ໃນລະຫວ່າງວັນທີ 19-23 ທັນວາ 2005 ອປສ ໄດ້ຈັດກອງປະຊຸມສຳມະນາວ່າດ້ວຍ “ການ ປະກັນສຸຂະພາບ ແລະ ການເງິນຂອງໂຮງໝໍຂຶ້ນ ທີ່ໂຮງແຮມວັນຊະນະນ້ຳງື່ມຣີສອດ ໂດຍການ ເປັນປະທານຂອງ ທ່ານ ເລ ກາກັນຍາ ລັດຖະມົນຕີກະຊວງ ຮສສ. ມີຜູ້ຕາງໜ້າຈາກທຸກພາກສ່ວນທີ່ມີສ່ວນກ່ຽວຂ້ອງກັບວຽກງານ ອປສ ເຊັ່ນ: ສະພາບໍລິຫານ, ສະພາການແພດ, ກະຊວງສາທາ, ກະຊວງ ຮສສ, ບັນດາໂຮງໝໍຄູ່ສັນຍາ ແລະ ຄະນະອຳນວຍການ ຕະຫຼອດຮອດ ວິຊາການທີ່ກ່ຽວຂ້ອງຂອງ ອປສ ເຂົ້າຮ່ວມທັງໝົດ 40 ທ່ານ.