ໃນຕອນບ່າຍຂອງວັນທີ 05 ກັນຍາ 2024 ທີ່ ຫ້ອງປະຊຸມໃຫຍ່ ຂອງ ອປຊ, ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂື້ນເປັນສົມບຸນ 01 ສະຫາຍ ພ້ອມທັງຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງໃໝ່ 05 ສະຫາຍ ຂອງໜ່ວຍພັກ ອປຊ, ໂດຍການເປັນປະທານຂອງ ສະຫາຍ ນາງ ແກ້ວ ຈັນທະວີໄຊ ເລຂາໜ່ວຍພັກ ອົງການປະກັນສັງຄົມແຫ່ງຊາດ, ທັງເປັນຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ, ມີສະຫາຍຄະນະໜ່ວຍພັກ, ຜູ້ຕາງໜ້າກົມກວດກາ, ກົມຈັດຕັ້ງແລະພະນັກງານ ກະຊວງ ຮສສ, ສະມາຊິກພັກ ອປຊ ແລະ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ຜູ້ຕາງໜ້າໜ່ວຍພັກ ໄດ້ຂື້ນຜ່ານມະຕິຕົກລົງສະບັບເລກທີ 134/ຄພ.ຮສສ, ລົງວັນທີ 04 ກໍລະກົດ 2024 ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບຸນ ຂອງ ພັກປະຊາຊົນປະຕິວັດລາວ, ຈາກນັັ້ນ ໄດ້ຜ່ານມະຕິຕົກລົງສະບັບເລກທີ 146/ຄພ.ຮສສ, ລົງວັນທີ 06 ສິງຫາ 2024 ວ່າດ້ວຍການຮັບເອົາມະຫາຊົນຜູ້ກ້າວໜ້າ ເປັນສະມາຊິກພັກສຳຮອງ ຂອງ ພັກປະຊາຊົນປະຕິວັດລາວ ຂອງ ຄະນະພັກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ. ຈາກນັ້ນສະຫາຍ ນາງ ແກ້ວ ຈັນທະວີໄຊ ເລຂາໜ່ວຍພັກ ອປຊ ກໍ່ໄດ້ໃຫ້ຄໍາໂອວາດຕັກເຕືອນສະມາຊິກພັກສຳຮອງໃໝ່ ຈົ່ງເພີ່ມທະວີຄວາມສາມັກຄີພາຍໃນພັກໃຫ້ແໜ້ນແຟ້ນ, ຍົກສູງລະດັບຄວາມຮູ້, ຄວາມສາມາດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບການມອບໝາຍ, ອອກແຮງຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອເປັນແບບຢ່າງອັນດີງາມໃຫ້ແກ່ມະຫາຊົນ ແລະ ປະກອບສ່ວນສ້າງໜ່ວຍພັກໃຫ້ເຂັ້ມແຂງ, ປະຕິບັດຕາມກົດລະບຽບຕ່າງໆຂອງພັກວາງອອກ ແລະ ບັນດາຂໍ້ຫ້າມຢ່າງເຂັ້ມງວດ, ເຂົ້າຮ່ວມດຳເນີນຊີວິດພັກ ແລະ ມີທັດສະນະຕໍ່ແນວທາງການນໍາພາພັກຢ່າງໜັກແໜ້ນ.
ສໍາລັບພິທີດັ່ງກ່າວ ໄດ້ຮັບຮອງເອົາ ສະຫາຍ ນາງ ຄອນສະຫວັນ ອິນທະປາກດີ ສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບຸນ, ພ້ອມທັງຮັບຮອງເອົາ ສະຫາຍ ສັກສຸລິໂຍ ນວນສະຫວັນ, ສະຫາຍ ນ. ພອນທິດາ ຄູນທະລັງສີ, ສະຫາຍ ລັດສະໝີ ວົງຈັນ, ສະຫາຍ ບຸນເຫຼືອ ພັນທາບູນ ແລະ ສະຫາຍ ສັນນະຄອນ ບຽນທະນົງ ຈາກມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງໃໝ່ ຂອງ ໜ່ວຍພັກ ອປຊ.