ເພື່ອເປັນການສຳມະນາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ແລະ ປະກັນສຸຂະພາບ ໃຫ້ມີການປັບປຸງ ແລະ ແກ້ໄຂບັນຫາຫາງສຽງຂອງສັງຄົມ ແລະ ເປັນການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 97/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດ ຍຸດທະສາດປົກປ້ອງສັງຄົມແຫ່ງຊາດ. ໃນວັນທີ 19 ຕຸລາ 2023 ທີ່ ຫ້ອງປະຊຸມໃຫຍ່ ອປຊ, ໄດ້ມີກອງປະຊຸມສໍາມະນາການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ແລະ ປະກັນສຸຂະພາບ, ໃຫ້ກຽດເປັນປະທານໂດຍ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ທັງເປັນຜູ້ຊີ້ນຳຂົງເຂດວັດທະນາທໍາ-ສັງຄົມ, ມີລັດຖະມົນຕີ ແລະ ຮອງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງລັດຖະມົນຕີ ກະຊວງການເງິນ, ມີຄະນະກຳມະການສະພາບໍລິຫານ ອປຊ, ບັນດາຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດ, ບັນດາກົມທີ່ກ່ຽວຂ້ອງຈາກກະຊວງ ຮສສ, ກະຊວງການເງິນ, ກະຊວງສາທາລະນະສຸກ, ກະຊວງ ປກຊ ແລະ ກະຊວງ ປກສ, ຄະນະອົງການປະກັນສັງຄົມແຫ່ງຊາດ ແລະ ຫ້ອງການປະກັນສຸຂະພາບແຫ່ງຊາດ, ຄະນະອໍານວຍການໂຮງໝໍຂັ້ນສູນກາງ ແລະ ເຂົ້າຮ່ວມປະຊຸມທາງໄກຂອງ ຫ້ອງການປະກັນສັງຄົມ ແລະ ປະກັນສຸຂະພາບຂັ້ນແຂວງທົ່ວປະເທດ ຈໍານວນເກີອບ 100 ທ່ານ.
 
ກອງປະຊຸມ ໄດ້ຮັບກຽດກ່າວເປີດໂດຍທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ກ່າວວ່າ: ວຽກງານປະກັນສັງຄົມ ແລະ ວຽກງານປະກັນສຸຂະພາບ ແມ່ນນະໂຍບາຍໜຶ່ງ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດນະໂຍບາຍສັງຄົມຂອງພັກ ແລະ ລັດຖະບານ ໂດຍຖືເອົາໝາກຜົນຂອງການພັດທະນາ ເພື່ອເປັນຫລັກຄໍ້າປະກັນຄວາມສ່ຽງທີ່ເກີດຈາກດ້ານເສດຖະກິດ-ສັງຄົມ ສຳລັບສະມາຊິກຂອງລະບົບປະກັນສັງຄົມ ແລະ ປະກັນສຸຂະພາບ ແລະ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍທັດສະນະຂອງພັກທີ່ວ່າ “ສ້າງສັງຄົມໃຫ້ມີຄວາມສາມັກຄີ ປອງດອງ, ຍຸຕິທໍາ ແລະ ສີວິໄລ” ໂດຍສະເພາະແມ່ນການຈັດຕັ້ງ ປະຕິບັດຍຸດທະສາດການປກປ້ອງສັງຄົມແຫ່ງຊາດທີ່ປະກາດໃຊ້ໃນປີ 2020 ທີ່ໄດ້ກຳນົດ 3 ໜ້າວຽກຕົ້ນຕໍ ຄື: ວຽກງານປະກັນສັງຄົມ, ວຽກງານປະກັນສຸຂະພາບ ແລະ ວຽກງານສະຫວັດດີການສັງຄົມ ແນໃສ່ຮັບປະກັນສິດ ຜົນປະໂຫຍດການປົກປ້ອງສັງຄົມດ້ານພື້ນຖານໃຫ້ແກ່ປະ ຊາຊົນບັນດາເຜົ່າກໍ່ຄືຜູ້ອອກແຮງງານ ແລະ ສາມາດເຂົ້າເຖິງການບໍລິການປິ່ນປົວສຸຂະພາບທີ່ຈຳເປັນພື້ນຖານ. ຕໍ່ຈາກນັ້ນ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວຕື່ມວ່າ: ເປົ້າໝາຍການປະກັນສຸຂະພາບ ກໍ່ຄືການຄຸ້ມຄອງການເຂົ້າເຖິງທາງດ້ານສາທາລະນະສຸກ ທີ່ມີຄຸນນະພາບ ມີປະສິດທິພາບ ຕາມຄວາມຈໍາເປັນຂອງປະຊາຊົນ ແລະ ປົກປ້ອງຄອບຄົວ ແລະ ບຸກຄົນທີ່ທຸກຍາກ ເຊິ່ງປັດຈຸບັນທົ່ວໂລກພວມໃຫ້ຄວາມສໍາຄັນໃນການກໍານົດເປົ້າໝາຍພັດທະນາແບບຍືນຍົງ (SDG).
