ໃນວັນທີ 25 ກຸມພາ 2025 ທີ່ ຫ້ອງການປົກຄອງ ເມືອງສາມັກຄີໄຊ ໄດ້ມີຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານວຽກງານປະກັນສັງຄົມໃຫ້ນາຍບ້ານ ພາຍໃນເມືອງສາມັກຄີໄຊ ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ພິທູນ ມະວົງສາ ອາດີດຄະນະປະຈຳພັກເມືອງ, ຮອງເຈົ້າເມືອງສາມັກຄີໄຊ ແລະ ທ່ານ ນາງ ອ່ອນໃສ ມຽງລາວັນ ຮອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອັດຕະປື, ຜູ້ຊີ້ນຳວຽກງານປະກັນສັງຄົມ, ມີຫົວໜ້າຫ້ອງການປະກັນສັງຄົມແຂວງອັດຕະປື, ຫົວໜ້າພະແນກ ອປຊ ຂັ້ນສູນກາງ, ບັນດານາຍບ້ານ ຈໍານວນ 28 ບ້ານ ພາຍໃນເມືອງສາມັກຄີໄຊ , ຫົວໜ້າຂະແໜງ, ວິຊາການ ອປຊ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມທັງໝົດ 50 ກວ່າທ່ານ.
 
ໃນພິທີ, ທ່ານ ບຸນຄໍ້າ ລັດຕະນະວິຈິດ ຫົວໜ້າຫ້ອງການປະກັນສັງຄົມແຂວງອັດຕະປື ໄດ້ຂື້ນກ່າວຈຸດປະສົງ ກໍເພື່ອເຮັດໃຫ້ກົດໝາຍວ່າດ້ວຍການປະກັນສັງຄົມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງທົ່ວເຖິງ ແລະ ກວມອັດຕາການປົກຄູມລົງສູ່ທ້ອງຖິ່ນ ເຮັດໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບການປົກປ້ອງຈາກລະບົບປະກັນສັງຄົມ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ອຳນາດການປົກຄອງທ້ອງຖິ່ນ ໃນການເປັນກະບອກສຽງໃຫ້ແກ່ອົງການຈັດຕັ້ງລັດ ແລະ ສ້າງຄວາມເຂົ້າໃຈອັນຖືກຕ້ອງໃຫ້ແກ່ປະຊາຊົນ. ໃນຊຸດຝຶກອົບຮົມ ທ່ານ ນາງ ຄຸດທະວັນ ອັກຄະຣາດ ຫົວໜ້າພະແນກໂຄສະນາປະຊາສໍາພັນ ໄດ້ຂື້ນໃຫ້ຄວາມຮູ້ກ່ຽວກັບພັນທະ, ສິດ ແລະ ຜົນປະໂຫຍດປະກັນສັງຄົມໃຫ້ບັນດາຜູ້ເຂົ້າຮ່ວມໄດ້ເຂົ້າໃຈໂດຍພື້ນຖານ. ຈາກນັ້ນ ຜູ້ຕາງໜ້າປະກັນສັງຄົມ ໄດ້ຂື້ນບັນຍາຍກ່ຽວກັບວຽກງານປົກປ້ອງທາງສັງຄົມ ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າຫົວຂໍ້ສົນທະນາເປັນກຸ່ມ ແລະ ຜັດປ່ຽນກັນຂື້ນນໍາສະເໜີ ເຊິ່ງເຫັນໄດ້ວ່າແຕ່ບັນດານາຍບ້ານ ມີຄວາມໄດ້ເຂົ້າໃຈວຽກງານປະກັນສັງຄົມຫຼາຍຂື້ນ. ໃນຕອນທ້າຍ ທ່ານປະທານໄດ້ເນັ້ນໃຫ້ນາຍບ້ານ ແລະ ຜູ້ເຂົ້າຮ່ວມ ນໍາເອົາຂໍ້ມູນປະກັນສັງຄົມ ໄປເຜີຍແຜ່ຕໍ່ໃຫ້ບັນດາລູກບ້ານພາຍໃນຂົງເຂດຮັບຜິດຊອບຂອງຕົນ ພ້ອມທັງຮວບຮ່ວມຜູ້ທີ່ມີຄວາມສົນໃຈສະໝັກປະກັນສັງຄົມເປັນຂໍ້ມູນສະຖິຕິໄວ້ ຖ້າຫາກມີກອງປະຊຸມຂັ້ນບ້ານ ກໍສາມາດເຊີນທີມງານເຄື່ອນທີ່ປະກັນສັງຄົມລົງມາຂື້ນທະບຽນໃຫ້ເຖິງສະຖານທີ່ໄດ້ເລີຍ. ຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງດ້ານວຽກງານປະກັນສັງຄົມໃຫ້ນາຍບ້ານ ພາຍໃນເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຈັດຂື້ນເປັນເວລາ 01 ວັນ ຈຶ່ງສໍາເລັດ.

 

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)