
| ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ກະຊວງແຮງງານແລະສະຫວັດດີການສັງຄົມ |
ທີ່ຈະມາເຖິງໃນມໍ່ໆນີ້, ໃນເວລາ 15:00 ໂມງ ຂອງວັນສຸກທີ 19 ກັນຍາ 2020 ທີ່ອົງການປະກັນສັງຄົມແຫ່ງຊາດ ໄດ້ມີການອອກແຮງງານສາມັກຄີ ພ້ອມທັງປູກດອກໄມ້ ປະດັບປະດາ ຢູ່ດ້ານໜ້າຂອງອົງການປະກັນສັງຄົມແຫ່ງຊາດ ບ້ານທົ່ງສ້າງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການນໍາພາຂອງໜ່ວຍກໍາມະບານ ອປຊ ກະຊວງ ຮສສ ແລະການມີສ່ວນຮ່ວມຂອງອ້າຍເອື້ອຍນ້ອງພະນັກງານ ກໍ່ຄື ສາມອົງການຈັດຕັ້ງມະຫາຊົນ (ກໍາມະບານ, ແມ່ຍິງ, ຊາວໜຸ່ມ) ດ້ວຍຄວາມເອົາໃຈໃສ່ຂອງຄະນະອົງການ ເຊິ່ງເຕັມບັນຍາກາດເບີກບານມ່ວນຊື່ນ ແລະ ຄວາມສາມັກຄີ.
ພາບ-ຂ່າວ: ພະແນກໂຄສະນາ-ປະຊາສໍາພັນ