 
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໂດຍ ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ທ່ານໄດ້ໃຫ້ຮູ້ວ່າ: ວຽກງານປະກັນສຸຂະພາບ ໃນໄລຍະກ່ອນປີ 2019, ການຈັດຕັ້ງປະຕິບັດອຸດໜູນປະກັນສຸຂະພາບ ແມ່ນອົງການປະກັນສັງຄົມ ໄດ້ເຮັດສັນຍາໂດຍກົງກັບບັນດາໂຮງໝໍ ທຸກໆປີຈະມີການທົບທວນ ແລະ ປັບປຸງສັນຍາຮ່ວມກັນ; ຈາກນັ້ນ ນັບແຕ່ເດືອນກໍລະກົດ 2019, ອົງການປະກັນສັງຄົມ ໄດ້ມອບໂອນເງິນຮ່ວງກອງທຶນອຸດໜູນປະກັນສຸຂະພາບ ຕາມຊັດສ່ວນ 1,25% ຂອງເງິນສົມທົບຂອງຜູ້ປະກັນຕົນ ໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ເປັນຜູ້ຈັດຕັ້ງປະຕິບັດ ຕາມແນວທາງນະໂຍບາຍຂອງລັດຖະບານ ໃນການໂອນໃຫ້ບັນດາໂຮງຫມໍຕາມລະບຽບການ ເຊິ່ງທາງ ອປຊ ໄດ້ໂອນງົບປະມານດັ່ງກ່າວເປັນລາຍເດືອນຢ່າງປົກກະຕິໃຫ້ຫ້ອງການປະກັນສຸຂະພາບ (ຫກປຊ) ເລີ່ມແຕ່ເດືອນ 7/2019-8/2023 ລວມເປັນເງິນທັງໝົດ 556 ຕື້ກວ່າກີບ ຫຼື ສະເລ່ຍ 130 ຕື້ກີບ/ປີ. ຜ່ານການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບຕົວຈິງ ກໍ່ເຫັນໄດ້ວ່າ ມີຫຼາຍດ້ານກໍ່ໄດ້ຮັບການຈັດຕັ້ງປະຕິບັດໄດ້ດີ ແລະ ກໍ່ມີບາງດ້ານບໍ່ທັນໄດ້ຮັບການແກ້ໄຂໃຫ້ດີຂື້ນເທົ່າທີ່ຄວນ ກາຍເປັນບັນຫາທ້າທາຍໃນສັງຄົມ ເຮັດໃຫ້ມີການຮ້ອງຮຽນຈາກສັງຄົມ ໂດຍສະເພາະຈາກສະມາຊິກປະກັນສັງຄົມເປັນຈຳນວນຫຼາຍ ເປັນຕົ້ນ: ການນໍາໃຊ້ບັດປະກັນສັງຄົມ ເວລາໄປປິ່ນປົວຢູ່ໂຮງຫມໍ ບໍ່ໄດ້ຮັບການບໍລິການທີ່ມີຄຸນນະພາບເທົ່າທີ່ຄວນ, ໄດ້ຈ່າຍເງິນຄ່າປິ່ນປົວ, ຄ່າຢາ, ຄ່າອຸປະກອນການແພດ, ຄ່າກວດວິເຄາະຕ່າງໆ, ຄ່າທຳນຽມ ແລະ ອື່ນໆ ຈິ່ງມີຄວາມຈໍາເປັນເພື່ອຫາຄວາມເປັນ ເອກະພາບກັນໃນການຈັດຕັ້ງປະຕິບັດ ແລະ ຫຼຸດຜ່ອນບັນດາຫາງສຽງຂອງສັງຄົມ.
