ໃນຕອນເຊົ້າຂອງວັນທີ 12 ກຸມພາ 2025 ທີ່ຫ້ອງປະຊຸມໃຫຍ່ ອົງການປະກັນສັງຄົມແຫ່ງຊາດ ໄດ້ມີພິທີປະກາດ ແຕ່ງຕັ້ງຫົວໜ້າພະແນກຜູ້ໃໝ່ ແລະ ຊັບຊ້ອນຫົວໜ້າພະແນກຜູ້ເກົ່າ ໄປຮັບໜ້າທີ່ໃໝ່, ໂດຍມີ ທ່ານ ນາງ ແກ້ວ ຈັນທະວິໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໃຫ້ກຽດເປັນປະທານ. ມີຄະນະອົງການ, ກົມຈັດຕັ້ງ-ພະນັກງານ, ກົມກວດກາ, ຄະນະພະແນກ ແລະ ຫົວໜ້າຂະແໜງ ອປຊ ເຂົ້າຮ່ວມທັງໝົດ 50 ທ່ານ.
 
ພິທີດັ່ງກ່າວ ຕາງໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານສະພາບໍລິຫານ ອປຊ ໂດຍໄດ້ຊັບຊ້ອນຫົວໜ້າພະແນກຜູ້ເກົ່າໄປຮັບໜ້າທີ່ໃໝ່ ຄື: ຊັບຊ້ອນທ່ານ ນາງ ດວງເດືອນ ຈັນທະວົງ ຫົວໜ້າພະແນກ ໂຄສະນາປະຊາສຳພັນ ໄປເປັນ ຫົວໜ້າພະແນກ ນິຕິກຳ, ທ່ານ ນັນທະກີ ກອງໄຊສີ ຫົວໜ້າພະແນກກວດສອບພາຍໃນ ໄປເປັນ ຫົວໜ້າພະແນກ ການເງິນ, ທ່ານ ດາວອນ ຜາມີໄຊ ຫົວໜ້າ ພະແນກທະບຽນ-ເງິນສົມທົບ ໄປເປັນ ຫົວໜ້າພະແນກ ກວດສອບພາຍໃນ ແລະ ໄດ້ແຕ່ງຕັ້ງຫົວໜ້າ ພະແນກຄົນໃໝ່ ຄື: ແຕ່ງຕັ້ງ ທ່ານ ນາງ ທຽນທອງ ແກ້ວບົວ ຮອງຫົວໜ້າພະແນກແຜນການ ແລະ ການຮ່ວມມື ຂື້ນເປັນ ຫົວໜ້າ ພະແນກແຜນການ ແລະ ການຮ່ວມມື, ທ່ານ ນາງ ຄຸດທະວັນ ອັກຄະຣາດ ຮອງຫົວໜ້າ ພະແນກ ໂຄສະນາປະຊາສຳພັນ ຂຶ້ນເປັນ ຫົວໜ້າພະແນກໂຄສະນາປະຊາສຳພັນ, ທ່ານ ນາງ ມະນີວັນ ພູວັນ ຮອງຫົວໜ້າພະແນກ ທະບຽນ-ເງິນສົມທົບ ຂຶ້ນເປັນ ຫົວໜ້າພະແນກທະບຽນ-ເງິນສົມທົບ.
 
ໃນຕອນທ້າຍພິທີ, ທ່ານ ນາງ ແກ້ວ ຈັນທະວິໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ໃຫ້ກຽດໂອ້ລົມ ຊີ້ນຳຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ພ້ອມທັງສະແດງຄວາມຊົມເຊີຍ ແລະ ເຊື່ອໝັ້ນໃນຄວາມສາມາດ ທີ່ຈະໄດ້ເປັນກຳລັງແຮງໃນການນຳພາວຽກງານວຽກງານປະກັນສັງຄົມ ເວົ້າລວມ, ເວົ້າສະເພາະກໍ່ຄືວຽກງານພາຍໃນພະແນກການທີ່ຕົນເອງຮັບຜິດຊອບ ໃຫ້ມີປະສິທິພາບ, ມີປະສິດທິຜົນ ພ້ອມທັງຫັນໄປສູ່ການບໍລິການທີ່ທັນສະໃໝເທື່ອລະກ້າວ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)