7.) ການອຸດໜູນສະມາຊິກຄອບຄົວຂອງຜູ້ເສຍຊີວິດ
ການອຸດໜູນສະມາຊິກຄອບຄົວແມ່ນການສະໜອງເງິນອຸດໜູນເປັນລາຍເດືອນໃຫ້ ຜົວ ຫຼື ເມຍ, ລູກ, ພໍ່ ແລະ ແມ່ ຂອງຜູ້ເສຍຊີວິດ.
1. ຜູ້ເສຍຊີວິດໄດ້ຖອກເງິນສົມທົບເຂົ້າກອງທຶນ 5 ປີ ຫຼື 60 ເດືອນຂຶ້ນໄປ;
2. ສະມາຊິກຄອບຄົວ ຜູ້ທີ່ມີສິດຮັບເງິນອຸດໜູນຕ້ອງ:
- ຜົວມີອາຍຸ 60 ປີ, ເມຍ 55 ປີຂຶ້ນໄປ ທີ່ບໍ່ມີລາຍຮັບ, ບໍ່ແຕ່ງດອງໃໝ່ ຫຼື ເສຍອົງຄະປະເພດ 1Â ;
- ລູກຄີງ, ລູກລ້ຽງ ຫຼື ລູກນ້າ ທີ່ມີອາຍຸບໍ່ເກີນ 18 ປີ. ສຳລັບລູກທີ່ເປັນຄົນພິການ ຫຼື ເສຍຈິດ ຈະໄດ້ຮັບຕະຫຼອດຊີວິດÂ ;
- ພໍ່ ທີ່ມີອາຍຸ 60 ປີ ແລະ ແມ່ 55 ປີຂຶ້ນໄປ, ຊຶ່ງລູກຜູ້ເສຍຊີວິດເປັນຄົນລ້ຽງດູຜ່ານມາ.
- ຜົວ ຫຼື ເມຍ ໄດ້ຮັບເທົ່າກັບ 30 % ຂອງເງິນເດືອນຜູ້ເສຍຊີວິດ.
- ລູກ ໄດ້ຮັບເທົ່າກັບ 20% ຂອງເງິນເດືອນຜູ້ເສຍຊີວິດ, ຖ້າລູກຫຼາຍຄົນຄິດໄລ່ເງິນອຸດໜູນໃຫ້ບໍ່ເກີນ 60%.
ຖ້າລວມເງິນອຸດໜູນ ຜົວ ຫຼື ເມຍ ແລະ ລູກເຂົ້າກັນ ບໍ່ໃຫ້ເກີນ 80% ຂອງເງິນເດືອນປະກັນຕົນ
ຜູ້ເສຍຊີວິດ.
- ພໍ່ ແລະ ແມ່ໄດ້ຮັບເທົ່າກັບ 30% ຂອງເງິນເດືອນຜູ້ເສຍຊີວິດ, ລວມເງິນອຸດໜູນ ທີ່ຈະໄດ້ຮັບ ບໍ່ໃຫ້ເກີນ 50% ຂອງເງິນເດືອນຜູ້ເສຍຊີວິດ.
ເອກະສານ ທີ່ຕ້ອງໄດ້ປະກອບ
1. ໃບສຳເນົາບັດປະກັນສັງຄົມ ຂອງຜູ້ປະກັນຕົນ;
2. ໃບຢັ້ງຢືນການເສຍຊີວິດ;
3. ຖ້າແມ່ນຄູ່ສົມລົດ ຫຼື ລູກ ເປັນຜູ້ເສຍຊີວິດ ຕ້ອງອັດສຳເນົາປື້ມສຳມະໂນຄົວ ຫຼື ເອກະສານ
ໃດໜຶ່ງ ທີ່ຖືກຕ້ອງກັບຂໍ້ມູນຂອງຜູ້ປະກັນຕົນ;
4. ຖ້າແມ່ນພໍ່ ແລະ ແມ່ຂອງຜູ້ເສຍຊີວິດ ຕ້ອງມີເອກະສານທາງການໃດໜຶ່ງ ທີ່ຢັ້ງຢືນເຖິງການເປັນ
ພໍ່ ແລະ ແມ່ ທີ່ຜູ້ເສຍຊີວິດໄດ້ເບິ່ງແຍງ-ລ້ຽງດູ.
5. ຖ້າໃຫ້ຜູ້ຕາງໜ້າ ຍື່ນແບບຂໍຮັບເງິນອຸດໜູນແທນ ຕ້ອງອັດສຳເນົາບັດປະຈຳຕົວ ຫຼື ເອກະສານ
ທາງການໃດໜຶ່ງ.