 
ພາຍຫຼັງການປະກອບຄໍາຄິດຄໍາເຫັນໃນກອງປະຊຸມຕໍ່ກັບຄໍາຖາມເຈາະຈີ້ມ, ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໃນນາມປະທານໄດ້ໃຫ້ກຽດມີຄໍາເຫັນວ່າ: ຜ່ານການຮັບຟັງການລາຍງານ ແລະ ການປະກອບຄໍາຄິດຄຳເຫັນຂອງບັນດາທ່ານ ຂ້າພະເຈົ້າຕີລາຄາສູງຕໍ່ການນຳທັງສອງຂະແໜງການ ທີ່ໄດ້ມີຄວາມພະຍາຍາມໃນການຊີ້ນຳໆພາຈັດຕັ້ງປະຕິບັດຍຸດທະສາດປົກປ້ອງສັງຄົມແຫ່ງຊາດ ໃນໄລຍະທີ່ມີສະພາບຄວາມ ຫຍຸ້ງຍ້າກທີ່ກ່າວມານັ້ນ ແຕ່ກໍ່ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ, ເປັນຕົ້ນ: ວຽກງານປະກັນສັງຄົມ ກໍ່ສາມາດໃຫ້ການຄຸ້ມຄອງສະມາຊິກ ໂດຍການສະໜອງການອຸດໜູນປະເພດຕ່າງໆຕາມສິດຜົນປະໂຫຍດ ທີ່ໄດ້ກຳນົດໃນກົດໝາຍ ແລະ ລະບຽບການ. ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງການບໍລິການປິ່ນປົວສຸຂະພາບທີ່ຈຳເປັນພື້ນຖານກວມ 94,5%. ຄຽງຄູ່ກັບບັນດາຜົນສຳເລັດຫລາຍດ້ານ ກໍ່ຕ້ອງຍອມຮັບຄວາມຈິງວ່າ ຍັງມີບາງດ້ານທີ່ບັງເປັນບັນຫາທ້າທາຍການຂະຫຍາຍອັດຕາປົກຄຸມຂອງລະບົບປະກັນສັງຄົມກໍ່ເຫັນວ່າຍັງຕໍ່າ ກວມພຽງ 12% ຂອງພົນລະເມືອງ, ຍັງມີຫາງສຽງ ແລະ ການຮ້ອງຮຽນກ່ຽວກັບການບໍລິການປິ່ນປົວສຸຂະພາບ, ເຂົ້າເປັນສະມາຊິກກອງທຶນແລ້ວຍັງໄດ້ຈ່າຍຄ່າບໍລິການ, ຊື້ຢາ ແລະ ອຸປະກອນການແພດເອງຕື່ມ, ໂຮງໝໍມີຫນີ້ສິນຄຸມເຄືອ, ມີການສັງຊາປຽບທຽບລະຫວ່າງສະມາຊິກປະກັນສັງຄົມຜູ້ໄດ້ຈ່າຍເງິນສົມທົບເຂົ້າກອງທຶນ ແລະ ປະຊາຊົນທົ່ວໄປທີ່ຈ່າຍຮ່ວມເລັກນ້ອຍ ແຕ່ໄດ້ຮັບການບໍລິການທາງການແພດໃນລະດັບມາດຕະຖານດຽວກັນ, ບັນດາບັນຫາດັ່ງກ່າວໄດ້ຮັບຜົນກະທົບຈາກຫຼາຍປັດໃຈ, ເຖິງວ່າໃນໄລຍະຜ່ານມາທັງສອງຂະແໜງການ ກໍ່ໄດ້ມີຄວາມພະຍາຍາມຮ່ວມກັນ ໃນການປຶກສາຫາລືເພື່ອຊອກຫາວິທີທາງແກ້ໄຂທີ່ດີທີ່ສຸດ ແລ້ວກໍ່ຕາມ. ສະນັ້ນ ເພື່ອເປັນຂໍ້ມູນສຳຄັນໃຫ້ລັດຖະບານໄດ້ນຳໄປຄົ້ນຄວ້າກະກຽມເນີື້ອໃນ ເພື່ອລາຍງານຕໍ່ສະພາແຫ່ງຊາດ ຕາມທິດຊີ້ນຳດັ່ງກ່າວ. ຂ້າພະເຈົ້າ, ຂໍມີບາງຄວາມເຫັນເພື່ອເອກະພາບດັ່ງນີ້: 1) ໃນສະພາບເງື່ອນໄຂປະຈຸບັນນີ້ ທັງສອງກອງທຶນ ຍັງມີຂອດຈໍາກັດໃຫຍ່ຈໍານວນໜຶ່ງ, ຂາດນິຕິກໍາທີ່ຈໍາເປັນຈໍານວນໜື່ງ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດຢ່າງເອກະພາບ, ດ້ານກົງຈັກການຈັດຕັ້ງຍັງບໍ່ຊັດເຈນ, ເຊິ່ງສ່ວນຫຼາຍພາຍໃນກອງປະຊຸມມີຄໍາເຫັນໃຫ້ມອບໃຫ້ທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມເປັນຜູ້ຈັດຕັ້ງປະຕິບັດ, ສິ່ງສຳຄັນແມ່ນສອງກອງທຶນມີລັກສະນະສະເພາະທີ່ແຕກຕ່າງກັນ, ກອງທຶນປະກັນສັງຄົມ ມີແຫລ່ງລາຍຮັບທີ່ແນ່ນອນເພື່ອສະສົມເປັນກອງທຶນ ໂດຍການສົມທົບຂອງກຸ່ມເປົ້າຫມາຍສະມາຊິກ, ມີການສະສົມ ແລະ ມີຜົນກຳໄລຈາກການລົງທຶນ. ສ່ວນກອງທຶນປະກັນສຸຂະພາບ ແຫລ່ງລາຍຮັບສ່ວນຫລາຍແມ່ນມາຈາກລັດເປັນຜູ້ສະໜອງໃຫ້ ຍັງບໍ່ທັນສາມາດກຸ້ມຕົນເອງທາງດ້ານງົບປະມານ. ດ້ວຍເຫດນັ້ນ ເຫັນວ່າຍັງບໍ່ທັນມີຄວາມພ້ອມ ໃນການທີ່ຈະໂຮມສອງກອງທຶນເຂົ້າກັນ; 2) ເພື່ອເປັນການສ້າງເງື່ອນໄຂ ໃນການຂະຫຍາຍອັດຕາປົກຄຸມປະກັນສັງຄົມໃຫ້ກວມເອົາທຸກກຸ່ມເປົ້າໝາຍ ແນໃສ່ສ້າງຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງຂອງກອງທຶນປະກັນສັງຄົມ ແລະ ເພື່ອສ້າງຄວາມໝັ້ນໃຈໃຫ້ສັງຄົມ, ເພື່ອເປັນແຮງດືງດູດເອົາທຸກກຸ່ມເປົ້າໝາຍເຂົ້າລະບົບປະກັນສັງຄົມຢ່າງກວ້າງຂວາງ. ສະນັ້ນອາດຈະພິຈາລະນາເບິ່ງກ່ຽວກັບທາງເລືອກໃນການມອບໂອນການປະກັນສຸຂະພາບ ສໍາລັບຜູ້ທີ່ສາມະຊິກປະກັນສັງຄົມຄືນໃຫ້ ອົງການປະກັນສັງຄົມແຫ່ງຊາດ ຮັບຜິດຊອບຈັດຕັ້ງປະຕິບັດໄປຄຽງຄູ່ກັບ 08 ການອຸດໜູນຕາມກົດໝາຍວ່າດ້ວຍການປະກັນສັງຄົມ ໂດຍການເຮັດສັນຍາຮ່ວມມືກັບບັນດາໂຮງໝໍ ໂດຍກົງ ຄືກັບຜ່ານມາ ພ້ອມກັບການປັບປຸງກົນໄກການບໍລິການຂອງຕົນຫັນເປັນທັນສະໄໝເທື່ອລະກ້າວ, ຂະຫຍາຍຕາໜ່າງການຄຸ້ມຄອງບໍລິຫານໃຫ້ກວ້າງຂວາງໄປເຖິງທຸກຂົງເຂດ, ສ່ວນບັນດາໂຮງໝໍ ກໍ່ຕ້ອງໄດ້ປັບປຸງລະບົບ ການບໍລິການທາງການແພດໃຫ້ມີຄວາມຄ່ອງຕົວ, ເໝາະສົມ ແລະ ໂປ່ງໃສ; 3) ມອບໃຫ້ທັງສອງຂະແໜງການ ຮີບຮ້ອນປຶກສາຫາລືແກ້ໄຂບັນດາຂອດທີ່ຍັງອຸດຕັນ, ບໍ່ສອດຄ່ອງ, ບໍ່ມີຄວາມເປັນເອກະພາບ, ໂດຍສະເພາະຄໍາສັ່ງແນະນຳເລກທີ 476/ສທ ໃຫ້ສຳເລັດໂດຍໄວ ໂດຍກໍານົດນະໂຍບາຍລາຍການຄຸ້ມຄອງການບໍລິການດ້ານການແພດ ແຕ່ລະເປົ້າໝາຍໃຫ້ຊັດເຈນ, ມີຄວາມສອດຄ່ອງ ແລະ ເໝາະສົມກັບຄວາມສາມາດຕົວຈິງ ໂດຍສະເພາະ ຜູ້ທີ່ເປັນສະມາຊິກປະກັນສັງຄົມ ໃນຖານະຜູ້ທີ່ໄດ້ມອບເງິນສົມທົບເຂົ້າກອງທຶນລ່ວງໜ້າແລ້ວ; 3) ທັງສອງຂະແໜງການຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການໂຄສະນາປະຊາສຳພັນ ໂດຍໃຫ້ປະຕິບັດຢ່າງຕໍ່ເນື່ອງ ດ້ວຍຫຼາກຫຼາຍຊ່ອງທາງ ແລະ ວິທີການ ເພື່ອຮັບປະກັນໃຫ້ທຸກກຸ່ມເປົ້າໝາຍເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງ, ຮັບຮູ້ໄດ້ເຖິງຄວາມສຳຄັນຂອງວຽກງານປົກປ້ອງທາງສັງຄົມ ໂດຍສະເພາະວຽກງານປະກັນສັງຄົມ ແລະ ປະກັນສຸຂະພາບ ແລະ ໃຫ້ສະມາຊິກທຸກຄົນສາມາດເຂົ້າເຖິງການບໍລິການ ແລະ ການອຸດໜູນຕາມສິດທິ ແລະ ຜົນປະໂຫຍດທີ່ໄດ້ກຳນົດໃນກົດໝາຍ ແລະ ລະບຽບການ.

 

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)