນດາພະແນກການ ແລະ ຕົວແບບການສົ່ງເສີມຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ODOP ພ້ອມດ້ວຍບັນດາຫ້າງຮ້ານໆຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XI ໄດ້ໄຂຂື້ນເປັນທາງການໃນວັນທີ 05 ຕຸລາ ແລະ ອັດລົງດ້ວຍຜົນສໍາເລັດໃນຕອນແລງຂອງວັນທີ 06 ຕຸລາ 2020ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ຄໍາຜອຍ ວັນນະສານ ຮັກສາການເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ, ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຜູ້ແທນສົມບູນ 287 ສະຫາຍ, ຍິງ 37 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດພາຍໃນແຂວງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ພາບ-ຂ່າວໂດຍ: ຫ້ອງການປະກັນສັງຄົມແຂວງຜົ້ງສາລີ.