ໃນຕອນເຊົ້າຂອງວັນ 13/11/2025 ທີ່ ຫ້ອງປະຊຸມໃຫຍ່ ຂອງ ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ສະບັບເລກທີ 54/ສພຊ ໃຫ້ພະນັກງານຂອງຕົນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ປ.ອ ເຮືອງສີໄຊພອນ ດາລາແສງ ຮອງຫົວໜ້າຝ່າຍບຸກຄະລາກອນ ຂອງ ຟຟລ, ມີ ພະນັກງານຫຼັກແຫ່ງຂອງ ຟຟລ ເຂົ້າຮ່ວມທັງໝົດ 100 ກວ່າທ່ານ.
 
ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້ ກໍ່ເພື່ອສ້າງຄວາມເຂົ້າໃຈກ່ຽວກັບພັນທະ, ສິດ ແລະ ຜົນປະໂຫຍດທີ່ຈະໄດ້ຮັບໃນການເຂົ້າເປັນສະມາຊິກປະກັນສັງຄົມ ໂດຍການຂື້ນບັນຍາຍຂອງທ່ານ ນາງ ຄຸດທະວັນ ອັກຄະຣາດ ຫົວໜ້າພະແນກໂຄສະນາປະຊາສໍາພັນ ຂອງ ອົງການປະກັນສັງຄົມແຫ່ງຊາດ, ເຊິ່ງທ່ານໄດ້ສະແດງໃຫ້ເຫັນຄວາມເປັນມາຂອງລະບົບປະກັນສັງຄົມໃນ ສປປ ລາວ ພ້ອມທັງລົງເລິກບັນດາເງື່ອນໄຂ ແລະ ການຄິດໄລ່ເງິນອຸດໜູນປະເພດຕ່າງໆ ລວມທັງໝົດ 9 ປະເພດການອຸດໜູນ ພ້ອມດ້ວຍລະບຽບການທີ່ກ່ຽວຂ້ອງ. ກອງປະຊຸມຄັ້ງນີ້ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມແລກປ່ຽນຖາມ-ຕອບ ໂດຍສະເພາະແມ່ນ ບັນຫາການໃຊ້ບໍລິການປິ່ນປົວຢູ່ໂຮງໝໍ ແລະ ອຸດໜູນບໍານານ ເປັນຕົ້ນ ເຊິ່ງພາຍຫຼັງການຊີ້ແຈງໂດຍຜູ້ຕາງໜ້າປະກັນສັງຄົມ ກໍໄດ້ເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈບັນຫາຕ່າງໆເລິກເຊິ່ງຫຼາຍຂື້ນ.
 
ໃນໂອກາດດັ່ງກ່າວ ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ກໍໄດ້ກ່າວຂອບໃຈນໍາຄະນະນໍາຂອງ ຟຟລ ແລະ ຕີລາຄາສູງຕໍ່ກັບການເຂົ້າຮ່ວມຮັບຟັງຂອງພະນັກງານ ຟຟລ ສະແດງອອກຈາກການຊັກຖາມບັນຫາຕ່າງໆດ້ວຍບັນຍາການຄຶກຄື້ນ ແລະ ພ້ອມຮັບເອົາບັນດາຂໍ້ສະເໜີຂອງຜູ້ເຂົ້າຮ່ວມ ເພື່ອນໍາໄປປັບປຸງແກ້ໄຂ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ສະມາຊິກນັບມື້ນັບຫຼາຍຂື້ນ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)