ເພື່ອເປັນການກະຕຸກຊຸກຍູ້ວຽກງານປົກປ້ອງທາງສັງຄົມ ເວົ້າລວມ ເວົ້າສະເພາະກໍ່ຄື ການສົ່ງເສີມແຮງງານນອກລະບົບຢູ່ໃນ ສປປ ລາວ ໃຫ້ສາມາດເຂົ້າເຖິງການບໍລິການ ປິ່ນປົວສຸຂະພາບ ແລະ ໄດ້ຮັບການຄຸ້ມຄອງທາງດ້ານສະຫວັດດີການຕ່າງໆພາຍໃຕ້ ກົດໝາຍວ່າດ້ວຍການປະກັນສັງຄົມໃຫ້ນັບມື້ນັບຫຼາຍຂື້ນ. ເພື່ອເປັນການກະຕຸກຊຸກຍູ້ວຽກງານປົກປ້ອງທາງສັງຄົມ ເວົ້າລວມ ເວົ້າສະເພາະກໍ່ຄືການສົ່ງເສີມແຮງງານນອກລະບົບຢູ່ໃນ ສປປ ລາວ ໃຫ້ສາມາດເຂົ້າເຖິງການບໍລິການປິ່ນປົວສຸຂະພາບ ແລະ ໄດ້ຮັບການຄຸ້ມຄອງທາງດ້ານສະຫວັດດີການຕ່າງໆພາຍໃຕ້ກົດໝາຍວ່າດ້ວຍ ການປະກັນສັງຄົມໃຫ້ນັບມື້ນັບຫຼາຍຂື້ນ. ໃນວັນທີ 25 ກຸມພາ 2021 ທີ່ ໂຮງແຮມແກຼນວຽງຈັນ ນະຄອນຫຼວງວຽງຈັນ, ພາຍໃຕ້ການສະໜັບສະໜູນຂອງອົງການອ໊ອກສະຟາມລາວ ໄດ້ຈັດໃຫ້ມີກອງປະຊຸມເຜີຍແຜ່ຜົນຂອງການຄົ້ນຄ້ວາການເຂົ້າເຖິງລະບົບ ປະກັນສັງຄົມສໍາລັບແຮງງານນອກລະບົບ ໂດຍການເປັນປະທານຂອງ ທ່ານ ວິໄລ ວົງຂະເສີມ, ຮອງປະທານຄະນະບໍລິຫານ ສູນກາງສະຫະພັນກໍາມະບານລາວຜູ້ຊີ້ນໍາວຽກງານປົກປ້ອງແຮງງານ, ໃຫ້ກຽດເປັນປະທານຮ່ວມມີທ່ານ ດຣ ນາງ ວັນໄຊ ສຸວັນນະເມທີ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ນາງ ແຄຕີ້ ລິດຊາດ ຜູ້ອໍານວຍການອົງການອ໊ອກສະຟາມລາວ, ມີບັນດາທ່ານຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກຈາກສູນກາງສະຫະພັນກໍາມະບານລາວ, ປະທານ-ຮອງປະທານ ຈາກສະພະພັນກໍາມະບານ 4 ແຂວງ, ຜູ້ຕາງໜ້າຈາກກະຊວງ ຮສສ, ສະພາການຄ້າແລະອຸດສາຫະກຳແຫ່ງຊາດ, ກະຊວງສຶກສາທິການແລະກິລາ, ມະຫາວິທະຍາໄລແຫ່ງຊາດ, ຫ້ອງການປະກັນສັງຄົມ 4 ແຂວງ, ອົງການແຮງງານສາກົນ (ILO), ອົງການສະຫະພາບເອີຣົບ (EU), ອົງການຢູເອັນ (UN), ອົງການເອສດີຊີ, ສະມາຄົມຄຳຄິດ, ສະມາຄົມໄອວາ, ສະມາຄົມແອກກາ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອຮັບຟັງຜົນໄດ້ຮັບຂອງການຄົ້ນຄ້ວາການເຂົ້າເຖິງລະບົບປະກັນສັງຄົມຂອງຜູ້ອອກແຮງງານ ນອກລະບົບ ແລະ ເວທີການສົນທະນາແລກປ່ຽນກ່ຽວກັບນະໂຍບາຍການຂະຫຍາຍຕາໜ່າງປະກັນສັງຄົມໂດຍອີງໃສ່ບົດຄົ້ນຄ້ວາ ທີ່ສຳເລັດ. ໃນໂອກາດດັ່ງກ່າວ, ທ່ານ ວິໄລ ວົງຂະເສີມ ໃນນາມປະທານກ່າວເປີດກອງປະຊຸມ, ໄດ້ກ່າວວ່າ: ໂດຍຜ່ານການຈັດຕັ້ງ ປະຕິບັດວຽກງານຄົ້ນຄວ້າຂອງສະຫະພັນກໍາມະບານຂັ້ນແຂວງ ຂັ້ນເມືອງ ແລະ ການຮ່ວມມືຂອງພາກສ່ວນທີ່ກ່ຽວຂ້ອງ ໂດຍໄດ້ລົງເກັບກໍາຂໍ້ມູນຕົວຈິງກັບພໍ່ແມ່ປະຊາຊົນທີ່ເປັນຜູ້ອອກແຮງງານນອກລະບົບໄດ້ມີການປະກອບຄໍາຄິດຄຳເຫັນຈົນເຮັດໃຫ້ບົດຄົ້ນ
ຄ້ວາດັ່ງກ່າວສໍາເລັດ, ເຊິ່ງຜົນຂອງການຄົ້ນຄ້ວາໃນຄັ້ງນີ້ຈະຊ່ວຍທາງສະຫະພັນກໍາມະບານລາວຮັບຮູ້ໄດ້ເຖິງຂໍ້ສະດວກແລະຂໍ້ຫຍຸງຍາກ ທີ່ຈະເປັນຕົວຊີ້ບອກເຖິງປັດໃຈສໍາຄັນຕ່າງໆເຂົ້າໃນການວາງແຜນງານກິດຈະກຳຕາມພາລະບົດບາດຂອງສະຫະພັນກຳມະບານລາວ ໂດຍສະເພາະຈະໄດ້ນໍາສະເໜີເຂົ້າໃນກອງປະຊຸມສາມຝ່າຍຢູ່ຂັ້ນສູນກາງແລະຂັ້ນແຂວງໃນຕໍ່ໜ້າ. ພາຍໃນກອງປະຊຸມໄດ້ຮັບຟັງການນຳສະເໜີຜົນໄດ້ຮັບຈາກການຄົ້ນຄ້ວາໂດຍທ່ານ ດຣ ນາງ ຈັນສະຖິດ ຈະເລີນສິນ ຜູ້ຊ່ຽວຊານ ຝ່າຍລາວ ແລະ ທ່ານ ໂຈເຊ ເຟີນານເດັດ ອາກິ້ນ ຊ່ຽວຊານຕ່າງປະເທດ ເຊິ່ງທ່ານໄດ້ສະແດງໃຫ້ເຫັນເຖິງພາບລວມທີ່ ເປັນອຸປະສັກຕົ້ນຕໍໃນການເຂົ້າເຖິງລະບົບປະກັນສັງຄົມສໍາລັບຜູ້ອອກແຮງງານນອກລະບົບ ເປັນຕົ້ນແມ່ນ ບັນຫາດ້ານລາຍໄດ້ ບໍ່ປົກກະຕິຂອງແຮງງານນອກລະບົບ, ອັດຕາເງິນສົມທົບທີ່ຍັງສູງສໍາລັບຜູ້ທີ່ມີລາຍຮັບບໍ່ປົກກະຕິ, ບັນຫາການສະໜອງຂໍ້ມູນຂ່າວສານ ຂອງປະກັນສັງຄົມ, ການບໍລິການຂື້ນທະບຽນ, ຊຳລະເງີນ ແລະ ການປີ່ນປົວຍັງບໍ່ທົ່ວເຖິງເທົ່າທີ່ຄວນສໍາລັບຜູ້ຢູ່ຫ່າງໄກສອກຫຼີກ, ນອກຈາກນີ້ ທີມຊ່ຽວຊານ ຍັງໄດ້ແລກປ່ຽນໃນຫຼາຍບັນຫາສຳຄັນເພື່ອເປັນແນວທາງໃນ ປັບປຸງ ການຂະຫຍາຍຕາໜ່າງປະກັນສັງຄົມ ແລະ ການບໍລິການ ໃຫ້ກັບ ແຮງງານນອກລະບົບ ເຊີ່ງໄດ້ມີການຍົກໃຫ້ເຫັນ ບົດຮຽນຈາກ ບັນດາປະເທດເພື່ອນມິດແລະສາກົນ ເວົ້າສະເພາະບັນດາປະເທດໃນຂົງເຂດອາຊຽນ ເພື່ອນໍາມາພັດທະນາປັບປຸງວຽກງານແຮງງານນອກລະບົບຢູ່ໃນ ສປປ ລາວ ໃຫ້ນັບມື້ ນັບດີຂື້ນ.

ໃນພາກບ່າຍ, ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມໂດຍທ່ານ ນາງ ຈັນເພັງ ມະນີແສງ ຮອງຫົວໜ້າຫ້ອງການ, ສູນກາງສະຫະພັນ ກໍາມະບານລາວ ໃນນາມປະທານຮ່ວມເພື່ອສືບຕໍ່ດຳເນີນກອງປະຊຸມ, ເຊິ່ງທ່ານໄດ້ນໍາພາໃຫ້ມີກິດຈະກຳແລກປ່ຽນຄໍາຄິດຄໍາເຫັນ ໂດຍການຈັດແບ່ງອອກເປັນ 3 ກຸ່ມກິດຈະກຳຄື: ກຸ່ມຂັ້ນສູນກາງ, ກຸ່ມພາກລັດຂັ້ນທ້ອງຖິ່ນ ແລະ ກຸ່ມອົງການຈັດຕັ້ງທາງສັງຄົມ ແລະ ເຫັນໄດ້ ຄວາມເປັນເອກະພາບຕໍ່ຜົນໄດ້ຮັບຂອງບົກຄົ້ນຄ້ວາລວມທັງເຫັນດີຕໍ່ບັນດາຂໍ້ແນະນຳ ເພື່ອປະກອບເຂົ້າໃສ່ບົດຄົ້ນຄ້ວາດັ່ງກ່າວ ໃຫ້ມີຄວາມສົມບູນຍິ່ງຂື້ນ, ໂດຍຜູ້ເຂົ້າຮ່ວມໄດ້ມີ ຄວາມເປັນເຈົ້າການໃນການປະກອບຄຳຄິດເຫັນຢ່າງຈີງຈັງ ແລະ ກົງໄປກົງມາ ທີ່ເປັນປະໂຫຍດຕໍ່ການປັບປຸງການປະກັນສັງຄົມ ໃຫ້ກັບແຮງງານນອກລະບົບໄດ້ເຂົ້າເຖີງໃຫ້ໄດ້ຕາມຄາດໝາຍຂອງຊາດ. ກອງປະຊຸມ ເຜີຍແຜ່ຜົນຂອງການຄົ້ນຄວ້າການເຂົ້າເຖິງການປະກັນສັງຄົມສໍາລັບແຮງງານນອກລະບົບ ໄດ້ສຳເລັດໃນເວລາ 17:30 ຂອງມື້ດຽວກັນ.


ພາບ-ຂ່າວໂດຍ: ພະແນກໂຄສະນາ-ປະຊາສຳພັນ.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)