ໃນວັນທີ 21 ເມສາ 2025 ອົງການປະກັນສັງຄົມແຫ່ງຊາດ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກໂຄສະນາປະຊາສໍາພັນ ທີ່ ແຂວງຄໍາມ່ວນ ໂດຍການນໍາພາຂອງທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ. ການລົງຕິດຕາມຊຸກຍູ້ວຽກງານໃນຄັ້ງນີ້ ກໍເພື່ອສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂຄສະນາປະຊາສໍາພັນ ໃຫ້ເຂົ້າເຖິງກຸ່ມເປົ້າໝາຍໃຫ້ນັບມື້ຫຼາຍຂຶ້ນ ລວມໄປເຖິງການປະຕິບັດຕົວເລກຄາດໝາຍສູ້ຊົນໃນປີ 2025 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ໃນການລົງເຄື່ອນໄຫວດັ່ງກ່າວ ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຄໍາມ່ວນ ທັງເປັນຜູ້ຊີ້ນໍາວຽກງານປະກັນສັງຄົມ ເພື່ອລາຍງານຈຸດປະສົງ ແລະ ຮຽກຮ້ອງໃຫ້ ພະແນກ ຮສສ ແຂວງ ຊ່ວຍຊຸກຍູ້ໃຫ້ມີການຈັດກອງປະຊຸມເຜີຍແຜ່ວຽກງານປະກັນສັງຄົມໃນວາລະຕ່າງໆຂອງ ພະແນກ ຮ່ວມໄປເຖິງບັນດາຫົວໜ່ວຍວິສາຫະກິດ ທີ່ເປັນສະມາຊິກປະກັນສັງຄົມ ແລະ ກໍາລັງຈະເຂົ້າເປັນສະມາຊິກປະກັນສັງຄົມ ໃຫ້ໄດ້ຮັບຮູ້ຂໍ້ມູນກ່ຽວກັບກົດໝາຍປະກັນສັງຄົມ ແລະ ການຄຸ້ມຄອງໃນລະບົບປະກັນສັງຄົມ.
ຕໍ່ຈາກນັ້ນ ໃນວັນທີ 23 ເມສາ 2025 ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບ ຫ້ອງການປະກັນສັງຄົມ ແຂວງບໍລິຄຳໄຊ ໄດ້ລົງເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ທີ່ ທະນາຄານນະໂຍບາຍ ສາຂາ ບໍລິຄໍາໄຊ ມີຜູ້ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 09 ທ່ານ. ທ່ານ ພິດສະນຸ ກອງອ້າຍ ຮອງຫົວໜ້າຫ້ອງການປະກັນສັງຄົມແຂວງບໍລິຄໍາໄຊ ໄດ້ຂຶ້ນບັນຍາຍກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ພ້ອມທັງລົງເລິກບັນດາສິດຜົນປະໂຫຍດທີ່ປະກັນສັງຄົມໃຫ້ການຄຸ້ມຄອງ 9 ປະເພດການອຸດໜູນ ຄື: ການປະກັນສຸຂະພາບ, ອຸບັດຕິເຫດແຮງງານ ຫຼື ພະຍາດອາຊີບ, ອອກລູກ, ປ່ວຍການ, ເສຍກຳລັງແຮງງານ, ບຳນານ, ເສຍຊີວິດ, ອຸດໜູນສະມາຊິກຄອບຄົວ ແລະ ອຸດໜູນວ່າງງານ ຕາມເງື່ອນໄຂທີ່ກົດໝາຍໄດ້ກຳນົດ. ຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ມີການແລກປ່ຽນຄໍາຄິດເຫັນເພື່ອສ້າງຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບບັນຫາຕ່າງໆ ລວມໄປເຖິງມາດຖານເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກການເຂົ້າເປັນສະມາຊິກປະກັນສັງຄົມ.
ໃນວັນທີ 24 ເມສາ 2025 ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບ ຫ້ອງການປະກັນສັງຄົມ ແຂວງບໍລິຄຳໄຊ ໄດ້ລົງເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ທີ່ ລັດວິສາຫະກິດ ນໍ້າປະປາ ແຂວງບໍລິຄໍາໄຊ ມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 12 ທ່ານ.
ຜ່ານການລົງເຄື່ອນໄຫວຊຸກຍູ້ວຽກໂຄສະນາປະຊາສໍາພັນຄັ້ງນີ້ ເຫັນໄດ້ວ່າບັນດາຫ້ອງການປະກັນຂອງທັງສອງແຂວງ ເຫັນໄດ້ເຖິງຄວາມສໍາຄັນວຽກງານດັ່ງກ່າວ ໃນການຖອດຖອນບົດຮຽນນໍາທີມງານຂັ້ນສູນກາງ ເພື່ອນໍາມາພັດທະນາ ແລະ ປັບປຸງວຽກງານຕ່າງໆຂອງຕົນໃຫ້ສອດຄ່ອງ ເໝາະສົມ ແລະ ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຍິ່ງຂື້ນ ທັງນີ້ກໍເພື່ອຮັບປະກັນໃນການຂະຫຍາຍອັດຕາການປົກຄຸມລະບົບປະກັນສັງຄົມ ເວົ້າລວມ ເວົ້າສະເພາະ ກໍຄື ປະຕິບັດຕົວເລກຄາດໝາຍສູ້ຊົນໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້ໃນແຕ່ລະໄລຍະ.