
| ການແຂ່ງຂັນກິລາບານເຕະມິດຕະພາບລະຫວ່າງ ອົງການປະກັນສັງຄົມແຫ່ງຊາດ ພົບກັບ ທີມປະສົມຈາກບັນດາກົມ (ກົມສັງຄົມສົງເຄາະ, ກົມຈັດຕັ້ງແລະພະນັກງານ, ກົມກວດກາ, ກົມນະໂຍບາຍຕໍ່ຜູ້ມີຜົນງານ ພິການ ແລະ ຜູ້ອາຍຸສູງ) ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຂື້ນໃນຕອນແລງຂອງວັນທີ 22 ກັນຍາ 2020 |
ໂດຍການເຂົ້າຮ່ວມຂອງທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງ ຮສສ, ມີຄະນະກົມ, ຄະນະອົງການ, ຄະນະພະແນກ ພ້ອມດ້ວຍນັກກິລາທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການແຂ່ງຂັນໃນຄັ້ງນີ້ ກໍ່ເພື່່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງແຮງງານແລະສະຫວັດດີການສັງຄົມ ທີ່ຈະມີຂື້ນໃນເດືອນຕຸລາທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີຂອງພະນັກງານພາຍໃນກະຊວງ ເວົ້າລວມ ເວົ້າສະເພາະກໍ່ຄື ພະນັກງານຢູ່ບັນດາກົມ ແລະ ອົງການ ໃຫ້ເພີ່ມທະວີຍິ່ງຂື້ນໄປເລື້ອຍໆ, ເຊິ່ງບັນຍາກາດການແຂ່ງຂັນໃນຄັ້ງນີ້ ແມ່ນເຕັມໄປດ້ວຍໄມຕຼີຈິດມິດຕະພາບ ຄວາມຄຶກຄື້ນມ່ວນຊື່ນຂອງບັນດາກອງເຊຍທັງສອງຝ່າຍ.
ພາບ-ຂ່າວ: ພະແນກໂຄສະນາ-ປະຊາສໍາພັນ.