ໃນລະຫວ່າງວັນທີ 07-09 ຕຸລາ 2024 ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້: “ການພັດທະນາທັກສະຄວາມເປັນຜູ້ນໍາ ແລະ ການບໍລິຫານງານທີ່ມີປະສິດທິພາບ” ໃຫ້ແກ່ພະນັກງານ ອປຊ ຂັ້ນສູນກາງ, ເປັນປະທານກ່າວເປີດໂດຍ ທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ເຂົ້າຮ່ວມມີ ທ່ານ ນາງ ສຸດຖະໜອມ ພິນສະຫວັດ ຮອງຫົວໜ້າສະຖາບັນລາວ-ຍີ່ປຸ່ນ ມ.ຊ ທັງເປັນວິທະຍາກອນ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ຫົວໜ້າຂະແໜງ ແລະ ວິຊາການຈໍານວນໜຶ່ງ.
ການຝຶກອົບຮົມຄັ້ງນີ້ ສໍາມະນາກອນໄດ້ຮຽນຮູ້ທິດສະດີໃນຫຼາຍຫົວຂໍ້ ເຊັ່ນ: ກົນໄກການບໍລິຫານຈັດການ, ຫຼັກການ ແລະ ແບບແຜນວິທີການເຮັດວຽກ, ວົງຈອນການບໍລິຫານ (PDCA), ຊັບພະຍາກອນ ຫຼື ປັດໃຈການບໍລິຫານ (4M & 4Rs), ລັກສະນະການບໍລິຫານທີ່ມີປະສິດທິພາບ, ຜູ້ນໍາ ແລະ ການນໍາພາ, ຄວາມແຕກຕ່າງລະຫວ່າງຜູ້ນໍາ ແລະ ຜູ້ບໍລິຫານ, ຄຸນລັກສະນາຂອງຜູ້ນໍາທີ່ດີ, ຄຸນສົມບັດຂອງການເປັນແບບຢ່າງ, ການເປັນຜູ້ຕາມທີ່ດີ, ການເຮັດວຽກເປັນທີ່ໄວ້ວາງໃຈ, ຄວາມສໍາຄັນຂອງຊັບພະຍາກອນມະນຸດ, ການບໍລິຫານ ແລະ ພັດທະນາຊັບພະຍາກອນມະນຸດ, ການຈັດຫາຊັບພະຍາກອນພາຍໃນ ແລະ ພາຍນອກ, ການສ້າງແຮງຈູງໃຈ, ການບໍລິຫານໃຫ້ເກີດປະໂຫຍດສູງສຸດ, ການຮຽນຮູ້ບັນຫາ ແລະ ການແກ້ໄຂບັນຫາໃຫ້ດີຂື້ນ ເປັນຕົ້ນ. ນອກຈາກການຮຽນຮູ້ທາງທິດສະດີ ຍັງໄດ້ລົງເລິກພາກປະຕິບັດເຮັດວຽກເປັນກຸ່ມເພື່ອລະດົມສະໝອງ ໂດຍການຍົກໃຫ້ເຫັນບັນຫາຕົວຈິງພາຍໃນພະແນກການຂອງຕົນເພື່ອພັດທະນາປັບປຸງວຽກງານດັ່ງກ່າວໃຫ້ດີຂື້ນເປັນຫົວຂໍ້ແລກປ່ຽນສົນທະນາໃນຊຸດຝຶກອົບຮົມ ເຊິ່ງແຕ່ລະກຸ່ມໄດ້ສະລັບກັນຂື້ນອະທິບາຍດ້ວຍຄວາມຮັບຜິດຊອບສູງ ເພື່ອປັບປຸງວຽກງານທີ່ຕິດພັນພະແນກຂອງຕົນໃຫ້ມີປະສິດທິພາບຍິ່ງຂື້ນ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ກ່າວວ່າ: ຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມສໍາຄັນ ແລະ ເປັນປະໂຫຍດຫຼາຍຕໍ່ບັນດາສໍາມະນາກອນ ກໍ່ຄື ພະນັກງານຫຼັກແຫຼ່ງປະກັນສັງຄົມພວກເຮົາ, ເຫັນໄດ້ວ່າວິທະຍາກອນໄດ້ມີການກະກຽມຂໍ້ມູນສິດສອນເປັນຢ່າງດີ ເນື້ອຫາມີຄວາມໜ້າສົນໃຈ ແລະ ຕິດພັນກັບການພັດທະນາປັບປຸງວຽກງານຢູ່ບັນດາພະແນກການຂອງ ອປຊ, ເຮັດໃຫ້ພະນັກງານ ອປຊ ພວກເຮົາ ມີຈິນຕະນາການ ແລະ ວິໄສທັດໃນການພັດທະນາວຽກງານທີ່ຕົນຮັບຜິດຊອບຢ່າງທັນກັບສະພາບການ ແລະ ທັງເປັນການສ້າງພາວະການເປັນຜູ້ນໍາທີ່ດີ ເພື່ອເປັນພະນັກງານແບບຢ່າງ ມີຄວາມຮູ້ຄວາມສາມາດ ແລະ ພັດທະນາວຽກງານປະກັນສັງຄົມໃຫ້ມີຜົນສໍາເລັດເປັນກ້າວໆ, ທ່ານກ່າວຕື່ມອີກວ່າ: ຊຸດຝຶກອົບຮົມໃນຄັ້ງ ຈະບໍ່ແມ່ນເທື່ອສຸດທ້າຍ, ປະກັນສັງຄົມ ຍັງຄົງຈະສືບຕໍ່ຮ່ວມມືກັບພາກສ່ວນກ່ຽວຂ້ອງໃນການຝຶກອົບຮົມໃນຫົວຂໍ້ຕ່າງໆທີ່ໜ້າສົນໃຈ ທັງນີ້ກໍ່ເພື່ອຮັບປະກັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ກັບພະນັກງານຂອງຕົນ ຕອບສະໜອງເຂົ້າໃນວຽກງານການພັດທະນາ ແລະ ການບໍລິການ ຢ່າງມີຜົນສໍາເລັດ.