



ກອງປະຊຸມສະມາຄົມປະກັນສັງຄົມອາຊຽນ (ASSA) ຄັ້ງທີ 42 ທີ່ ບຣູໄນ ດາຣູສະລາມ ເປັນເຈົ້າພາບ ໄດ້ໄຂຂື້ນຢ່າງເປັນທາງການ ໃນລະຫວ່າງວັນທີ 04 ພະຈິກ 2025 ພາຍໃຕ້ຫົວຂໍ້: “ການຫັນປ່ຽນເພື່ອພ້ອມກັນກ້າວໜ້າ ໃນການຮັບປະກັນການດຳລົງຊີວິດ ໃນອະນາຄົດ ສຳລັບທຸກຄົນ “Collective Progress-Transformative Reform towards A Secure Future for All” ໂດຍການເປັນປະທານກ່າວເປີດ ແລະ ດຳເນີນ ກອງປະຊຸມໂດຍ ທ່ານ Jose Arnulfo A. Veloso, ປະທານກອງທຶນປະກັນສັງຄົມພາກລັດ ຂອງປະເທດຟີລິບປິນ, ມີຜູ້ເຂົ້າຮ່ວມຈາກອົງການປະກັນສັງຄົມ ຂອງບັນດາປະເທດສະມາຊິກອາຊຽນ ຈຳນວນ 86 ທ່ານ, ຄະນະຜູ້ແທນລາວ ນໍາພາໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ພ້ອມຄະນະ.
ກອງປະຊຸມ ໄດ້ດຳເນີນ ໃນລະຫວ່າງວັນທີ 04 ຫາ 06 ພະຈິກ 2025, ທີ່ນະຄອນຫລວງ ບັນດາເສລີ ເບກາວັນ, ປະເທດບຣູໄນ ດາຣູສະລາມ, ການແລກປ່ຽນຂໍ້ມູນ ແລະ ປະສົບການທີ່ດີຮ່ວມກັນດ້ານນະໂຍບາຍ ແລະ ນິຕິກຳ, ການດູແລເບີ່ງແຍງຜູ້ອາຍຸສູງໄຍລະຍາວ, ການສ້າງຄວາມເຂັ້ມແຂງລະບົບບຳນານ ແລະ ການເງິນ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການຂະຫຍາຍອັດຕາການປົກຄຸມພາກສະໝັກໃຈ, ການບໍລິການປະກັນສັງຄົມ ດ້ວຍທັນສະໄໝ ແລະ ບົດບາດຄວາມສຳຄັນ ຂໍ້ມູນວຽກງານປະກັນສັງຄົມ. ບັນດາເນື້ອໃນເຫລົ່ານີ້ ເປັນພື້ນຖານ ໃຫ້ແກ່ກອງປະຊຸມ ສະພາບໍລິຫານປະກັນສັງຄົມອາຊຽນ ໄດ້ພິຈາລະນາ ຮັບຮອງ ແລະ ນຳເຂົ້າໄປນແຜນປະຕິບັດງານຂອງຕົນ.
ຄຽງຄູ່ ກັນນີ້, ກອງປະຊຸມ ຍັງໄດ້ ມອບລາງວັນໃຫ້ບັນດາປະເທດສະມາຊິກປະກັນສັງຄົມອາຊຽນ ASSA Recognition Award ທີ່ໄດ້ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ, ຊຶ່ງໃນນັ້ນ, ປະກັນສັງຄົມລາວເຮົາກໍໍໍໍໍໍ່ໄດ້ຮັບລາງວັນດັ່ງກ່າວ ໃນຫົວຂໍ້ທີ່ສົ່ງເຂົ້າຮ່ວມການແຂ່ງຂັນຄື: ການຄຸ້ມຄອງປະກັນສັງຄົມດ້ວຍທັນສະໄໝ, ກອງປະຊຸມ ເຫັນດີ ເປັນເອກະພາບຮັບຮອງເອົາແຜນປະຕິບັດງານ ແລະ ຜົນຂອງກອງປະຊຸມ ແລະ ຖະແຫລງການຮ່ວມ ຂອງສະມາຄົມປະກັນສັງຄົມອາຊຽນ ກ່ຽວກັບຄວາມຍືນຍົງ, ຮັບຮອງເອົາ ປະທານ ແລະ ຮອງປະທານ ກອງປະຊຸມ ຄັ້ງທີ 42 ແລະ ກອງປະຊຸມຄັ້ງຕໍ່ໄປ ຈະຈັດຢູ່ ປະເທດສິງກະໂປ ໃນປີ 2026.