ໃນຕອນເຊົ້າ ຂອງວັນທີ 6 ມີນາ 2025 ທີ່ອົງການປະກັນສັງຄົມແຫ່ງຊາດ ໄດ້ມີພິທີປະກາດ ແຕ່ງຕັ້ງ ພະນັກງານນຳພາ-ຄຸ້ມຄອງ ຕຳແໜ່ງບໍລິຫານຂັ້ນຫົວໜ້າກົມ-ຫົວໜ້າອົງການ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃຫ້ກຽດເປັນປະທານຂອງ ທ່ານ ນ. ໃບຄຳ ຂັດທິຍະ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມນີ້ຍັງມີ ຄະນະພັກ, ບັນດາຄະນະກົມ, ຄະນະອົງການ ແລະ ຄະນະພະແນກທີ່ຖືກເຊີນເຂົ້າຮ່ວມ.
 
ທ່ານ ຄຳໄຊ ເຊ່ຍຍິ່ງຍ່າງ ກຳມະການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງ ຮສສ ໄດ້ຜ່ານດຳລັດດັ່ງນີ້: 1) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ໂຈມແຍງ ແພງທອງສະຫວັດ ເປັນຫົວໜ້າອົງການປະກັນສັງຄົມແຫ່ງຊາດ, 2) ຜ່ານຂໍ້ຕົກລົງແຕ່ງຕັ້ງ ທ່ານ ວິໄລ ນັນທະສອນ ເປັນຮັກສາການ ຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ສູງອາຍຸ ກະຊວງ ຮສສ.
 
ໃນຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ນ. ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍທ່ານໄດ້ກ່າວວ່າ: ອີງໃສ່ຄວາມຮຽກຮ້ອງຕ້ອງການໜ້າທີ່ວຽກງານຂອງພັກ-ລັດແຕ່ລະໄລຍະ ທີ່ຕ້ອງໄດ້ມີການປັບປຸງສັບຊ້ອນ ຕໍາແໜ່ງຂັ້ນບໍລິຫານຕ່າງໆ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ໃຫ້ສອດຄ່ອງກັບໜ້າທີ່ວຽກງານອັນສຳຄັນ ໂດຍສະເພາະແມ່ນໃຫ້ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ວຽກງານ, ເຊິ່ງເຮັດໃຫ້ຕ້ອງມີພະນັກງານນຳພາ ທີ່ເປັນລະບົບຄົບຊຸດ ເຊິ່ງການປັບປຸງຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍຢ່າງທີ່ສະແດງໃຫ້ເຫັນວ່າ ບັນດາສະຫາຍລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດ, ມີປະສົບການ ແລະ ມີຜົນງານຫຼາຍດ້ານໃນໄລຍະຜ່ານມາ ຈຶ່ງໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກ ຄະນະພັກ ຄະນະນຳ ແລະ ໄດ້ຮັບການຍອມຮັບເປັນຢ່າງດີຈາກສະມາຊິກພັກ-ພະນັກງານ ພາຍໃນ ກະຊວງ ຮສສ ເປັນຜູ້ທີ່ມີປະສົບການຕົວຈິງສົມຄູ່ກັບໜ້າທີ່ວຽກງານ, ທາງດ້ານຄຸນສົມບັດ, ຄຸນທາດການເມືອງກໍມີຄວາມໜັກແໜ້ນ, ເປັນຜູ້ທີ່ຍຶດໝັ້ນຫຼັກການນໍາພາຂອງພັກ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມດຸໝັ່ນອົດທົນ, ມີຄວາມສາມັກຄີ, ມີລະບຽບວິໄນ ແລະ ເຄົາລົບກົດລະບຽບ ຂອງພັກ ແລະ ກົດໝາຍຂອງລັດ ໂດຍເຫັນໄດ້ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ຂອງບັນດາ ສະຫາຍຄືແນວນັ້ນ ທາງຄະນະພັກ ແລະ ຄະນະນຳກະຊວງ ຈຶ່ງໄດ້ສະເໜີໃຫ້ຂັ້ນເທິງພິຈາລະນາແຕ່ງຕັ້ງ ແລະ ສັບຊ້ອນ ເຂົ້າຮັບໜ້າທີ່.

 

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)