ຜູ້ປະຕົນເພດຍິງ ເວລາຖືພາເກີດລູກຜູ້ກ່ຽວຈະໄດ້ຮັບ:
1. ມີສິດໃຊ້ບໍລິການທາງການແພດເຊັ່ນ: ກວດທ້ອງ, ຝາກທ້ອງ ແລະ ເກີດລູກໂດຍບໍ່ໄດ້ເສຍຄ່າ ບໍ່ຈຳກັດ ວົງເງິນ ແລະ ບໍ່ຈຳກັດຈຳນວນຄັ້ງ, ແຕ່ຕ້ອງໄດ້ຈ່າຍເງິນສົມທົບຄົບ 3 ເດືອນຂຶ້ນໄປ.
2. ຮັບເງິນອຸດໜູນເກີດລູກ 100% ຂອງເງິນເດືອນປະກັນຕົນ ເປັນເວລາÂ 3 ເດືອນ ແຕ່ຕ້ອງຈ່າຍເງິນ ສົມທົບຄົບ 9 ເດືອນຂຶ້ນໄປ.
3. ຮັບເງິນອຸດໜູນບຳເນັດເກີດລູກ ເທົ່າກັບ 60% ຂອງເງິນເດືອນຂັ້ນຕ່ຳທີ່ລັດຖະບານກຳນົດ ຕໍ່ລູກ 1ຄົນ. ແຕ່ຕ້ອງໄດ້ຈ່າຍເງິນສົມທົບ 12 ເດືອນຂຶ້ນໄປ.