6.) ການອຸດໜູນເສຍຊີວິດ
1. ເງື່ອນໄຂ ການເກີດສິດ
- ຖອກເງິນສົມທົບເຂົ້າກອງທຶນແຕ່ 1 ເດືອນຂຶ້ນໄປໃນໄລຍະ 6 ເດືອນສຸດທ້າຍ (ຍ້ອນວຽກງານ);
- ຖອກເງິນສົມທົບເຂົ້າກອງທຶນແຕ່ 3 ເດືອນຂຶ້ນໄປໃນໄລຍະ 6 ເດືອນສຸດທ້າຍ (ທົ່ວໄປ);
- ມີໜັງສືຢັ້ງຢືນການເສຍຊີວິດ ທີ່ຖືກຕ້ອງ.
2. ຜົນປະໂຫຍດ ທີ່ຈະໄດ້ຮັບ
2.1. ເງິນອຸດໜູນຊາປະນະກິດສົບ
- ຜູ້ປະກັນຕົນ, ຜູ້ຮັບເງິນອຸດໜູນບຳນານ, ຜູ້ຮັບເງິນອຸດໜູນເສຍກຳລັງແຮງງານ ຫຼື ເສຍອົງຄະ ເສຍຊີວິດຈະໄດ້ຮັບ ເທົ່າກັບ 15 ເດືອນຂອງເງິນເດືອນປະກັນຕົນ ຫຼື ເງິນເດືອນກ່ຽວຂ້ອງ.
- ຜົວ ຫລື ເມຍ ເສຍຊີວິດຈະໄດ້ຮັບ ເທົ່າກັບ 6 ເດືອນຂອງເງິນເດືອນປະກັນຕົນເມຍ ຫຼື ຜົວ.
- ລູກ ເສຍຊີວິດຈະໄດ້ຮັບ ເທົ່າກັບ 3 ເດືອນຂອງເງິນເດືອນປະກັນຕົນແມ່ ຫຼື ພໍ່.
2.2. ການຄິດໄລ່:
- ຕົວຢ່າງຕາຕະລາງລະດັບເງິນອຸດໜູນຄອບຄົວ
ປີການປະກັນຕົນ |
ລະດັບເງິນອຸດໜູນ |
1 ຫຼື 3 ເດືອນ -12 ເດືອນ |
15 ເດືອນ |
2 ປີ |
16 ເດືອນ |
3 ປີ |
17 ເດືອນ |
4 ປີ |
18 ເດືອນ |
5 ປີ |
19 ເດືອນ |
6 ປີ |
20 ເດືອນ |
7 ປີ |
20,5 ເດືອນ |
8 ປີ |
21 ເດືອນ |
9 ປີ |
21,5 ເດືອນ |
10 ປີ |
22 ເດືອນ |
4. ການຄິດໄລ່ເງິນອຸດໜູນເສຍຊີວິດ
ຕົວຢ່າງ: ທ. ລໍ່ ເຂົ້າປະກັນສັງຄົມໄດ້ 10 ປີແລ້ວເສຍຊີວິດ. ເງິນເດືອນປະກັນຕົນຂອງລາວລະດັບເພດານສູງສຸດປົກກະຕິ 4.500.000 ກີບ, ຄິດໄລ່ເງິນອຸດໜູນເສຍຊີວິດ?
4.1. ການຄິດໄລ່ເງິນຊາປະນະກິດສົບ
4.500.000 ກີບ x 22 = 99.000.000 ກີບ