3.) ການອຸດໜູນອອກລູກ ຫຼື ຫຼຸລູກ
- ຫຼຸລູກ ຫຼື ລູກຕາຍໃນທ້ອງ ຫຼັງຈາກຖືພາ 2-5 ເດືອນ ຖອກເງິນສົມທົບເຂົ້າກອງທຶນແຕ່ 6 ເດືອນຂຶ້ນໄປ;
- ອອກລູກ ຫຼັງຈາກຖືພາ 6 ເດືອນຂື້ນໄປ ຖອກເງິນສົມທົບເຂົ້າກອງທຶນແຕ່ 9 ເດືອນຂຶ້ນໄປ;
- ຜູ້ປະກັນຕົນເພດຍິງ ຫຼື ເມຍຜູ້ປະກັນຕົນ ທີ່ບໍ່ໄດ້ປະກອບອາຊີບໃດໜຶ່ງຈະໄດ້ຮັບເງິນບຳເນັດ ອອກລູກ ຫຼື ຫຼຸລູກ ເທົ່າກັບ 60% ຂອງເງິນເດືອນປະກັນຕົນສະເລ່ຍໃນໄລຍະ 6 ເດືອນສຸດທ້າຍຕໍ່ລູກ 1 ຄົນ;
- ໃນໄລຍະຜູ້ປະກັນຕົນເພດຍິງໄດ້ພັກວຽກ ຍ້ອນການອອກລູກ ຫຼື ຫຼຸລູກ ເພື່ອຟື້ນຟູສຸຂະພາບ ກໍຈະໄດ້ຮັບ ເງິນອຸດໜູນອອກລູກ ຫຼື ຫຼຸລູກເປັນລາຍເດືອນ ເທົ່າກັບ 80% ຂອງເງິນເດືອນປະກັນຕົນສະເລ່ຍໃນໄລຍະ 6 ເດືອນສຸດທ້າຍ, ສູງສຸດບໍ່ເກີນ 105 ວັນ ຫຼື ຖ້າອອກລູກຝາແຝດແມ່ນບໍ່ເກີນ 120 ວັນ. ຫລັງຈາກນັ້ນ, ຖ້າສຸຂະພາບຍັງອ່ອນເພຍ ຜູ້ກ່ຽວກໍຕ້ອງໄປກວດ ແລະ ຮັບການປະເມີນສຸຂະພາບທາງດ້ານການແພດຄືນ ເພື່ອຮັບເງິນອຸດໜູນປ່ວຍການ ຫຼື ອຸດໜູນເສຍອົງຄະ ຕາມລະບຽບການ.
ເອກະສານ ທີ່ຕ້ອງໄດ້ປະກອບ
1. ໃບຢັ້ງຢືນການອອກລູກ ຈາກໂຮງໝໍ ຫຼື ຈາກອຳນາດການປົກຄອງບ້ານ ບ່ອນທີ່ເດັກເກີດ ຫຼື ໃບຢັ້ງຢືນ ພະຍາດຈາກແພດປີ່ນປົວ;
2. ອັດສຳເນົາບັດປະກັນສັງຄົມ;
3. ຖ້າແມ່ນເມຍຂອງຜູ້ປະກັນຕົນໃຫ້ສຳເນົາເອກະສານໃດໜຶ່ງຄັດຕິດເປັນຕົ້ນ: ສຳມະໂນຄົວ, ທະບຽນສົມລົດ, ບົດບັນທຶກການສູ່ຂໍ ຫຼື ໜັງສືທາງການອື່ນໆ;
4. ຖ້າໃຫ້ຜູ້ຕາງໜ້າ ຍື່ນແບບຂໍຮັບເງິນອຸດໜູນແທນນັ້ນຕ້ອງອັດສຳເນົາບັດປະຈຳຕົວ ຫຼື ເອກະສານ ທາງການໃດໜຶ່ງ.