ໃນວັນທີ 14 ທັນວາ 2023, ທີ່ ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມເຜີຍແຜ່ຜົນຂອງການຄຳນວນຄະນິດສາດປະກັນສັງຄົມ ແລະ ປະກັນສຸຂະພາບ ພາຍໃຕ້ການສະໜັບສະໜູນ ຂອງ ອົງການແຮງງານສາກົນ (ILO), ໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ, ທ່ານ ນາງ ມາຣີ ເພັດ ກຣູຊາ ຫົວໜ້າໂຄງການປົກປ້ອງສັງຄົມດ້ານສຸຂະພາບ ຈາກ ອົງການແຮງງານສາກົນ ແລະ ທ່ານ ໂທມັດສ໌ ລາມ່າ ອຸປະທູດ ລັກຊຳບ໋ວກ ປະຈຳລາວ, ມີຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມືສາກົນ, ກົມຈັດຫາງານ ຂອງ ກະຊວງ ຮສສ, ຫົວໜ້າ-ຮອງຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ, ຄະນະສະພາບໍລິຫານ ແລະ ຄະນະກໍາມະການສະພາບໍລິຫານ ອປຊ, ທີມງານຄະນິດສາດ, ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາ, ສະຫະພັນກຳມະບານລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ກົມງົບປະມານແຫ່ງລັດ ກະຊວງ ການເງິນ, ຄະນະປັບປຸງກົດໝາຍ ອປຊ ຈາກ ກະຊວງ ພາຍໃນ, ກະຊວງ ຍຸດຕິທຳ, ສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ ແລະ ຄູ່ຮ່ວມພັດທະນາ ຈາກ ອົງການອະນາໄມໂລກ, KOFIH, JICA, WB, SRC, Luxumbourg, ILO ລວມຜູ້ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 27 ທ່ານ.
ຈຸດປະສົງຂອງກອງປະຊຸມ ກໍ່ເພື່ອຮັບຟັງຜົນຂອງການປະເມີນການຄໍານວນຄະນິດສາດປະກັນສັງຄົມ ແລະ ປະກັນສຸຂະພາບ ໂດຍບັນດາຜູ້ຊ່ຽວຊານດ້ານຄະນິດສາດ ຂອງ ອົງການແຮງງານສາກົນ ເພື່ອເປັນບ່ອນອີງ ແລະ ປະກອບເຂົ້າໃນພັດທະນາການປັບປຸງນິຕິກໍາ ລະບຽບ ກົດໝາຍ ແລະ ນະໂຍບາຍຕ່າງໆຂອງປະກັນສັງຄົມ ກໍ່ຄື ປະກັນສຸຂະພາບ ໃຫ້ມີຄວາມສອດຄ່ອງ ແທດເໝາະ ແນ່ໃສ່ການຄຸ້ມຄອງກອງທຶນຕາມໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ, ເຊິ່ງໂຄງການດັ່ງກ່າວໄດ້ດໍາເນີນມາແຕ່ກາງປີ 2022 ຜ່ານການຝຶກອົບຮົມ, ເກັບກໍາຂໍ້ມູນ, ຄໍານວນ ແລະ ປະເມີນທາງດ້ານຄະນິດສາດ ໂດຍອີງໃສ່ຖານຂໍ້ມູນປະກັນສັງຄົມໃນປີ 2018-2021 ເປັນພື້ນຖານໃນການຄົ້ນຄ້ວາ ແລະ ດໍາເນີນໂຄງການດັ່ງກ່າວ.
ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ປະທານກອງປະຊຸມ, ກ່າວວ່າ: ການປະກັນສັງຄົມ ແລະ ການປະກັນສຸຂະພາບ ເປັນວຽກງານທີ່ຕິດພັນກັນຢ່າງສະໜິດແໜ້ນ ອັນດ້ວຍຫຼັກການຂອງການກໍານົດລະບົບ ກໍ່ຄື ການກໍານົດກອງທຶນ, ສະນັ້ນ ການຄໍານວນຄະນິດສາດກັນສັງຄົມ ກໍ່ເປັນອົງປະກອບເຕັກນິກວິຊາການທີ່ມີຄວາມຈໍາເປັນ ແລະ ມີຄວາມສໍາຄັນ ເຊິ່ງຈະເປັນບ່ອນອີງໃນການກໍານົດແຫຼ່ງລາຍຮັບ ແລະ ແຫຼ່ງລາຍຈ່າຍຂອງກອງທຶນປະກັນສັງຄົມ ກໍ່ຄື ກອງທຶນປະກັນສຸຂະພາບ, ນັບແຕ່ເລີ່ມມີການສ້າງລະບົບປະກັນສັງຄົມ ກໍ່ຄື ລະບົບປະກັນສຸຂະພາບ ໄດ້ຮັບການໃກ້ສິດຕິດແທດຈາກຜູ້ຊ່ຽວຊານການຄໍານວນຄະນິດສາດ ຂອງ ສາກົນ ເຊັ່ນ: ອົງການແຮງງານສາກົນ, ໂຄງການລັກຊໍາບວກ, ແບນຊິກ, ຢູເອັນດີພີ ແລະອື່ນໆ, ເຊິ່ງການຄິດໄລ່ຄະນິດສາດປະກັນສັງຄົມ ເປັນການຄິດໄລ່ໂດຍອີງໃສ່ຫຼັກການວິທະຍາສາດ ແລະ ຂື້ນກັບຂໍ້ມູນໃນແຕ່ລະໄລຍະ, ຂໍ້ມູນທີ່ມາຄິດໄລ່ກໍ່ເປັນຂໍ້ມູນໃນໄລຍະແນ່ນອນໃດໜຶ່ງ ເຊິ່ງໄດ້ເປັນຂໍ້ມູນພື້ນຖານເຂົ້າໃນຄົ້ນຄວ້າຂອງຜູ້ຊ່ຽວຊານທີ່ມີປະສົບການ, ພ້ອມດຽວກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມເປັນເຈົ້າການໃນການຕິດຕາມການບັນຍາຍຂອງຜູ້ຊ່ຽວຊານ ໂດຍສະເພາະຜົນຂອງການຄິດໄລ່ທາງດ້ານຄະນິດສາດປະກັນສັງຄົມ ແລະ ປະກັນສຸຂະພາບ ທີ່ຈະເປັນບ່ອນອີງໃນການປັບປຸງນິຕິກໍາຕ່າງໆ ເວົ້າລວມ ເວົ້າສະເພາະ ກໍ່ຄື ປັດຈຸບັນທັງສອງກະຊວງ ຄື ກະຊວງ ແຮງງານແລະ ສະຫວັດດີການສັງຄົມ ແລະ ກະຊວງ ສາທາລະນະສຸກ ພວມກະກຽມສຸມໃສ່ໃນການປັບປຸງກົດໝາຍຂອງຕົນ ໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບການ ເຮັດໃຫ້ການຄຸ້ມຄອງກອງທຶນມີປະສິດທິພາບ ແລະ ສົມເຫດສົມຜົນ ເປັນກອງທຶນທີ່ມີຄວາມໝັ້ນຄົງ ແລະ ຍືນຍົງ.
ພາຍໃນກອງປະຊຸມ, ຜູ້ຊ່ຽວຊານ ຈາກ ອົງການແຮງງານສາກົນ ໄດ້ພັດປ່ຽນກັນຂື້ນລາຍງານ ແລະ ນໍາສະເໜີຫົວຂໍ້ທີ່ໜ້າສົນໃຈ ເຊັ່ນ: ຄວາມສຳຄັນຂອງຄະນິດສາດສຳລັບນະໂຍບາຍ ການປະກັນສຸຂະພາບ ແລະ ການປົກປ້ອງສັງຄົມ, ຂອບເຂດ ຂະບວນການ ວິທີການ ກ່ຽວກັບການຄໍານວນຄະນິດສາດ ແລະ ຜົນໄດ້ຮັບກ່ຽວກັບວຽກງານປະກັນສັງຄົມ ແລະ ການປະກັນສຸຂະພາບ, ພ້ອມດຽວກັນນັ້ນ ພາຍໃນກອງປະຊຸມຍັງໄດ້ມີການຈັດແບ່ງກຸ່ມສົນທະນາ ເພື່ອລະດົມແນວຄວາມຄິດໃສ່ໃນຫົວຂໍ້ທີ່ຜູ້ຊ່ຽວຊານໄດ້ກໍານົດໃຫ້ ເປັນຕົ້ນແມ່ນ “ການດັດປັບອາຍຸກະສຽນບໍານານ ລະຫວ່າງ ເພດຍິງ ແລະ ເພດຊາຍ ເທົ່າທຽມກັນ ແລະ ລະດັບໃດ ຈິ່ງຈະເໝາະສົມ ເພື່ອຮັບມືກັບສິ່ງທ້າທາຍສັງຄົມຜູ້ສູງອາຍຸເພີ່ມຂື້ນໃນອະນາຄົດ” ແລະ “ເຮັດແນວໃດເພື່ອໃຫ້ກອງທຶນປະກັນສຸຂະພາບດໍາເນີນໄປຕໍ່ໄດ້ ແລະ ມີງົບປະມານເຂົ້າມາສູ່ກອງທຶນ”, ເຊິ່ງຜູ້ຕາງໜ້າກຸ່ມໄດ້ຂື້ນມີຄໍາເຫັນ ແລະ ໃຫ້ຮູ້ວ່າ: ໃນປັດຈຸບັນ ກົດໝາຍປະກັນສັງຄົມ ໄດ້ໃຫ້ສິດການເຂົ້າຮັບບໍານານ ເພດຍິງ-ເພດຊາຍ ມີອາຍຸກະສຽນ 60ປີຂື້ນໄປ ເທົ່າທຽມກັນ ແລະ ເພດຍິງ ສາມາດເຂົ້າຮັບບໍານານກ່ອນອາຍຸກະສຽນ 55ປີຂື້ນໄປ ແລະ ເພື່ອເຮັດໃຫ້ກອງທຶນມີຄວາມເຂັ້ມແຂງຫຼາຍຂື້ນ ບາງປະເທດໄດ້ມີການຍົກອາຍຸກະສຽນບໍານານຂື້ນເປັນ 65ປີ, ຄວນມີການດັດປັບການບັນຈຸເຂົ້າເປັນລັດຖະກອນ ອາຍຸບໍ່ເກີນ 30ປີ ເພື່ອເພີ່ມໄລຍະການສົມທົບເງິນເຂົ້າກອງທຶນປະກັນສັງຄົມ, ການດັດປັບສູດຄິດໄລ່ເງິນບໍານານໃຫ້ເໝາະສົມ ເປັນຕົ້ນ, ສໍາລັບການປະກັນສຸຂະພາບ ເພື່ອໃຫ້ມີງົບປະມານເຂົ້າກອງທຶນດັ່ງກ່າວເພີ່ມຂື້ນ ຄວນມີການດັບປັບນະໂຍບາຍປະກັນສັງຄົມຄືນ ຫຼຸດຜ່ອນພາລະການແບກຫາບຂອງກອງທຶນລົງ, ລະດົມແຫຼ່ງງົບປະມານທີ່ເປັນຊັບສິນຂອງຊາດ ຂອງລັດຖະບານ ເຊັ່ນ ການຂຸດຄົ້ນບໍ່ແຮ່ ຫຼື ຂາຍໄມ້ໄປຕ່າງປະເທດ, ລະດົມງົບປະມານທີ່ເປັນພາສີສຸຂະພາບ ນໍາພາກທຸລະກິດທີ່ຜະລິດ ແລະ ຂາຍສິນຄ້າ ທີ່ມີຜົນກະທົບຕໍ່ສຸຂະພາບ ເຊັ່ນ: ເຫຼົ້າ ເບຍ ແລະ ຢາສູບ ໂດຍອີງໃສ່ດໍາລັດວ່າດ້ວຍກອງທຶນຄວບຄຸມຢາສູບ ສະບັບເລກທີ 155/ລບ, ລົງວັນທີ 21 ພຶດສະພາ 2013 ເປັນຕົ້ນ.
ໃນຕອນທ້າຍ, ທ່ານປະທານ ໄດ້ສະແດງຄວາມຂອບໃຈມາຍັງຄະນະຜູ້ຊ່ຽວຊານສາກົນ ທີ່ໄດ້ສຸມໃສ່ຄົ້ນຄ້ວາວຽກງານດັ່ງກ່າວດ້ວຍຄວາມເອົາໃຈໃສ່ ແລະ ໃຫ້ຄວາມເປັນຫ່ວງເປັນໃຍໃນການກະກຽມປັບປຸງກົດໝາຍປະກັນສັງຄົມ ແລະ ປະກັນສຸຂະພາບ, ເຊິ່ງຜ່ານການບັນຍາຍ ປຶກສາຫາລື ແລະ ແລກປ່ຽນໃນທີ່ປະຊຸມ ໂດຍອີງໃສ່ຜົນຂອງການຄົ້ນຄ້ວາ ມີຂໍ້ມູນ ວິທີການ ແລະ ເຕັກນິກທາງດ້ານວິຊາການ ເຮັດໃຫ້ການຄໍານວນທາງດ້ານຄະນິດສາດມີຄວາມເຊື່ອຖືໃນລະດັບດີພໍສົມຄວນ ແລະ ຄະນະຜູ້ຊ່ຽວຊານຍັງຈະໄດ້ສືບຕໍ່ຄົ້ນຄ້ວາກ່ຽວກັບບັນຫາທີ່ຍັງບໍ່ຊັດເຈນໂດຍອີງໃສ່ຂໍ້ມູນເບື້ອງຕົ້ນ ເພື່ອເຮັດໃຫ້ຜົນຂອງການຄົ້ນຄວ້າດັ່ງກ່າວມີຄວາມສົມບູນຍິ່ງຂື້ນ.