ໃນຕອນເຊົ້າຂອງວັນທີ 08 ເມສາ 2025 ໜ່ວຍພັກ ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມຜ່ານ ຮ່າງບົດລາຍງານການເມືອງ ແລະ ບົດ​ສຳຫຼວດການ​ນຳ​ພາລວມ​ຂອງ​ໜ່ວຍ​ພັກອົງການປະກັນສັງຄົມແຫ່ງຊາດ ແລະ ທາບທາມຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ, ໂດຍການໃຫ້ກຽດເຂົ້າຮ່ວມຕິດຕາມ ແລະ ເປັນປະທານຂອງ ສະຫາຍ ນ. ແກ້ວ ຈັນທະວີໄຊ ຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍຄະນະໜ່ວຍພັກ ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ແລະ ຄະນະຮັບຜິດຊອບອານຸກຳມະການບຸກຄະລາກອນ, ມີສະຫາຍຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສຳຮອງ ຂອງ ອປຊ ເຂົ້າຮ່ວມທັງໝົດ 56 ສະຫາຍ, ໃນນີ້ ສະມາຊິກພັກສົມບູນ 45 ສະຫາຍ, ຍິງ 28​ ສະຫາຍ, ສະມາຊິກພັກສຳຮອງ 11​ ສະຫາຍ ຍິງ 05 ສະຫາຍ, ລວມຜູ້ເຂົ້າຮ່ວມທັງໝົດ 65 ​ສະຫາຍ.

ສະຫາຍ ໂຈມແຍງ ແພງທອງສະຫວັດ ເລຂາໜ່ວຍພັກ ອປຊ, ຫົວໜ້າອົງການປະກັນສັງຄົມແຫ່ງຊາດ         ໄດ້ຂື້ນກ່າວຈຸດປະສົງ ແລະ ຜ່ານຮ່າງບົດລາຍງານການເມືອງການຊີ້ນໍາ-ນໍາພາຂອງໜ່ວຍພັກ ອປຊ 05 ປີ 2021-2025 ແລະ ທິດທາງແຜນການ 05 ປີຕໍ່ໜ້າ 2026-2030, ຈາກນັ້ນ ສະຫາຍ ເພັດສະໝອນ ສຸກທະວີພອນ ຮອງເລຂາໜ່ວຍພັກ ໄດ້ຂື້ນຜ່ານຮ່າງບົດ​ສຳຫຼວດການ​ນຳ​ພາລວມ​ຂອງ​ໜ່ວຍ​ພັກອົງການປະກັນສັງຄົມແຫ່ງຊາດ.

ໃນໂອກາດດັ່ງກ່າວສະຫາຍ ນ. ແກ້ວ ຈັນທະວີໄຊ ຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄໍາເຫັນຕໍ່ເນື້ອໃນບົດສະຫຼຸບທັງສອງບົດ, ພ້ອມທັງເປີດໂອກາດໃຫ້ບັນດາສະຫາຍສະມາຊິກພັກປະກອບຄວາມຄິດຄວາມເຫັນຕໍ່ບົດລາຍງານທັງສອງສະບັບ ເຊິ່ງບັນດາສະມາຊິກພາຍໃນໜ່ວຍພັກໄດ້ປະກອບຄຳເຫັນ ເປັນຕົ້ນ: ໃນການນໍານົດແຜນ 5 ປີຕໍ່ໜ້າຄວນລະບຸບັນດາໜ້າວຽກຢ່າງເປັນຮູບປະທໍາ ມີວີທີການແກ້ໄຂຢ່າງຊັດເຈນຍິ່ງຂຶ້ນ, ການພັດທະນາບຸກຄະລາກອນໃຫ້ເປັນຈຸດສຸມ, ການສຶກສາອົບຮົມການເມືອງແນວຄິດ ໃຫ້ເຮັດເປັນລະບົບປົກກະຕິ ເພື່ອໃຫ້ສະມາຊິກພັກຮັບຮູ້ ເຂົ້າໃຈ ແລະ ແກ້ໄຂບັນຫາໄດ້ຢ່າງທັນການ, ຍົກສູງວຽກງານ 3 ອົງການຈັດຕັ້ງມະຫາຊົນ, ການຮຽນທິດສະດີການເມືອງ ເປັນອັນສະເພາະ, ຍົກສູງດ້ານວິຊາສະເພາະໃຫ້ຕໍ່ເນື່ອງ ແລະ ປົກກະຕິ ພ້ອມທັງສະເໜີໃຫ້ຈັດກອງປະຊຸມຄົ້ນຄ້ວາທາງດ້ານວິຊາການເປັນປົກກະຕິ,  ການສ້າງພະນັກງານສືບທອດປ່ຽນແທນ, ການຝຶກອົບຮົມ-ການຮຽນພາສາຕ່າງປະເທດ ໃຫ້ມີຈຸດສຸມກ່ວາເກົ່າ. ພ້ອມດຽວກັນນັ້ນ ສະຫາຍ ເລຂາ ໜ່ວຍພັກ ກົມກວດກາ ໄດ້ປະກອບຄໍາເຫັນໃສ່ບົດສໍາຫລວດ ແລະ ບົດລາຍງານການເມືອງ ໂດຍທ່ານໄດ້ຊົມເຊີຍທີ່ໄດ້ກະກຽມຮ່າງທັງ 2 ບົດໄປຕາມຮູບແບບແລ້ວ, ພ້ອມທັງສະເໜີໃຫ້ເບິ່ງຄືນໃນການປັບປຸງການຈັດຕັ້ງພັກ, ຕົວເລກການຂະຫຍາຍພັກ, ດ້ານການເມືອງແນວຄິດ ສະເໜີເພີ່ມວຽກກໍ່ສ້າງພັກ, ແບບແຜນວິທີເຮັດວຽກ ທີ່ຕິດພັນກັບການກວດກາ ກວດສອບ; ສະຫາຍ ເລຂາ ໜ່ວຍພັກ ກົມຈັດຕັ້ງ ແລະ ພະນັກງານ ກໍ່ໄດ້ເຫັນດີເອກະພາບດ້ານໂຄງຮ່າງຂອງບົດ ພ້ອມທັງສະເໜີໃຫ້ເພີ່ມຈຸດອ່ອນຂໍ້ຄົງຄ້າງ ແລະ ການສັບຊ້ອນບາງເນື້ອໃນໃຫ້ສອດຄ່ອງ​. ເຊິ່ງທ່ານປະທານ ກໍ່ໄດ້ຕີລາຄາສູງຕໍ່ກັບບັນດາຄໍາຄິດຄໍາເຫັນຂອງບັນດາສະມາຊິກພັກ ທັງນີ້ກໍ່ເພື່ອຊຸກຍູ້ໜ່ວຍພັກ ອປຊ ໃຫ້ເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ເປັນກ້າວໆ.

ໃນໂອກາດດຽວກັນ, ໜ່ວຍພັກ ອປຊ ໄດ້ມີການຜ່ານບົດສໍາຫລວດຂອງສະມາຊິກພັກ ເຊິ່ງໄດ້ແບ່ງອອກເປັນ 4 ຈຸ  ໃນການດໍາເນີນຊີວິດການເມືອງໜ່ວຍພັກ ອປຊ ຕາມການຊີ້ນໍາ-ນໍາພາຂອງຄະນະພັກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ. ສໍາລັບກອງປະຊຸມທາບທາມ ຮອບທີ II ຂອງ ຄະນະໜ່ວຍພັກ ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດຂື້ນໃນວັນທີ 28 ເມສາ 2025.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)