ການລົງເຜີຍແຜ່ວຽກງານປະກັນສັງຄົມ ໃຫ້ແກ່ປະຊາຊົນເຂດບ້ານແສນອຸດົມ
 | ອີງຕາມແນວທາງນະໂຍບາຍຂອງພັກ ກໍ່ຄື ລັດຖະບານ ເພື່ອເຮັດຜູ້ອອກແຮງງານນອກລະບົບ ກໍ່ຄື ປະຊາຊົນທົ່ວໄປ ໃຫ້ໄດ້ຮັບການຄຸ້ມຄອງໃນດ້ານສະຫວັດດີການຂັ້ນພື້ນຖານ |
ເຊັ່ນ: ການປິ່ນປົວສຸຂະພາບພ້ອມດ້ວຍຄອບຄົວ, ອອກລູກ, ປ່ວຍການ, ເສຍກຳລັງແຮງງານ, ບຳນານ, ເສຍຊີວິດ ແລະອື່ນໆ. ໃນວັນທີ 15 ສິງຫາ 2020 ທີ່ຫ້ອງການບ້ານແສນອຸດົມ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໄດ້ມີການເຜີຍແຜ່ວຽກງານປະກັນສັງຄົມໃຫ້ແກ່ປະຊາຊົນເຂດບ້ານດັ່ງກ່າວ, ໂດຍການຮ່ວມມື ແລະ ເປັນປະທານຮ່ວມຂອງທ່ານ ນາງ ລຳພັນ ນັນທະປັນຍາ ຮອງປະທານສະມາຄົມພັດທະນາຊຸມຊົນ ແລະ ອະນຸລັກສິ່ງແວດລ້ອມ ທັງເປັນປະທານສະມາຄົມເຄືອຄ່າຍຜູ້ເຮັດວຽກຢູ່ເຮືອນຂອງລາວ, ທ່ານ ທິດາລັດ ມະນີປະກອນ ນາຍບ້ານແສນອຸດົມ ແລະ ຜູ້ຕາງໜ້າວຽກງານໂຄສະນາຈາກອົງການປະກັນສັງຄົມແຫ່ງຊາດ, ມີປະຊາຊົນ ແລະ ພະນັກງານຈໍານວນໜຶ່ງພາຍໃນບ້ານເຂົ້າຮ່ວມລວມທັງໝົດ 23 ທ່ານ.
ໃນການເຜີຍແຜ່ດັ່ງກ່າວ ແມ່ນເປັນໄປຕາມແຜນກິດຈະກໍາຂອງທາງສະມາຄົມເຄືອຄ່າຍຜູ້ເຮັດວຽກຢູ່ເຮືອນຂອງລາວ ເຊິ່ງຈຸດປະສົງຂອງສະມາຄົມກໍ່ເພື່ອລະດົມປະຊາຊົນຢູ່ພາຍໃນບ້ານຕ່າງໆທົ່ວນະຄອນຫຼວງວຽງຈັນ ທີ່ມີເງື່ອນໄຂໃນການຈັດຕັ້ງກຸ່ມການຜະລິດເປັນສິນຄ້າ ເຊັ່ນ: ກຸ່ມຈັກສານ, ຕໍ່າແຜ່ນແພ, ແກະສະລັກ, ກຸ່ມປູກຝັງ, ລ້ຽງສັດ ແລະອື່ນໆ ເພື່ອສ້າງອາຊີບ ແລະ ລາຍໄດ້ທີ່ໝັ້ນຄົງໃຫ້ປະຊາຊົນພາຍໃນບ້ານດັ່ງກ່າວ, ພ້ອມທັງສະໜອງຂໍ້ມູນວຽກງານປົກປ້ອງທາງສັງຄົມ ແລະ ສິດຜົນປະໂຫຍດໃນການເຂົ້າເປັນສະມາຊິກປະກັນສັງຄົມໃນແບບສະໝັກໃຈ ຕາມແນວທາງທີີ່ຂັ້ນເທິງວາງອອກ.
ພາບ-ຂ່າວ: ພະແນກໂຄສະນາ-ປະຊາສຳພັນ