![]() | ໃນວັນທີ 20 ສິງຫາ 2020 ທີ່ວັດບ້ານນໍ້າກຽງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ມີການເຜີຍແຜ່ວຽກງານປະກັນສັງຄົມໃຫ້ແກ່ປະຊາຊົນກຸ່ມສານຕິບເຂົ້າໃນເຂດບ້ານດັ່ງກ່າວ, |
ໂດຍການເປັນປະທານຮ່ວມຂອງທ່ານ ນາງ ລຳພັນ ນັນທະປັນຍາ ປະທານ ສະມາຄົມພັດທະນາຊຸມຊົນ ແລະ ອະນຸລັກສິ່ງແວດລ້ອມ ທັງເປັນປະທານສະມາຄົມເຄືອຄ່າຍຜູ້ເຮັດວຽກຢູ່ເຮືອນຂອງລາວ, ທ່ານ ບົວລຽນ ອິນທະວົງ ນາຍບ້ານນ້ຳກ້ຽງ ແລະ ຜູ້ຕາງໜ້າ ວຽກງານໂຄສະນາຈາກອົງການປະກັນສັງຄົມແຫ່ງຊາດ, ມີປະຊາຊົນພາຍໃນບ້ານເຂົ້າຮ່ວມ ທັງໝົດ 36 ທ່ານ. ໃນການເຜີຍແຜ່ຄັ້ງນີ້ ກໍ່ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈວຽກງານປະກັນສັງຄົມ ໃຫ້ປະຊາຊົນກຸ່ມຈັກສານ ບ້ານນ້ຳກ້ຽງ ອີງຕາມແນວທາງຂອງພັກ ແລະ ລັດຖະບານທີ່ປັດຈຸບັນໄດ້ເປີດກ້ວາງວຽກງານດັ່ງກ່າວໄປສູ່ປະຊາຊົນທົ່ວໄປ ໃຫ້ສາມາດເຂົ້າເຖິງການຄຸ້ມຄອງດ້ານສະຫວັດດີການ ຂັ້ນພື້ນຖານກໍ່ຄືວຽກງານປະກັນສັງຄົມພາຍໃຕ້ກົດໝາຍ ເຊັ່ນ: ການປິ່ນປົວສຸຂະພາບ ພ້ອມດ້ວຍ ຄອບຄົວ, ອອກລູກ, ປ່ວຍການ, ເສຍກຳລັງແຮງງານ, ບຳນານ, ເສຍຊີວິດ ແລະ ອື່ນໆ. ການເຜີຍແຜ່ແມ່ນດໍາເນີນໄປດ້ວຍບັນຍາກາດທີ່ເປັນກັນເອງ ແລະ ໃຫ້ຄວາມ ສົນໃຈຂອງປະຊາຊົນບ້ານດັ່ງກ່າວ ເຊິ່ງສະແດງອອກຈາກການສອບຖາມດ້ວຍບັນຍາກາດຟົດຟື້ນ ເຊິ່ງບັນຫາທີ່ສົນໃຈເປັນພິເສດກໍ່ແມ່ນ ວຽກງານການຂື້ນທະບຽນສໍາລັບຜູ້ຈະສະໝັກໃຈໃໝ່ ແລະ ການຊໍາລະຄ່າບໍລິການປະກັນສັງຄົມລວມໄປເຖິງບັນດາອຸດໜູນຕ່າງໆ ທີ່ປະ ກັນສັງຄົມໃຫ້ການຄຸ້ມຄອງ.